ແຈ້ງໂຈະບໍລິການ ກິດຈະກຳການທ່ອງທ່ຽວບໍລິເວນອ່າງນໍ້າງື່ມ 18 ເດືອນ

ພະແນກ ຖວທ ແຂວງວຽງຈັນແຈ້ງໂຈະບໍລິການ ກິດຈະກຳການທ່ອງທ່ຽວບໍລິເວນອ່າງນໍ້າງື່ມຊົ່ວຄາວ

ເພຶ່ອເປັນການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຢູ່ບໍລິເວນອ່າງນຳ້ງື່ມ ໃຫ້ສຳເລັດຕາມຄາດຫມາຍ, ພະແນກ ຖວທ ແຂວງວຽງຈັນຈຶ່ງໄດ້ແຈ້ງໂຈະບັນດາກິດຈະກຳການທ່ອງທ່ຽວຢູ່ບໍລິເວນດັ່ງກ່າວເປັນການຊົ່ວຄາວໄລຍະເວລາ 18 ເດືອນ,

ການກໍ່ສ້າງດັ່ງກ່າວແມ່ນນອນຢູ່ພາຍໃຕ້ໂຄງການພັດທະນາໂຄງລ່າງພື້ນຖານເພຶ່ອສົ່ງເສີມການທ່ອງທ່ຽວ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານພັດທະນາອາຊີ (ADB),

ພາຍຫລັງໂຄງການດັ່ງກ່າວສຳເລັດແລ້ວກໍຈະເຮັດໃຫ້ບໍລິເວນອ່າງນໍ້າງື່ມມີຮູບໂສມໃຫມ່ ແລະ ເຮັດໃຫ້ນັກທ່ອງທ່ຽວມີຄວາມສະດວກສະບາຍຫລາຍຂຶ້ນ

Leave a Reply

Your email address will not be published. Required fields are marked *

Back to top button