ສ ະ ໃ ຈ!.. ຊວຍລະກູ່ ເທື່ອນີ້ ໄປບໍ່ລອດ

ເຈົ້າຫນ້າທີ່ຕຳຫລວດຈະລາຈອນຢູ່ຈຸດເກີດເຫດລາຍງານວ່າ: ໃນເວລາປະມານ 13:15 ໂມງ ວັນທີ 6/5/2022 ທີ່ ຄິວລົດເມຕະຫຼາດເຊົ້າ,ນະຄອນຫຼວງວຽງຈັນ

ຈາກເຫດການສົນລະວົນ ແລະ ມີການທໍາຮ້າຍ ຮ່າງກາຍກັນເຊີ່ງເກີດຂຶ້ນ ຢູ່ຄິວລົດຕະຫລາດເຊົ້າ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໃນຕອນບ່າຍວັນທີ​ 6 ພຶດສະພາ​ 2022 ເຮັດໃຫ້ສັງຄົມສົນໃຈ ແລະ ຢາກຮູ້ຄວາມຈິງທີ່ເກີດຂຶ້ນ.

ຕໍ່ບັນຫານີ້, ພັຕ ສິນນະສອນ ຈັນທະວົງສາ, ຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງສີສັດຕະນາກ ຊີ້ແຈງໃຫ້ຟັງໃນເບື້ອງຕົ້ນວ່າ: ເບື້ອງຕົ້ນມີອຸບັດຕິເຫດລົດຈໍາໂບ້ຄັນໜຶ່ງໄປຕໍາເອົາທ້າຍລົດກະບະຂອງພະນັກງານຢູ່ພາຍໃນຄີວລົດຕະຫລາດເຊົ້າ ເຊີ່ງຄົນຂັບຈໍາໂບ້ດັ່ງກ່າວມີອາການມຶນເມົາ ແລະ ໂວຍວາຍ,

ເມື່ອເປັນເຊັ່ນນັ້ນ ມີຄົນແຈ້ງຫາເຈົ້າໜ້າທີ່ຕໍາຫລວດຈະລາຈອນເມືອງສີສັດຕະນາກ ເພື່ອໄປແທກຢູ່ຈຸດເກີດເຫດ ເຊີ່ງເຈົ້າໜ້າທີ່ໄດ້ຂໍຄວາມຮ່ວມມືເພື່ອຈະເອົາລົດຈໍາໂບ້ທີ່ເກີດເຫດເຂົ້າໄປໄວ້ຢູ່ ປກສ ເມືອງສີສັດຕະນາກ ແຕ່ຜູ້ກ່ຽວບໍ່ຍິນຍອມ, ກົງກັນຂ່າມ ຍັງເອະອະໂວຍ ວາຍຈະທໍາຮ້າຍຮ່າງກາຍເຈົ້າໜ້າທີ່.

ເມື່ອຄົນຂັບລົດຈໍາໂບ້ຄັນອື່ນໆ ທີ່ຢູ່ໃກ້ຄຽງເຫັນທ່າບໍ່ດີຈິ່ງເຂົ້າມາຊ່ວຍເຫລືອເຈົ້າໜ້າທີ່ຕໍາຫລວດ, ໃນນັ້ນ ມີ 2-3 ຄົນ ໄດ້ທໍາຮ້າຍຮ່າງກາຍເຈົ້າຂອງລົດຈໍາໂບ້ຄັນທີ່ເກີດເຫດ, ແຕ່ຕໍ່ມາໄດ້ມີໝູ່ຂອງລາວມາຫ້າມ ແລະ ພາຜູ້ກ່ຽວໄປຢູ່ບ່ອນອື່ນ ເຊີ່ງຜູ້ກ່ຽວເອງບໍ່ໄດ້ບາດເຈັບໜັກແຕ່ຢ່າງໃດ.

ພັຕ ສິນນະສອນ ຈັນທະວົງສາ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ຄົນຂັບຈໍາໂບ້ທີ່ເກດອຸບັດຕິເຫດຕໍາກົ້ນລົດກະບະຄົນອື່ນໃນຄັ້ງນີ້ ມີພຶດຕິກໍາມັກດື່ມສິ່ງມຶນເມົາແລ້ວຂົ່ມຂູ່ ຫລື ເອະອະໂວຍວາຍໃສ່ຄົນອື່ນ.

ຢ່າງໃດກໍຕາມ ພາຍຫລັງເກີດເຫດການຄັ້ງນີ້ ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ໄດ້ນໍາເອົາລົດຈໍາໂບ້ຂອງຜູ້ກ່ຽວໄປໄວ້ຢູ່ ປກສ ເມືອງສີສັດຕະນາກ ຊົ່ວຄາວ,

ຖ້າຫາກເຈົ້າຂອງລົດກະບະທີ່ຖືກຕໍາມີການຮຽກຮ້ອງຄ່າເສຍຫາຍຕ່າງໆ ເຈົ້າໜ້າທີ່ກ່ຽວຂ້ອງຈໍາເປັນຕ້ອງໄດ້ດໍາເນີນການໄກ່ເກ່ຍຕາມລະບຽບການທີ່ກໍານົດໄວ້.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button