ຖ້າລາວນຳເຂົ້ານໍ້າມັນຈາກລັດຊຍ ຈະຊ່ວຍໃຫ້ລາຄານໍ້າມັນຫລຸດເກືອບ 7.000 ກີບ/ລິດ

ລາຄານໍ້າມັນ. ຕະຫຼາດໂລກ 116$/barrel (1 barrel=159 ລິດ ນໍ້າມັນດິບ). ນ້ຳມັນຣັດເຊຍ ຂາຍມາອາຊີ 35$/barrel.

ການຂົນສົ່ງນໍ້າມັນດິບ..ມາແຕ່ຣັດເຊຍຕອ້ງໃຊ້ tank car. ບໍລິມາດ 30 – 120ມ3. (120ມ3=120.000ລິດ) ຄ່າຂົນມົ່ງຈະປະມານ 7500$/120ມ3.

ເມື່ອມາຄິດໄຫລ່ສົມທຽບ

A.ນ້ຳມັນຈາກລັດເຊຍ 755b x 35$= 26.000 $, ຄ່າຂົນສົ່ງ =7500$, ລວມ = 31.500$

B. ຈາກສິງກາໂປ. ລາຄານ້ຳມັນ 116$, ຄ່າຂົນສົ່ງ = 500 $, 755 b x 116$ = 87.580$…ລວມ = 88.000 $

ລາຄາຕໍ່ລິດທີ່ຊື້
A.ຈາກລັດເຊຍ 0.2625$ / ລິດ

B. ຈາກສິງກາໂປ 0.7333$ / ລິດ

ຄວາມແຕກຕ່າງ 0.4708$ / ລິດ

ຖ້າຄິດເປັນເງິນກີບ

A.ຈາກລັດເຊຍ 3.675 ກີບ / ລິດ

B. ຈາກສິງກາໂປ 10.26 ກີບ / ລິດ

ຄວາມແຕກຕ່າງ ຫລື ຈະປະຢັດເງິນໄດ້ 6.591 ກີບ / ລິດ

ນອກຈາກທັງສະ ຄະນະປະຈໍາສະພາແຫ່ງຊາດ ຕົກລົງ ເຫັນປັບລົງ ອາກອນ ອີກ ຈື່ງເຮັດລາຄານ້ຳມັນມີອັດຕາຫລຸດລົງ ຫລາຍຂື້ນ ລໍຖ້າຂ່າວດີໄວໆໃນທ້າຍເດືອນພືດສະພານີ້ໄປ:

ມາດຕາ 1. ເຫັນດີຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານໍ້າມັນເຊື້ອໄຟ ໃນສະພາບລາຄານ້ໍາມັນ ເຊື້ອໄຟເຫນັງຕີງຂຶ້ນສູງ ໂດຍຫຼຸດອັດຕາອາກອນຊົມໃຊ້ນ້ໍາມັນເຊື້ອໄຟ ຕາມການສະເຫນີຂອງລັດຖະບານ ດັ່ງນີ້:

1. ອັດຕາອາກອນຊົມໃຊ້ ເກັບຈາກນ້ໍາມັນກາຊວນ ປັບຈາກ 21% ມາເປັນ 11%;

2. ອັດຕາອາກອນຊົມໃຊ້ ເກັບຈາກນ້ໍາມັນແອັດຊັງທໍາມະດາ ປັບຈາກ 31% ມາເປັນ 16%.

ການປັບຫຼຸດອັດຕາອາກອນຊົມໃຊ້ຄັ້ງນີ້ ເປັນມາດຕະການຊົ່ວຄາວນໍາໃຊ້ໃນໄລຍະ 3 ເດືອນ. ກໍລະນີລາຄາ ນ້ໍາມັນເຊື້ອໄຟຕະຫຼາດໂລກປັບຫຼຸດລົງ ໃຫ້ຍົກເລີກມາດຕະການຊົ່ວຄາວ ຕາມມະຕິສະບັບນີ້ ແລ້ວຫັນໄປປະຕິບັດ ອັດຕາອາກອນຊົມໃຊ້ປົກກະຕິ ຕາມກົດຫມາຍ.

ມາດຕາ 2 ມອບໃຫ້ລັດຖະບານຊີ້ນໍາກະຊວງກ່ຽວຂ້ອງ ຄຸ້ມຄອງການນໍາເຂົ້າ, ລາຄາຂາຍຍ່ອຍ ເພື່ອບໍ່ໃຫ້ມີການສວຍໂອກາດກັກຕູນ, ສະກັດກັ້ນການຄ້າຂາຍ ເຖື່ອນ, ຮັບປະກັນການແຈກຢາຍຂົນສົ່ງໄປເຂດຫ່າງໄກສອກຫຼີກ.

ມາດຕາ 3 ການຈັດຕັ້ງປະຕິບັດ

1. ມອບໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາກະຊວງ ແລະອົງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ມະຕິສະບັບນີ້ ຢ່າງເຂັ້ມງວດ;

2. ມອບໃຫ້ກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາກາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ດໍາເນີນການຕິດຕາມກວດກາ ແລະຊຸກຍູ້ ຈັດຕັ້ງປະຕິບັດ ມະຕິສະບັບນີ້ ຕາມພາລະບົດບາດ, ຂອບເຂດສິດ ແລະ ຫນ້າທີ່ຂອງຕົນຢ່າງເຂັ້ມງວດ.

ມາດຕາ 4. ມະຕິສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

..

ຂໍ້ມູນໂດຍຫຍໍ້ຈາກທ່ານ Soulath Thoummavong

Leave a Reply

Your email address will not be published. Required fields are marked *

Back to top button