ຕິດໂຄວິດ 3​ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດໄປຮັບ

ມີຜູ້ໃຊ້ ເຟສບຸກ ທ່ານຫນື່ງ: Pern Intheasone Sotthachith ໄດ້ໂພສວ່າ : ຕິດໂຄວິດ 3​ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດໄປຮັບ

3ມື້ແລ້ວ ຍັງບໍ່ມີຫນ່ວຍງານໃດມາຮັບເອົາ…​ຕ້ອງເຮັດແບບໃດນິ…​ສິຕິດເຊື້ອກັນຫມົດບ້ານແລ້ວ…

​ໂທຈົນບໍ່ຮູ້ສິໂທຫາໃຜແລ້ວ…ໃຜຮູ້ວິທີພົວພັນແນະນຳແດ່ ນ້ອງຂ້ອຍລາວເມື່ອຍ ລາວຫາຍໃຈບໍ່ສະດວກ ມີທັງເດັກນ້ອຍ ທັງຜູ້ເຖົ້າ ຢູ່ນຳກັນຫມົດນີ້

ໃຜພໍຮູ້ຈັກເບີສະເພາະກິດບໍ ທີ່ຕິດຕໍ່ແລ້ວຕິດຕໍ່ໄດ້ແທ້ ຢາກໃຫ້ຊ່ວຍນ້ອງເອື້ອຍເປີ້ນລາວຕິດໂຄວິດຜົນອອກໄດ້3ມື້ແລ້ວ ແຕ່ຍັງບໍ່ມີຫນ່ວຍງານໃດເຂົ້າໄປຊ່ວຍເລີີຍ

ອາການກະຂ້ອນຂ້າງຫນັກລາວຫາຍໃຈບໍ່ສະດວກ ອອກໄປໃສບໍໄດ້ເຂົ້າຈະກິນກະບໍ່ມີ ຢູ່ນຳກັນຫມົດເຮືອນຈັກເດັກນ້ອຍຈັກຜູ້ເຖົ້າ ໃຜພໍມີເບີຕິດຕໍ່ກະຂໍຄວາມຊ່ວຍເຫຼືອແດ່ນະຄອນຫຼວງ ສູ້ໆອົດທົນ

ອັບແດດຫລ້າສຸດ ມີຫນ່ວຍງານໄປຮັບແລ້ວເດີ

ມີລົດມາຮັບ ໄດ້ບ່ອນນອນແລ້ວເດີ້ ຂອບໃຈທຸກຄົນທີ່ປະສານງານໃຫ້ ຂອບໃຈທີ່ບໍ່ຖິ້ມກັນຄົນຢູ່ໃນບ້ານຖ້າຜົນກວດໂຕໃຫມ່ຢູ່ເດີ້…

ຂໍໃຫ້ທຸກຄົນລ້ຳລວຍ ພອນໃດປະເສີດໃຫ້ເກີດກັບທ່ານທຸກຄົນເດີ້…​ຂອບໃຈຈາກໃຈ🥺

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button