ກົມຕຳຫລວດສືບສວນ-ສອບສວນ ສັ່ງຈັບຕົວທ້າວ ມີນາຄົມ ຈັນທະຈັກ

ວັນທີ 19 ກໍລະກົດ 2022 ຜ່ານມານີ້ ກົມຕຳຫລວດສືບສວນສອບສວນ ອອກຄໍາສັ່ງທ່ານຫົວໜ້າກອງບັນຊາການ ປກສ ແຂວງໃນທົ່ວປະເທດ ເລື່ອງຊອກຈັບຕົວທ້າວ ມີນາຄົມ ຈັນທະຈັກ,

ວັນເດືອນປີເກີດ 24 ມີນາ 1991, ເຊື້ອຊາດ-ສັນຊາດ ລາວ, ອາຊີບ ນັກທຸລະກິດ, ຖືໜັງສືຜ່ານແດນເລກ ທີ PA0004567, ລົງວັນທີ 16 ສິງຫາ 2012, ຢູ່ບ້ານ ຂ້າມງອຍ, ໜ່ວຍ 29, ເມືອງ ໄຊເສດຖາ, ນະຄອນລວງວຽງຈັນ ຖານການສໍ້ໂກງຊັບ.

1. ລັກສະນະຈຸດ ພິເສດ:

– ລວງສູງ: 165 ເມັດ.

– ດັ່ງ: 3 ລ່ຽມ.

– ຫູ: ທໍາມະດາ.

– ຜິວ: ຂາວເຫລືອງ.

2. ສາຍພົວພັນຄອບຄົວ. …

– ຊື່ພໍ່: ທ້າວ ບຸນປັນ ຈັນທະຈັກ, ວັນເດືອນປີເກີດ 16/05/1953, ອາຊີບ ພະນັກງານ, ປັດຈຸບັນຢູ່ບ້ານ ສີວິໄລ, ໜ່ວຍ 35, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ.

– ຊື່ແມ່: ນາງ ມະນີວອນ ກົມມະວົງ, ວັນເດືອນປີເກີດ 02/03/1963, ອາຊີບ ແມ່ເຮືອນ, ປັດຈຸບັນຢູ່ບ້ານ ສີວິໄລ, ໜ່ວຍ 35, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ.

3. ໄດ້ເອົາຕົວຫຼົບຫຼີກຈາກການດໍາເນີນຄະດີໃນສະຖານ ການສໍ້ໂກງຊັບ ມາດຕາ 233 ຂອງປະມວນກົດໝາຍ ອາຍາ ສະບັບປີ 2017.

4. ໄດ້ເອົາຕົວຫຼົບຫຼີກຈາກການດໍາເນີນຄະດີໃນສະຖານ ການຍັກຍອກຊັບ ມາດຕາ 234 ຂອງປະມວນກົດໝາຍອາຍາ ສະບັບປີ 2017.

5. ວັນທີ, ເດືອນ, ປີ, ເອົາຕົວຫລົບໜີປີ 2020.

ດັ່ງນັ້ນ, ຫົວໜ້າກົມຕໍາຫລວດສືບສວນ-ສອບສວນ ຈຶ່ງໄດ້ອອກຄໍາສັ່ງສະບັບນີ້ແຈ້ງມາຍັງ ທ່ານ ຫົວໜ້າກອງ ບັນຊາການ ປກສ ແຂວງໃນທົ່ວປະເທດ

ຖ້າພົບເຫັນບຸກຄົນດັ່ງກ່າວກະລຸນາຈັບຕົວຜູ້ກ່ຽວ/ສົ່ງໃຫ້ເຈົ້າໜ້າທີ່ຕໍາຫລວດ ສືບສວນ-ສອບສວນ ເພື່ອສືບຕໍ່ດໍາເນີນຕາມລະບຽບກົດໝາຍ.

ຕິດຕໍ່ຫາ: 020 99991029 020 55382466 020 54009112

Leave a Reply

Your email address will not be published. Required fields are marked *

Back to top button