ສະພາແຫ່ງຊາດ ອະນຸມັດໃຫ້ດັດປັບຫຼຸດ ອາກອນ ນ້ຳມັນ ແລ້ວ

ຄະນະປະຈໍາສະພາແຫ່ງຊາດ ຕົກລົງ:

ມາດຕາ 1. ເຫັນດີຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານໍ້າມັນເຊື້ອໄຟ ໃນສະພາບລາຄານ້ໍາມັນ ເຊື້ອໄຟເຫນັງຕີງຂຶ້ນສູງ ໂດຍຫຼຸດອັດຕາອາກອນຊົມໃຊ້ນ້ໍາມັນເຊື້ອໄຟ ຕາມການສະເຫນີຂອງລັດຖະບານ ດັ່ງນີ້:

1. ອັດຕາອາກອນຊົມໃຊ້ ເກັບຈາກນ້ໍາມັນກາຊວນ ປັບຈາກ 21% ມາເປັນ 11%;

2. ອັດຕາອາກອນຊົມໃຊ້ ເກັບຈາກນ້ໍາມັນແອັດຊັງທໍາມະດາ ປັບຈາກ 31% ມາເປັນ 16%.

ການປັບຫຼຸດອັດຕາອາກອນຊົມໃຊ້ຄັ້ງນີ້ ເປັນມາດຕະການຊົ່ວຄາວນໍາໃຊ້ໃນໄລຍະ 3 ເດືອນ. ກໍລະນີລາຄາ ນ້ໍາມັນເຊື້ອໄຟຕະຫຼາດໂລກປັບຫຼຸດລົງ ໃຫ້ຍົກເລີກມາດຕະການຊົ່ວຄາວ ຕາມມະຕິສະບັບນີ້ ແລ້ວຫັນໄປປະຕິບັດ ອັດຕາອາກອນຊົມໃຊ້ປົກກະຕິ ຕາມກົດຫມາຍ.

ມາດຕາ 2 ມອບໃຫ້ລັດຖະບານຊີ້ນໍາກະຊວງກ່ຽວຂ້ອງ ຄຸ້ມຄອງການນໍາເຂົ້າ, ລາຄາຂາຍຍ່ອຍ ເພື່ອບໍ່ໃຫ້ມີການສວຍໂອກາດກັກຕູນ, ສະກັດກັ້ນການຄ້າຂາຍ ເຖື່ອນ, ຮັບປະກັນການແຈກຢາຍຂົນສົ່ງໄປເຂດຫ່າງໄກສອກຫຼີກ.

ມາດຕາ 3 ການຈັດຕັ້ງປະຕິບັດ

1. ມອບໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາກະຊວງ ແລະອົງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ມະຕິສະບັບນີ້ ຢ່າງເຂັ້ມງວດ;

2. ມອບໃຫ້ກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາກາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ດໍາເນີນການຕິດຕາມກວດກາ ແລະຊຸກຍູ້ ຈັດຕັ້ງປະຕິບັດ ມະຕິສະບັບນີ້ ຕາມພາລະບົດບາດ, ຂອບເຂດສິດ ແລະ ຫນ້າທີ່ຂອງຕົນຢ່າງເຂັ້ມງວດ.

ມາດຕາ 4. ມະຕິສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

..

Leave a Reply

Your email address will not be published. Required fields are marked *

Back to top button