ຈີນ ສັ່ງແບນສິນຄ້າ ສຳຄັນຂອງໄຕຫວັນ

ເພໂລຊີ ບິນກັບໄປແລ້ວ ແຕ່ຖິ້ມຂີ້ກ້ອນໃຫຍ່ໃຫ້ໄຊອິງເຫວິນ ຕ້ອງຊຳລະສະສາງກັບຈີນ, ເພາະຈີນ ປະກາດຂວ້ຳບາດ ໄຕ້ຫວັນທັນທີ ຫລັງໄຕ້ຫວັນອະນຸຍາດ ນາງ ໂພເລຊີ ປະທານສະພາເມກາ ເຂົ້າປະເທດ

ມື້ນີ້ ນອກຈາກຈີນ ປະກາດຊ້ອມຮົບໃຫຍ່ອ້ອມເກາະໄຕຫວັນແລ້ວ ຍັງສັ່ງແບນສິນຄ້າສຳຄັນຂອງໄຕຫວັນ ເຖິງ 2.000 ລາຍການ ຂອງຈຳນວນທັງໝົດ 3.200 ລາຍການ ທີ່ສົ່ງຂາຍຕະຫຼາດໃຫຍ່ໃນຈີນ ຜ່ານມາສ້າງລາຍໄດ້ມະຫາສານໃນແຕ່ລະປີ

ໂດຍສະເພາະພືດຜັກໝາກໄມ້ ຈາກຊາວກະສິກອນທາງພາກໃຕ້ຂອງເກາະ ທີ່ເປັນຖານສຽງໃຫ້ກັບພັກຂອງໄຊອິງເຫວິນ ແຕ່ມີແນວຄິດຕໍ່ຕ້ານຈີນ ທັງທີ່ສົ່ງຂາຍຜົນຜະລິດໄປຈີນ ສ້າງຮັ່ງຄູນມີແກ່ຕົນມາຕະຫຼອດ..

ຈີນ ຍັງງົດສົ່ງອອກວັດຖຸດິບສຳຄັນຫຼາຍລາຍການທີ່ເຄີຍສົ່ງຂາຍໃຫ້ໄຕຫວັນ ເພື່ອຜະລິດເປັນສິນຄ້າຫຼັກຕ່າງໆສົ່ງອອກ ເຊິ່ງຈະເຮັດໃຫ້ຫຼາຍໂຮງງານຖືກປິດເພາະຂາດວັດຖຸດິບປ້ອນ

ຈະຊື້ທາງອື່ນກໍແພງ ໄກ ຄ່າຂົນສົ່ງສູງ ເມື່ອຜູ້ຄົນຕົກງານ ຊາວບ້ານຂາຍຜົນຜະລິດບໍ່ໄດ້ ລາຍຮັບຄົວເຮືອນກໍຫຼຸດລົງ ລາຍຮັບແຫ່ງຊາດກໍຂາດດູນ ເງິນກໍເຟີ້ ສິນຄ້ານຳເຂົ້າກໍແພງ..

ເມື່ອຊາວບ້ານເດືອດຮ້ອນ ລັດຖະບານກໍຈະຢູ່ບໍ່ໄດ້ ຖືກໄລ່ຄືໝູຄືໝາ.. ສຸດທ້າຍກໍພາກັນລົ້ມ.. ບໍ່ທັນໄດ້ຮອດມື ສີ ຊ້ຳ..

ຊົມຄລີບ1

ຊົມຄລີບ2

ຂ່າວໃຈທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button