ຢູເຄຣນ ກຳລັງຈະສິ້ນຊາດສິ້ນແຜ່ນດິນ..

ຢູເຄຣນ ກຳລັງຈະສິ້ນຊາດສິ້ນແຜ່ນດິນ..ສະຫະລັດ ເປີດໄຟຂຽວໃຫ້ໂປແລນດ໌ ບຸກຍຶດຢູເຄຣນຕາເວັນຕົກ ໄປຈົນເຖິງເມືອງລວີຟ ໂດຍຈະປ່ອຍເບື້ອງຕາເວັນອອກທີ່ຕິດກັບທະເລດຳ ແລະທະເລອາຊອຟ ໃຫ້ຣັສເຊຍ

ຄຳສັ່ງບຸກ ທີ່ລົງນາມໂດຍຍາໂຣສລາຟ ມີກ້າ ໄດ້ອອກມາແລ້ວ ແລະພວມຈັດທັບ ກຽມລົງມື..

ດ້ວຍຂໍ້ອ້າງທີ່ວ່າ “ເພື່ອປົກປ້ອງດິນແດນໂຄງສ້າງພື້ນຖານທີ່ສຳຄັນໃນລວິຟ ແລະພູມີພາກໂວລິນ ຕາເວັນຕົກຢູເຄຣນ ຈາກຣັສເຊຍ”

ໂຄງສ້າງພື້ນຖານສຳຄັນທີ່ວ່ານີ້ ຄືແຫຼ່ງກ໊າຊ ລັບລິນ ຂະໜາດ 7 ລ້ານລ້ານແມັດກ້ອນ ທີ່ສຳປະທານໂດຍບໍລິສັດເຊັບຣອນ ຂອງສະຫະລັດ ແລະອີກແຫ່ງໃນເມືອງລວິຟ ລາມໄປເຖິງດອນບາສ (ຮູບ2)..

ຫຼາຍວັນມານີ້ ສະຫະລັດໄດ້ເຈລະຈາເພື່ອຍື່ນໝູຍື່ນແມວແບບລັບໆກັບຣັສເຊຍ ວ່າຈະມອບດິນແດນຊາຍຝັ່ງທັງໝົດຂອງຢູເຄຣນໃຫ້ຣັສເຊຍ

ເພື່ອແລກກັບສ່ວນທີ່ມີແຫຼ່ງກ໊າຊ ໃຫ້ໄປຂຶ້ນກັບໂປແລນດ໌.. (ໂປແລນດ໌ເອົາດິນ ສະຫະລັດເອົາກ໊າຊ ຣັສເຊຍເອົາຊາຍຝັ່ງ.. ຮູບ1) ແຕ່ຣັສເຊຍບໍ່ເຫັນດີ ຕ້ອງການກວມອອກໄປທັງໝົດ ຢ່າງນ້ອຍກໍເຖິງບ່ອນທີ່ເປັນຄໍກີ່ວ (ຮູບ3)

..

ມີການຖົກຖຽງກັນວ່າ ຖ້າຣັສເຊຍຈະເອົາແຫຼ່ງກ໊າຊໃນລວິຟ ກໍຄວນປ່ອຍເມືອງທ່າເຄີຊອນ ຫຼືໂອເດສຊາ ໃຫ້ໂປແລນດ໌ ເພື່ອໃຫ້ມີທາງອອກສູ່ທະເລດຳ ຣັສເຊຍຫຍິ່ງບໍ່ເອົານຳ ເພາະເປັນໄປບໍ່ໄດ້..

ສຸດທ້າຍກໍລົງເອີ່ຍດ້ວຍປືນ.. ໃຜດີໃຜຢູ່..ວ່າແຕ່ໂປແລນດ໌ ຈະກ້າລົງມືຫຼືບໍ່.. ຕ້ອງວັດໃຈແລ້ວລະ..(ຕິດຕາມ)ເຊເລນສກີ ຫວະ ?.. ຢ່າຖາມ..

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button