ຫາມາກິນດ່ວນ!.. 7 ສັບພະຄຸນທາງຢາຫຼາຍຢ່າງ ຖ້າກິນໄດ້ທຸກມື້ຍິ່ງດີ ເພາະມັນດີຕໍ່ສຸຂະພາບ ມີດີຫຍັງແດ່ໄປເບິ່ງເລີຍ:

+ ປະໂຫຍດທາງຢາຕໍ່ສຸຂະພາບ ຂອງໝາກເຟືອງຝຣັ່ງ ມີດັ່ງລຸ້ມນີ້:

1 ຮັກສາການໄອ : ໝາກເຟືອງຝຣັ່ງກັບແກ່ນຍີ່ຫຣ່າປະມານ 2-3 ແກ່ນ ແລະ ນໍ້າຕານຕົ້ນປະໄວ້ປະມານ 2 ຊົ່ວໂມງ ແລະ ແບ່ງດື່ມນໍ້າເປັນສອງເວລາດື່ມເຄິ່ງໜຶ່ງກ່ອນອາຫານ ແລະ ອີກເຄິ່ງໜື່ງຕອນແລງ

2. ຮັກສາໂລກເບົາຫວານ : ໝາກເຟືອງຝຣັ່ງສຳລັບຜູ້ທີ່ເປັນໂລກເບົາຫວານນຳເມັດເຂົ້າບົດ 6 ເມັດປະສົມກັບໝາກເຟືອງຝຣັ່ງ ແລະ ນໍ້າຈາກນັ້ນນຳໄປຕົ້ມຈົນຟົດກິນມື້ໜຶ່ງສອງຄັ້ງ

3. ຮັກສາສິວ : ໝາກເຟືອງຝຣັ່ງມີສານທີ່ເປັນກົດຊຶ່ງເປັນປະໂຫຍດຢ່າງຫຼວງຫຼາຍສຳລັບຮັກສາສິວ ພຽງແຕ່ໃຊ້ໝາກເຟືອງຝຣັ່ງທາບໍລິເວນທີ່ເປັນສິວປະໄວ້ປະມານ 5 ນາທີ ແລ້ວລ້າງອອກ

4. ຮັກສາໂລກ (rheumatism) : ໝາກເຟືອງຝຣັ່ງຮັກສາອາການນີ້ໄດ້ຢ່າງມີປະສິດທິພາບຫຼາຍ ເນື່ອງຈາກໝາກໄມ້ຊະນິດນີ້ມີສານທີ່ເປັນກົດຊຶ່ງສາມາດຊ່ວຍຮັກສາອາການປວດຂໍ້ໄດ້ເປັນຢ່າງດີ ພຽງແຕ່ພອກໝາກເຟືອງຝຣັ່ງບົດລົງບໍລິເວນທີ່ໄດ້ຮັບຜົນກະທົບ

5. ໂລກຂໍ້ອັກເສບ : ເພື່ອບັນເທົາອາການປວດຂໍ້ໃຫ້ທ່ານນຳໃບໝາກເຟືອງຝຣັ່ງປະມານໜຶ່ງກຳມືບົດລວມກັບເມັດເຂົ້າພ້ອມກັບນໍ້າໜ້ອຍໜຶ່ງ ແລະ ນຳໄປພອກໄວ້ບໍລິເວນທີ່ປວດວັນລະ 2-3 ຄັ້ງທຸກວັນ

6.​ ຮັກສາໂລກກ້າມຊີ້ນອ່ອນແຮງ : ໃຫ້ທ່ານນຳໃບໝາກເຟືອງຝຣັ່ງໜຶ່ງກຳມືບົດລວມກັບກະທຽມ 10 ກີບ ພິກໄທ 15 ເມັດ ແລະ ແກ່ນໝາກເຟືອງຝຣັ່ງໜຶ່ງແກ່ນນຳສ່ວນປະສົມນີ້ພອກໄວ້ບໍລິເວນກ້າມຊີ້ນທີ່ໄດ້ຮັບຜົນກະທົບ

7.​ ຮັກສາອາການເຈັບແຂ້ວ : ໃຊ້ໝາກເຟືອງຝຣັ່ງບົດໃນບໍລິເວນແຂ້ວທີ່ປວດ ໝາກເຟືອງຝຣັ່ງຊ່ວຍບັນເທົາອາການປວດ ແລະ ໃຫ້ຜົນໄດ້ດີກວ່າຢາແກ້ປວດທີ່ມີຂາຍຕາມຮ້ານຂາຍຢາ

Leave a Reply

Your email address will not be published. Required fields are marked *

Back to top button