ຊີວິດສຸດລັນທົດ..!! ຢູ່ກິນແບບອົດໆຍາກໆ ວອນຜູ້ໃຈບຸນຊ່ວຍເຫຼືອແປງເຮືອນ ພໍລົບແດດ-ລົບຝົນ

ຈາກຜູ້ໃຊ້ເຟສບຸກຊື່ ถวิล แสนชมภู ໄດ້ໂພສວ່າ: ຄອບຄົວນີ້ທຸກຍາກຂາດເຂີນຫລາຍ ຢູ່ ບ້ານ ປ້ອມ ເມືອງ ແບງແຂວງ ອຸດົມໄຊຢູ່ນຳກັນມີທັງຫມົດ 5 ຄົນ ລູກ3ຄົນ.

ຊີວິດການເປັນຢູ່ສຸດແສນລຳບາກ ມີບາງວັນລູກໆຂອງເຂົາບໍ່ໄດ້ກິນຫຍັງເລີຍ.ມື້ໃດມີຄົນແບ່ງໄຫ້ກໍ່ໄດ້ກິນ ມື້ໃດຜົວໄປຮັບຈ້າງໄດ້ກໍ່ໄດ້ກິນ.

..

..

ທາງການຈັດຄັ້ງບ້ານເພິ່ນຄິດຢາກຈະແປງເຮືອນໃຫ້ເຂົາເຈົ້າໄຫມ່ພໍໄຫ້ລູກນ້ອຍໄດ້ນອນ ຫລົບແດດ ຫລົບຝົນ.

ເພິ່ນຈຶ່ງໄດ້ ຂໍໃຫ້ຂ້າພະເຈົ້າຊ່ວຍດົມ ຂໍວັດຖຸປັດໃຈ ນຳທຸກໆ ຜູ້ທີ່ມີຈິດໃຈ ເມດຕາ . ຊ່ວຍຊື້ສັງກະສີ ຈຳນວນ 20 ແຜ່ນ. ສ່ວນໄມ້ .

..

ອຸປະກອນຕ່າງໆ ແລະ ແຮງງານ ໃນການປຸກສ້າງ ທາງບ້ານເພີ່ນຈະຊ່ວຍປະກອບ ແລະສາມັກຄີກັນເຮັດ.ດັ່ງນັ້ນຂ້າພະເຈົ້າ

ຈຶ່ງຄິດຢາກຈະຂໍຄວາມເມດຕານຳທຸກໆທ່ານປະກອບສ່ວນ ຜູ້ລະເລັກລະນ້ອຍ ເປັນເງິນຫລືປະກອນຕ່າງໆກໍ່ດີ.ແລະ ຂໍຮັບບໍລິຈາກເຄື່ອງນຸ່ງຮົ່ມ ເດັກນ້ອຍ ຜູ້ໃຫຍ່ . ມຸ້ງ ຫມອນ. ຜ້າຫົ່ມ ແລະ ອື່ນໆ ທີ່ເກົ່າ ຫລືຂອງທີ່ທ່ານ ບໍ່ໄດ້ໄຊ້ແລ້ວ ເພື່ອນຳໄປບໍລິຈາກໄຫ້ແກ່ຄອບຄົວທຸກຍາກນີ້ຕໍ່ໄປ.

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button