ຣັດເຊຍ ຈັດງານສະເຫລີມສະຫລອງວັນແຫ່ງໄຊຊະນະ

ຂປລ.ຕາມ​ຂ່າວ​ຈາກ​ ມົດ​ສະ​ກູ, ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ(Vladimir Putin), ປະທານາ ທິບໍດີ ຣັດ​ເຊຍ ​ໄດ້​ເຂົ້າຮ່ວມ ​ງານ​ສະ​ເຫລີ​ມ ສະຫລອງ ວັນ​ແຫ່ງ​ໄຊຊະນະ(Victory Day) ​ຈັດ​ຂຶ້ນ ໃນວັນ​ທີ9​ ພຶດສະພາ​ນີ້ ທີ່​​ໃຈກາງ​ ນະຄອນ ຫລວງ ​ມົດ​ສະ​ກູ

,,

ພ້ອມ​ທັງ​ ໄດ້​ກ່າວ ​ຄຳ​ປາ​ໄສ​ ບາງ​ຕອນ​ ສຳຄັນ​ວ່າ: ທະຫານ ຣັດ​ເຊຍ ພວມ​ຕໍ່ສູ້ ​ເພື່ອ​ບ້ານເກີດ ​ແລະ ອະນາຄົດ​ ຂອງ​ປະ​ເທດຊາດ ການ​ເສຍ​ຊີວິດ ​ຂອງ​ທະຫານ ​ແລະ ​ເຈົ້າໜ້າ​ທີ່ ຣັດ​ເຊຍ ທຸກ​ຄົນ​ແມ່ນ​ໄດ້​ສ້າງ​ ຄວາມ​ເຈັບ​ປວດ ​ໃຫ້​ປະຊາຊົນ ຣັດ​ເຊຍ.

​ແຕ່​ລັດຖະບານ ​ຈະ​ເຮັດ​ ທຸກ​ວິທີ​ທາງ ​ເພື່ອ​ເບິ່ງ​ແຍງ​ ຄອບຄົວ ​ຂອງ​ທະຫານ ​ແລະ ​ເຈົ້າ​ໜ້າ​ທີ່​ ທີ່​ເສຍ​ຊີວິດ ​ໃນ​ທາງ​ທີ່ ​ດີ​ທີ່​ສຸດ.

,,

ແລະ​ ໃຫ້​ກຽດ ​ແກ່​ນັກຮົບ​ເກົ່າ ​ໃນ​ວັນ​ໄຊຊະນະ ​ແມ່ນ​ ວັນ​ທີ 9ພຶດສະພາ​ ຂອງ​ທຸກໆ​ປີ ​ເພື່ອ​ລະນຶກ​ເຖິງ ໄຊຊະນະ​ ຂອງຣັດ​ເຊຍ ​ຕໍ່​ພວກ ​ນາຊີ​ ເຢຍລະ​ມັນ ​ໃນ​ສົງຄາມ​ໂລກ ​ຄັ້ງ​ທີ 2.

ສຳລັບ ​ການ​ໃຊ້ ​ປະຕິບັດ​ ການ​ທະ​ຫານ ​ໃນ​ອູ​​ແກຣນ ​ເປັນ​ປະຕິບັດ​ການ ​ທີ່​ຈຳ​ເປັນ ​ແລະ ​ເກີດ​ຂຶ້ນ ​ໃນ​ເວລາ ​ທີ່​ເໝາະ​ສົມ.ນອກຈາກ​ນີ້ ຍັງເລັ່ງ​ແກ້​ໄຂ ​ຫລາຍ​ສິ່ງ ​ທ້າ​ທາຍ ທີ່​ເກີດ​ຂຶ້ນ ​ໃນ​ປັດຈຸບັນ​..

ຊົມຄລີບ

(ພາກ​ຂ່າວ​: ຕ່າງປະ​ເທດ)ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

Back to top button