ຫົວ​ໜ້າ​ຕຳຫຼວດ​ຈະ​ລາ​ຈອນຢືນ​ຢັນ​ ວ່າ​ການ​ຕັ້ງ​ດ່ານກວດ​ມີ​ເປົ້າ​ໝາຍເພື່ອ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​

ພັນ​ເອກ ກົງ​ສີ ສຸ​ວັນ​ນະ​ຕຸ້ມ ຫົວ​ໜ້າ​ກົມ​ຕຳຫຼວດ​ຈະ​ລາ​ຈອນ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ​ການ​ຕັ້ງ​ດ່ານກວດ​ຂອງ​ຕຳຫຼວດ​ຈະ​ລາ​ຈອນ​ມີ​ເປົ້າ​ໝາຍ​ເພື່ອ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ສັງ​ຄົມ​ລາວເປັນ​ສຳ​ຄັນ ຊຶ່ງ​ຕົງ​ກັນ​ຂ້າມ​ກັບ​ຫາງ​ສຽງ​ໃນ​ສັງ​ຄົມ​ລາວ​ທີ່ມອງວ່າ

​ການ​ຕັ້ງ​ດ່ານກວດ​ຂອງ​ຕຳຫຼວດ​ຈະ​ລາ​ຈອນ​ມີ​ເປົ້າ​ໝາຍ​ເພື່ອ​ປັບ​ໄໝ ແລະ ຮຽກ​ຮັບ​ເອົາ​ເງິນ​ຈາກ​ປະ​ຊາ​ຊົນ​ເປັນ​ດ້ານຫຼັກຈຶ່ງ​ເປັນ​ການ​ເຂົ້າ​ໃຈ​ທີ່​ຄາດ​ເຄື່ອນ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ທີ່​ຕຳຫຼວດ​ຈະ​ລາ​ຈອນ​ທຸກ​ຄົນ​ຈະ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ແລະ

ຈະ​ບໍ່​ມີ​ການ​ປັບ​ໄໝ​ຢ່າງ​ເດັດ​ຂາດ ຖ້າ​ຫາກວ່າ​ປະ​ຊາ​ຊົນ​ທີ່​ຂັບ​ຂີ່​ຍານ​ພາ​ຫະ​ນະ​ບໍ່​ໄດ້​ກະ​ທຳ​ຄວາມ​ຜິດ​ໃດຫຼືຫຼີກ​ລ່ຽງ​ການ​ກະ​ທຳ​ໃດ​ຕາມ​ກົດ​ໝາຍ​ຈະ​ລາ​ຈອນ​ນັ້ນ ດັ່ງ​ທີ່​ພັນ​ເອກ ກົງ​ສີ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

ສັງ​ຄົມ​ລາວ​ເຮົາ​ນີ້​ກະ​ມີ​ຂຶ້ນ​ມາ​ເລື້ອຍໆ​ວ່າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈະ​ລາ​ຈອນ​ໄປ​ຕັ້ງ​ດ່ານ​ເພື່ອ​ຫາ​ເງິນ​ຫາ​ຄຳ ອັນ​ນັ້ນ​ເປັນ​ການ​ເຂົ້າ​ໃນ​ທີ່ບໍ່​ຖືກ​ຕ້ອງບໍ່​ຖືກ​ຕ້ອງ​ບ່ອນ​ໃດ​ການ​ທີ່​ໄປ​ເວົ້າ​ນັ້ນ​ຄົນ​ຜູ້​ທີ່​ເວົ້າ​ກະ​ບໍ່​ໄດ້​ສະ​ແດງ​ຕົນ​ໂຕ​ທີ່​ຖືກ​ຕ້ອງ​ຕາມ​ຈຸດ​ເພິ່ນ​ໃຫ້​ເວົ້າ ຢາກ​ຕຳ​ໜິ​ສົ່ງ​ຂ່າວ​ຕໍ່​ຕຳຫຼວດ​ຈະ​ລາ​ຈອນ​

ກໍ​ເຂົ້າ​ມາ​ຫາ​ຫົວ​ໜ້າ​ກົມ​ຕຳຫຼວດ​ຈະ​ລາ​ຈອນ​ໄດ້ ບໍ່​ມີ​ດອກ​ເຂົາ​ສິ​ໄໝ​ເອົາ​ເງິນ​ເອົາ​ຄຳ​ແນວ​ບໍ່​ຖືກ​ຕ້ອງ​ເນາະ ຖ້າ​ເຮົາ​ຄົບ​ໝົດ ໃບ​ຖະ​ບຽນ​ກໍ່​ມີ ໃບ​ຂັບ​ຂີ່​ກໍ​ຄື​ກັນ ປະ​ກັນ​ໄພ​ກະ​ຍັງ​ຄົງ​ຢູ່​ຕຳຫຼວດ​ຈະ​ລາ​ຈອນບໍ່​ສາ​ມາດ​ໄໝ​ທ່ານ​ໄດ້​ຢ່າງ​ເດັດ​ຂາດ ຄັນ​ໄໝ​ນັ້ນ​ມັນ​ມີ​ດຳ​ລັດ​ການ​ປັບ​ໄໝ​ເປັນ​ບ່ອນ​ອີກ​ຄັກ​ແນ່​ໃດ.

ກ່ອນ​ໜ້ານີ້ ທ່ານ​ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ​ຖະ​ແຫຼງ​ຢືນ​ຢັນ​ຕໍ່​ກອງ​ປະ​ຊຸມ​ວຽກ​ງານ​ພັກ, ວຽກ​ງານ​ພະ​ນັກ​ງານ​ທົ່ວ​ກອ​ງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຄັ້ງ​ທີ 5 ວ່າ​ນອກ​ຈາກ​ການ​ປ້ອງ​ກັນ ແລະ ປາບ​ປາມ​ອາ​ຊະ​ຍ​າ​ກຳ​ທີ່​ເປັນ​ໄພ​ຄຸກ​ຄາມ​ຕໍ່​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລ້ວ

ການ​ເສີມ​ສ້າງ​ຄວາມ​ເຊື່ອ​ໝັ້ນ ແລະ ສັດ​ທາ​ຂອງ​ປະ​ຊາ​ຊົນ ລາວ ໃຫ້​ມີ​ຕໍ່​ກອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ແທ້​ຈິງ​ນັ້ນ​ກໍ​ແມ່ນ​ພາ​ລະ​ກິດ​ສຳ​ຄັນ​ທີ່​ພະ​ນັກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບຫຼື​ຕຳຫຼວດ​ທຸກ​ຄົນ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ດ້ວຍ​ການ​ຍຶດ​ໝັ້ນ​ໃນ​ພາ​ລະ​ກິດ​ຮັກ​ສາ​ຄວາມ​ປອ​ດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ທັງ​ຍັງ​ຈະ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເປັນ​ມິດໂດຍ​ສຸດ​ຈະ​ລິດ ແລະ ບໍ່​ຮັບ​ເອົາ​ສິນ​ບົນ​ອີກ​ດ້ວຍ.

ສ່ວນ​ທ່ານ ຄຳ​ພັນ ພົມ​ມະ​ທັດ ປະ​ທານ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກໍ​ໃຫ້​ການ​ຢືນ​ຢັນ​ວ່າ​ເປົ້າ​ໝາຍ​ການກວດ​ກາ​ພັກ-ລັດ​ໃນ​ປັດ​ຈຸ​ບັນ​ໄດ້​ແນ​ໃສ່​ການກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ທີ່​ລົງ​ທຶນ​ໂດຍ​ລັດ​ຖະ​ບານ​ລາວ​ເປັນຫຼັກ

ເພາະ​ວ່າ​ເປັນ​ພາກ​ສ່ວນ​ທີ່​ມີ​ການ​ຮົ່ວ​ໄຫຼ ແລະ ເກີດ​ການ​ສູນ​ເສຍ​ດ້ານ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານຫຼາຍ​ທີ່​ສຸດ​ໃນ​ໄລ​ຍະ​ຜ່ານ​ມາທີ່​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸ​ຈະ​ລິດ​ຂອງ​ບັນ​ດາ​ພະ​ນັກ​ງານ​ຂອງ​ພັກ-ລັດ

ດັ່ງ​ນັ້ນ​ເພື່ອ​ເປັນ​ການ​ສະ​ກັດ​ກັ້ນ ແລະ ປາບ​ປາມ​ການ​ກະ​ທຳ​ດັ່ງ​ກ່າວນີ້​ຈຶ່ງ​ຕ້ອງ​ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດຫຼາຍ​ຂຶ້ນ​ເຂົ້າ​ໃນ​ພາກກວດ​ກາ​ການ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ບັນ​ຊີ​ຊັບ​ສິນ​ຂອງ​ພະ​ນັກ​ງານ​ພັກ-ລັດ​ທີ່​ມີ​ລວມ​ເຖິງ​ຕຳຫຼວດ ແລະ ທະ​ຫານ​ດ້ວຍ.

ໂດຍ​ໃນ​ໄລ​ຍະ 5 ປີ​ທີ່​ຜ່ານ​ມາ​ກໍ​ໄດ້​ກວດ​ພົບ​ການ​ທຸ​ຈະ​ລິດ​ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຊິກ​ພັກ​ກັບ​ບຸກ​ຄົນ​ພາຍນອກ​ເຖິງ 749 ຄົນ​ທີ່​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍກວ່າ 746 ຕື້​ກີບ​ກັບ 362 ກວ່າ​ລ້ານ​ບາດ ແລະ 14 ລ້ານ​ໂດ​ລາ​ໃນ​ນີ້​ສາ​ມາດ​ເກັບ​ຄືນ​ມາ​ໄດ້ 391 ກວ່າ​ຕື້​ກີບ​ກັບ 25 ກວ່າ​ລ້ານ​ບາດ ແລະ 10,000 ໂດ​ລາ​

ທັງ​ຍັງ​ໄດ້​ດຳ​ເນີນ​ການກວດ​ກາ​ພາຍ​ໃນ​ພັກ ແລະ ລົງ​ໂທດ​ທາງວິ​ໄນ​ຕໍ່​ສະ​ມາ​ຊິກ​ພັກ 3,200 ກວ່າ​ຄົນ​ທີ່​ພົວ​ພັນ​ກັບ​ການ​ທຸ​ຈະ​ລິດ ແລະ ໃຊ້​ອຳ​ນາດ​ໜ້າ​ທີ່​ເພື່ອ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ຕົນ​ເອງ

​ໃນ​ນີ້​ລວມ​ເຖິງ 473 ຄົນ​ທີ່​ຖືກ​ລົງ​ໂທດ​ທາງວິ​ໄນ ແລະ 71 ຄົນ​ຖືກ​ຂັງ​ຄຸກ​ຈາກ​ການ​ທຸ​ຈະ​ລິດ​ໃນ 191 ໂຄງ​ການ​ທີ່​ເຮັດ​ໃຫ້​ເສຍ​ຫາຍກວ່າ 498 ຕື້​ກີບ​ກັບ 395,554 ບາດ ແລະ 1 ລ້ານ​ໂດ​ລາ ແຕ່​ສາ​ມາດ​ເກັບ​ຄືນ​ມາ​ໄດ້ພຽງ 244 ຕື້​ກີບ​ກັບ 4 ໝື່ນ​ໂດ​ລາ​ເທົ່າ​ນັ້ນ.

Leave a Reply

Your email address will not be published. Required fields are marked *

Back to top button