ຂ່າວດີແຕ່ເຊົ້າ ລັດກຳລັງເຈລະຈາຂໍຊື້ນ້ຳມັນລັດເຊຍ
ຂ່າວດີແຕ່ເຊົ້າ ລັດກຳລັງເຈລະຈາຂໍຊື້ນ້ຳມັນລັດເຊຍວ່າຊັ້ນ5555555555ວັນທີ 6 ພຶດສະພາ 2022 ຜ່ານມານີ້ ຫສນຍ ອອກແຈ້ງການ ທິດຊີ້ນຳກ່ຽວກັບການສະເໜີສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟ ໂດຍທ່ານນາຍົກລັດຖະມົນຕີເຫັນດີຕາມການສະເໜີຂອງກະຊວງການເງິນ:
1. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນໃຈກາງສົມທົບ ກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງຄົນຄວ້າກົນໄກການນຳເຂົ້ານໍ້າມັນເຊື້ອໄຟຜ່ານບໍລິສັດໃນໜຶ່ງໃນການເຈລະຈາຕໍ່ລອງຊື້ນໍ້າມັນເຊື້ອໄຟ,
ໃຫ້ສາມາດລວມສູນໃນການນຳເຂົ້າ ແລະ ແຈກຢາຍນໍ້າມັນເຊື້ອໄຟເຊັ່ນ ໃຫ້ລັດວິສາຫະກິດນໍ້າມັນເຊື້ອໄຟ ຮ່ວມກັບບໍລິສັດນໍ້າມັນເຊື້ອໄຟເອກະຊົນຈຳນວນໜຶ່ງຕັ້ງເປັນບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດ
ເພື່ອນຳເຂົ້າ ແລະ ແຈກຢາຍນໍ້າມັນເຊື້ອໄຟໃຫ້ມີຄວາມຄ່ອງຕົວ, ກວດກາ ແລະ ສະດວກໃນການຕິດຕາມເກັບລາຍຮັບ, ພ້ອມທັງເຈລະຈາຊື້ນໍ້າມັນເຊື້ອໄຟໃນລາຄາຍ່ອມເຍົາຈາກຣັດເຊຍເພື່ອຊ່ວຍຫຼຸດຕົ້ນທຶນການນຳເຂົ້ານໍ້າມັນເຊື້ອໄຟ.
2.ໃຫ້ກະຊວງການເງິນສັມທົບກັບທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າກົນໄກການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ສະໜອງເງິນຕາຕ່າງປະເທດໃຫ້ພຽງພໍ
ເພື່ອຮັບປະກັນໃຫ້ມີນໍ້າມັນເຊື້ອໄຟໃຫ້ພຽງພໍກັບຄວາມຕ້ອງການແລ້ວລາຍງານທ່ານນາຍົກລັດຖະມົນຕີມີທິດຊີ້ນຳໃນເວລາອັນຄວນ.
ແຈ້ງການ