ຮູ້ແລ້ວປ່ຽນ.. 5 ຂໍ້ຫ້າມ ໃນການໃຊ້ເງິນໃນຍຸກເສດຖະກິດທຸກມື້ນີ້

5 ຂໍ້ຕ້ອງຫ້າມ ໃນການໃຊ້ເງິນໃນຍຸກປັດຈຸບັນ ເຕືອນທຸກຄົນເອົາໄວ້ ອະນາຄົດຈະບໍ່ໄດ້ລໍາບາກ ຫາກມື້ໜຶ່ງເສດຖະກິດບໍ່ດີ, ເຮົາຈະຢູ່ແບບໃດບໍ່ໃຫ້ລໍາບາກ ສິ່ງໃດແນ່ເຮົາຄວນເຮັດ,

ສິ່ງໃດແດ່ເຮົາບໍ່ຄວນເຮັດໃນຊ່ວງທີ່ເສດຖະກິດແບບນີ້ ນີ້ຄື 5 ຂໍ້ຕ້ອງຫ້າມ ກັບການໃຊ້ເງິນໃນຍຸກປັດຈຸບັນ ເຕືອນທຸກຄົນເອົາໄວ້ ອະຍາຄົດຈະບໍ່ໄດ້ລໍາບາກ..5 ຂໍ້ຫ້າມ​ມີດັ່ງນີ້​

1 ບໍ່ນໍາເງິນເກັບມາຈ່າຍຈົນໝົດ ຢ່າງທີ່ເວົ້າກັນສະເໝີວ່າ ສະຖານະການຕອນນີ້ ບໍ່ຄວນນໍາມາໃຊ້ ຄວນເກັບໄວ້ກ່ອນ ແລະ ສະສົມຕໍ່ໄປເລື້ອຍໆ ແຕ່ຖ້າມີເລື່ອງຈໍາເປັນກໍໃຊ້ພຽງນ້ອຍດຽວ ແລະ ປະຢັດທີ່ສຸດ

2 ບໍ່ສ້າງໜີ້ເພີ່ມ ຍິ່ງຊ່ວງເທດສະການຕ່າງໆ ສິ່ງຂອງໃດທີ່ບໍ່ຈໍາເປັນ ກໍງົດໄປກ່ອນ ວິເຄາະສະຖານະການດີໆ

3 ບໍ່ຕ້ອງຄໍ້າປະກັນໃຫ້ຄົນອື່ນ ມັນເປັນສິ່ງທີ່ເຮັດໃຫ້ເຮົາລໍາບາກໃຈ ເພາະຖ້າຄົນທີ່ຮ້ອງຂໍ ເຂົາບໍ່ເຮັດຕາມສັນຍາ ຫຼື ຫາຍໄປໃສກໍບໍ່ຮູ້ ເຮົາເອງຕ້ອງໄດ້ຊົດໃຊ້ໜີ້ແທນ.

4 ຍັງບໍຕ້ອງຂະຫຍາຍສາຂາທຸລະກິດ

5 ບໍ່ຄວນລົງທຶນ ໃນສິ່ງທີ່ກໍາໄລສູງຜິດປົກກະຕິ ຫຼື ສິ່ງທີ່ເຮົາບໍ່ຮູ້ເລື່ອງ ເພາະອາດຖືກໂກງໄດ້.ຝາກໄວ້ໃຫ້ເປັນບົດຮຽນແກ່ທຸກຄົນເດີ້

Leave a Reply

Your email address will not be published. Required fields are marked *

Back to top button