ສະຖານທູດຣັດເຊຍ ສືບຕໍ່ຖະແຫລງກ່ຽວກັບສະພາບການໃນຢູເຄຣນ

ວັນທີ 6 ເມສາ 2022 ນີ້, ຢູ່ທີ່ສູນວິທະຍາສາດ ແລະ ວັດທະນະທໍາ ສ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ດານິລ ອາ ໂວໂດປີອານອບ ເລຂານຸການຕີ ປະຈຳສະຖານທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງກ່ຽວກັບສະພາບການໃນປະເທດອູແກຣນວ່າ:

ປັດຈຸບັນ, ກອງທັບຣັດເຊຍ ຍັງສືບຕໍ່ດຳເນີນການເຄື່ອນໄຫວພິເສດທາງການທະຫານ ເຊິ່ງ ທ່ານ ວາລະດີເມຍ ປູຕິນ ປະທານາທິບໍດີ ສ ຣັດເຊຍ ໃຫ້ຂໍ້ສັງເກດວ່າ ຣັດເຊຍ ຈະບັນລຸບັນດາເປົ້າໝາຍ ແລະ ຈຸດປະສົງຂອງຕົນຢ່າງແນ່ນອນ.ທ່ານ ດານິລ ອາ ໂວໂດປີອານອບ ໄດ້ກ່າວອີກວ່າ:

ປັດຈຸບັນ, ຄະນະຜູ້ແທນ ຣັດເຊຍ ແລະ ອູແກຣນ ກຳລັງດຳເນີນການປຶກສາຫາລືກ່ຽວກັບ ຮ່າງຂໍ້ຕົກລົງເກືອບທຸກມື້ ຜ່ານລະບົບທາງໄກ ເຊິ່ງວາລະຂອງການເຈລະຈາລວມມີ ສະຖານະທີ່ເປັນກາງຢ່າງຖາ ວອນ, ບໍ່ຕິດອາວຸດນິວເຄລຍ,

ສະຖານະທີ່ບໍ່ແມ່ນສະມາຊິກກຸ່ມ ແລະ ບໍ່ຕິດອາວຸດຂອງອູແກຣນ, ການປົດປ່ອຍອູແກຣນຈາກ ອຸດົມການນາຊີ, ການຮັບຮູ້ສະພາບຕົວຈິງທາງພູມສາດການເມືອງໃໝ່, ການຍົກເລີກບັນດາມາດຕະການຂວ້ຳບາດ ແລະ ສະຖານະຂອງພາສາຣັດເຊຍ.

ຣັດເຊຍ ເຫັນດີສືບຕໍ່ດຳເນີນການເຈລະຈາ ແລະ ເຫັນວ່າ ມີຄວາມຈຳເປັນທີ່ຈະຕ້ອງເຂົ້າໃຈວ່າ ຝ່າຍຣັດເຊຍບໍ່ໄດ້ຮຽກຮ້ອງໃຫ້ອູເເກຣນຍອມຈໍານົນ ແຕ່ຮຽກຮ້ອງໃຫ້ການນຳອູເເກຣນ ໂດຍສະເພາະແມ່ນ ທ່ານ ວະລາດິເມຍ ເຊເລັນສະກີ ອອກຄຳສັ່ງປ່ອຍພົນລະເຮືອນທັງໝົດ ແລະ ຢຸດການຕໍ່ຕ້ານ.

ເປົ້າໝາຍຂອງພວກເຮົາບໍ່ໄດ້ລວມເອົາການປ່ຽນ ແປງລະບອບການປົກຄອງໃນອູແກຣນ, ພວກເຮົາຕ້ອງການຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງ ຂອງປະຊາຊົນໃນພາກຕາເວັນອອກຂອງອູແກຣນ ເພື່ອບໍ່ໃຫ້ເຂົາເຈົ້າຖືກຂົ່ມຂູ່ຈາກກຳລັງທະຫານ ແລະ ຈາກຂະບວນການນາຊີ ແລະ ບໍ່ມີໄພຂົ່ມຂູ່ໃດໆຕໍ່ກັບສະຫະພັນຣັດເຊຍ ທີ່ອອກມາຈາກດິນແດນອູແກຣນ.

ທີ່ມາ: ຂປລ

Leave a Reply

Your email address will not be published. Required fields are marked *

Back to top button