ອາຍຸ 10 ປີ ຖືກແມ່ຖິ້ມ ພໍ່ກໍມາເສຍ ຕ້ອງໃຊ້ຊີວິດລຳພັງ ໃນເຮືອນກາງປ່າ

ໃຜຍັງມີຊີວິດທີ່ດີ ເຊີ່ງມີພໍ່ແມ່ດູແລຄົງຊິບໍ່ຮູ້!!!!!….ຊີວິດຍັງບໍ່ຈົບ ກໍຕ້ອງສູ້ໄປ ບໍ່ວ່າຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍປານໃດ ເຮົາຈະຕ້ອງຊອກຫາວິທີທີ່ຈະຜ່ານມັນໄປໃຫ້ໄດ້ຢູ່ດີ ຖ້າຊີວິດຂອງເຈົ້າບໍ່ດີແທ້ ກໍຄື​ຈະ​ປຽບ​ທຽບ​ກັບ​ເດັກ​ນ້ອຍ​ອາ​ຍຸ 10 ປີ​ຈາກ​ຫວຽດ​ນາມ​ທີ່ທຸກຍາກ ທີ່​ເຂົາ​ໄດ້​ມີ​ຊີ​ວິດ​ຢູ່​

ຄົນດຽວຕັ້ງແຕ່ອາຍຸຍັງນ້ອຍ, ເດັກຊາຍນີ້ຊື່ Dang Van Khuyen ທີ່ດຳລົງຊີວິດຢູ່ເຮືອນຊົນນະບົດຫ່າງໄກສອກຫຼີກ ຢູ່ ປະເທດຫວຽດນາມ, ລາວເສຍແມ່ໄປເມື່ອຕອນລາວຍັງນ້ອຍ ຈົນໃນທີ່ສຸດລາວໄດ້ເຕີບໃຫຍ່ຂຶ້ນກັບແມ່ຕູ້

ແລະ​ໄດ້​ອາ​ໄສ​ຢູ່​​ໃນ​ເຮືອນ​ທີ່​ເຮັດ​ດ້ວຍ​ໄມ້ຫລັງ​ນີ້​ ສ່ວນພໍ່ຂອງລາວແມ່ນຮັບຈ້າງກໍ່ສ້າງ ແລະຕ້ອງ​ໄປ​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ໃຫຍ່ ​ລາວຈື່ງໄດ້ຢູ່ກັບ​ແມ່​ຕູ້​

ແຕ່ເດັກຄົນນີ້ຮຽນດີ ໄປໂຮງຮຽນບໍ່ເຄີຍຂາດ ໄດ້ຮັບເງິນໄປໂຮງຮຽນແລະຄ່າຮຽນຈາກພໍ່ສົ່ງມາ.. ເຊິ່ງເງີນຮັບຈ້າງຂອງພໍ່ເປັນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວ ແຕ່ຫຼັງຈາກນັ້ນສິ່ງທີ່ບໍ່ຄາດຄິດໄດ້ເກີດຂຶ້ນເມື່ອແມ່ຕູ້ຂອງລາວເສຍຊີວິດ

,,

ຍ້ອນອາຍຸເຖົ້າແລ້ວ ເຮັດໃຫ້ລາວຕ້ອງຢູ່ຄົນດຽວແບບລຳພັງ ແລະ ​ບໍ່​ດົນ​ເດັກ​ຊາຍ​ກໍ​ໄດ້​ຍິນ​ຂ່າວ​ຮ້າຍທີ່ສຸດ ໃນຂະນະທີ່ຢູ່ໃນໂຮງຮຽນ ຮູ້ວ່າຜູ້ເປັນພໍ່ຂອງລາວ ໄດ້ເສຍຊີ​ວິດ​ຍ້ອນ​ອຸ​ປະ​ຕິ​ເຫດ​ໃນ​ລະ​ຫວ່າງ​ການ​ກໍ່​ສ້າງ​

ຊີວິດທີ່ໂດດດ່ຽວຂອງເດັກຊາຍທີ່ບໍ່ມີພໍ່ແມ່. ລາວຕ້ອງພະຍາຍາມຫາລ້ຽງຕົນເອງຕາມລຳພັງເຳື່ອຢູ່ລອດດ້ວຍຕົວເອງ ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍປານ​ໃດ​ກໍ​ຕາມ ເດັກຊາຍ Khuyen ຍັງ​ສາມາດ​ດູ​ແລ​ຕົນ​ເອງ​ໄດ້

ສ່ວນການ​ໄປ​ໂຮງ​ຮຽນ​ບໍ່​ວ່າ​ຝົນຈະ​ຕົກ​ຫນັກ ​ແລະ ​ແດດຮ້ອນສຳໃດ​ ລາວຍັງໄປໂຮງຮຽນ ບໍ່ເຄີຍຂາດ ເຊິ່ງທາງໂຮງຮຽນເອງກໍໄດ້ຮັບຮູ້ເຖິງສະຖານະຂອງເດັກຊາຍ ດັ່ງນັ້ນ, ຈຶ່ງຍົກຄ່າຮຽນໃຫ້ເປັນກໍລະນີພິເສດກັບຊີວິດປົກກະຕິ

ທຸກວັນເດັກຊາຍ Khuyen ມັກຈະອອກໄປເກັບຜັກທີ່ຕົນປູກເອົາໄວ້ ແລ້ວອອກໄປຫາປ່າເພື່ອນຳມາເປັນອາຫານລ້ຽງຊີວິດ ໂດຍໜໍ່ໄມ້ຈະເປັນສ່ວນປະກອບຫຼັກທີ່ເດັກຊາຍກິນເປັນປະຈຳ. ເມື່ອຊາວບ້ານຮູ້ເລື່ອງຂອງເດັກຄົນນີ້

,,,,

ກໍໄດ້ເຂົ້າ​ມາ​ຊ່ວຍເຫລືອ​​ໃຫ້​ສະ​ບຽງ​ອາ​ຫານ​ ​ເພື່ອ​ໃຫ້​ເດັກ​ຄົນນີ້​ໄດ້​ມີ​ອາຫານກິນ. ຕໍ່ມາ​ໂຮງຮຽນ ​ແລະ ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກໍ​ ພະຍາຍາມຊອກຫາຄອບຄົວທີ່ພ້ອມທີ່ຈະຮັບລ້ຽງເດັກຊາຍ Khuyen ແຕ່ເຂົາຂໍປະຕິເສດ ຂໍ້ສະເໜີດັ່ງກ່າວ ຂໍ​ຢູ່​ຄົນ​ດຽວ​ຈະ​ສະດວກໃຈ​ກວ່າ.

ນອກ​ນີ້ ຄູ​ສອນຫລືທັງໂຮງຮຽນກໍ​ໄດ້​ຊ່ວຍ​ເຫຼືອ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນທາງ​ໄປໃນຕົວ​ເມືອງ ​ຫລັ່ງ​ເຊີນ ​ເພື່ອ​ໄປ​ຮັບ​ສົບພໍ່​ກັບ​ຄືນ​ມາ​ຝັງໃນເຂດບ້ານ​ເຮືອນ ໃນນັ້ນ ອົງ​ການ​ລັດ​ຖະ​ບານກໍ​ຊ່ວຍ​ໃນ​ຈັດພິ​ທີ​ຝັງຈົນສໍາເລັດ…

ຊົມຄລີບ… ນ້ຳຕາໄຫລ

,,,,,, ໃຜຍັງມີຊີວິດທີ່ ເຊີ່ງມີພໍ່ແມ່ດູແລຄົງຊິບໍ່ຮູ້

Leave a Reply

Your email address will not be published. Required fields are marked *

Back to top button