ອຸຕຸ​ແຈ້ງເຕືອນ!.. ຝົນ ຕົກ, ຟ້າຮ້ອງ-ຟ້າເຫຼື້ອມແລະ ຟ້າຜ່າ, ພ້ອມມີລົມພັດແຮງ

ຄໍາເຕືອນເຝົ້າລະວັງ: ສະພາບຝົນຕົກຟ້າຮ້ອງ -ຟ້າເຫຼື້ອມ: ໃນໄລຍະວັນທີ 12 ຫາ 15 ພຶດສະພາ 2022 ລົມມໍລະສຸມ ຕາເວັນຕົກສ່ຽງໃຕ້

ຈາກອ່າວເບັງການ ຈະມີກໍາລັງປານກາງ ຫາ ແຮງ ພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ມີຝົນ ຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ຫນັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບມີຝົນຕົກຫນັກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ,

ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Leave a Reply

Your email address will not be published. Required fields are marked *

Back to top button