ຈັບພໍ່ຄ້າ ຢ າ ໄອສ໌ ລາຍໃຫຍ່ ພ້ອມລົດໃຫຍ່ 2 ຄັນ

ຈັບພໍ່ຄ້າຢາໄອສ໌ ລາຍໃຫຍ່ 110 ກິໂລ ໃນວັນທີ 17 ມິຖຸນາ 2022 ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ຈັບຜູ້ຖືກຫາ ຊື່ ທ້າວ ໄອ໋ ພອນວິໄລ ອາຍຸ 27 ປີ ບ້ານໂພນແສງ ເມືອງຄຳເກີດ ແຂວງບໍລິຄຳໄຊ ຜູ້ຂົນສົ່ງ ແລະ ຄ້າຂາຍ ຢາເສບຕິດລາຍໃຫຍ່.

ເຈົ້າຫນ້າທີ່ສາມາດຢືດຢາເສບຕິດ ປະເພດຢາໄອສ໌ ໄດ້ຈຳນວນ 110 ຫໍ່ ນໍ້າໜັກ 110 ກິໂລກຣາມ ແລະ ລົດໃຫຍ່ທີ່ໃຊ້ໃນການຂົນສົ່ງຈຳນວນ 2 ຄັນ. ໃນນີ້ ກະບະ 1 ຄັນ ແລະ ເກ໋ງ 1 ຄັນ.

ສ່ວນລາຍລະອຽດແມ່ນຢູ່ໃນການສືບສວນສອບສວນຂອງເຈົ້າໜ້າທີ່ ປກສ ທີ່ກ່ຽວຂ້ອງ.

Leave a Reply

Your email address will not be published. Required fields are marked *

Back to top button