ປະຫວັດຄວາມເປັນມາຂອງ ວັນວາເລນທາຍ
ນັກບຸນ ເຊນ ວາເລນທາຍເປັນບາດຫຼວງຢູ່ທີ່ໂບດໃກ້ກັບກຸງໂຣມ. ໃນສະໄຫມຂອງພະເຈົ້າຄລໍດີອຸສທີ 2 ໄດ້ມີການ ຕັ້ງກົດຫມາຍຫ້າມມີການແຕ່ງງານເພາະພະອົງຕ້ອງການໃຫ້ບັນດາຜູ້ຊາຍທຸກໆຄົນໃນເມືອງໄປເປັນທະຫານ ເພື່ອເຮັດສົງຄາມ.
ໃນທີ່ສຸດ ທະຫານຂອງພະເຈົ້າຄລໍດີອຸສໄດ້ມາເຫັນພິທີພໍດີ ແລ້ວເລື່ອງລາວກໍໄປເຖິງພະເຈົ້າຄລໍດີອຸສ, ຕໍ່ມາ ນັກບຸນ ເຊນ ວາເລນທາຍ ຈຶ່ງຖືກຈັບຂັງຄຸກ ແລະ ຖືກລົງໂທດຢ່າງແສນສາຫັດ, ຕໍ່ມາຜູ້ຄຸມຄຸກຂອງ ນັກບຸນ ເຊນ ວາເລນທາຍ ຊື່ວ່າ
ແອສທີຣຽສ ເຊິ່ງມີລູກສາວຕາບອດໄດ້ຂໍໃຫ້ນັກບຸນ ເຊນ ວາເລນທາຍ ຊ່ວຍປິ່ນປົວລູກສາວ ເມື່ອປິ່ນປົວແລ້ວລູກສາວຂອງແອສທີຣຽສກໍ່ກັບມາເບິ່ງເຫັນໄດ້ອີກຄັ້ງ ລູກສາວຂອງເອສທີຣຽສ ຈຶ່ງມາຢ້ຽມ ນັກບຸນ ເຊນ ວາເລັນທາຍ ຢູ່ຄຸກ.
ຈົນມາຮອດມື້ປະຫານຊີວິດຂອງ ນັກບຸນ ເຊນ ວາເລນທາຍ ກ່ອນທີ່ນັກບຸນ ເຊນ ວາເລນທາຍຈະເສຍຊີວິດເພິ່ນໄດ້ຂຽນຈົດຫມາຍເຖິງລູກສາວຂອງເອສທີຣຽສ ແລະ ລົງທ້າຍດ້ວຍຄໍາ ວ່າ “From your Valentine” ແລ້ວນັກບຸນ ເຊນ ວາເລນທາຍກໍຖືກປະຫານຊີວິດໃນວັນທີ 14 ກຸມພາ ຄ.ສ269 ແລະ ເສຍຊີວິດລົງໃນໄວ 47 ປີ.
ຈາກເຫດການດັ່ງກ່າວປະມຸກສູງສຸດແຫ່ງອານາຈັກໂຣມັນຄາທໍລິກໄດ້ກໍານົດເອົາ ວັນທີ 14 ກຸມພາ ເປັນວັນສໍາຄັນ ກໍຄືວັນວາເລນທາຍ ຫຼື ວັນແຫ່ງຄວາມຮັກ ເຊິ່ງນອກຈາກຈະເປັນວັນສໍາຄັນທາງສາສະຫນາຄຣິສເເລ້ວ ຍັງເປັນວັນທີ່ທຸກຄົນທົ່ວທຸກມຸມໂລກໄດ້ສະແດງຄວາມຮັກຕໍ່ກັນ.