ດ່ວນ! ແຈ້ງການປັບລາຄາ ເບຍລາວ ຂື້ນ ອີກແລ້ວ

ລາວ ຂຶ້ນລາຄາ 125,000/ລັງ ເປັນລາຄາສົ່ງແລ້ວເດີພີ່ນ້ອງ#ໝົດແຮງກ່ອນນ້ຳມັນບໍ່ມີຂາຍກະເບຍລາວຂຶ້ນລາຄານິລະ. ໝົດກັນນ້ຳມັນລົດທັງນ້ຳມັນຄົນ

ຈ້ງເຖິງ: ບັນດາທ່ານລູກຄ້າ ແລະ ຮ້ານຄ້າຂອງບໍລິສັດ ເບຍລາວ ຈໍາກັດ ທີ່ນັບຖື

– ເລື່ອງ: ການປັບຂຶ້ນລາຄາບາງຜະລິດຕະພັນຂອງບໍລິສັດ ເບຍລາວ ຈໍາກັດ ຮຽນມາຍັງບັນດາລູກຄ້າ ແລະ ຮ້ານຄ້າທຸກໆທ່ານ,

ເນື່ອງຈາກໄດ້ຮັບຜົນກະທົບຈາກພາວະການອ່ອນຄ່າລົງຂອງເງິນກີບຢ່າງໄວແບບຕໍ່ເນື່ອງ ແລະ ການປັບເພີ່ມລາຄາຂຶ້ນສູງຂອງ ບັນດາປັດໃຈການຜະລິດ ທີ່ນໍາໃຊ້ເຂົ້າໃນການຜະລິດສິນຄ້າຂອງບໍລິສັດ ເບຍລາວ ຈໍາກັດ,

ດັ່ງນັ້ນ ບໍລິສັດ ເບຍລາວ ຈໍາກັດ ຈຶ່ງມີຄວາມ ຈໍາເປັນຕ້ອງໄດ້ປັບຂຶ້ນລາຄາສິນຄ້າໃນບາງຜະລິດຕະພັນ, ບໍລິສັດ ເບຍລາວ ຈໍາກັດ ໄດ້ມີຄວາມພະຍາຍາມທີ່ຈະປັບຂຶ້ນລາຄາສິນຄ້າໃຫ້ ຫນ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

ການປັບຂຶ້ນລາຄາໃຫມ່ໃນຄັ້ງນີ້ ຈະເລີ່ມມີຜົນຢ່າງເປັນທາງການນັບຕັ້ງແຕ່ວັນທີ 09 ພຶດສະພາ 2022 ເປັນຕົ້ນໄປ ແລະ ທຸກໆ ການສັ່ງຊື້ ຫລື ການອອກບິນສັ່ງຊື້ໃນວັນທີ 09 ພຶດສະພາ 2022 ເປັນຕົ້ນໄປນັ້ນແມ່ນຈະເປັນລາຄາທີ່ໄດ້ປັບປຸງໃຫມ່ ດັ່ງລຸ່ມນີ້:

,,

Leave a Reply

Your email address will not be published. Required fields are marked *

Back to top button