ເຢຍລະມັນ ເຕືອນ ກຽມຮັບມືກັບລາຄາພະລັງງານເພີ່ມສູງຂຶ້ນໄປອີກດົນ

ສຳນັກຂ່າວຊິນຮວາ ລາຍງານວ່າ ທ່ານ ໂຣເບີດ ຮາເບັກ ລັດຖະມົນຕີກະຊວງເສດຖະກິດຂອງເຢຍລະມັນ ເຕືອນວ່າ ບັນດາຜູ້ບໍລິໂພກ ແລະ ບໍລິສັດຕ່າງໆ ຈົ່ງກຽມຄວາມພ້ອມ ເພື່ອຮັບມືກັບລາຄາພະລັງງານ ຫລື ນ້ຳມັນ ແລະ ກາສ ທີ່ເພີ່ມສູງຂຶ້ນໄປອີກດົນ.

ລັດຖະມົນຕີກະຊວງເສດຖະກິດຂອງເຢຍລະມັນ ກ່າວໃນກອງປະຊຸມຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດຂະໜາດນ້ອຍ ແລະ ກາງ ວ່າ ມາດຕະການໃຫ້ຄວາມຊ່ວຍເຫຼືອດ້ານເສດຖະກິດຂອງລັດຖະບານນັ້ນ

ສາມາດຊ່ວຍໄດ້ໃນລະດັບໜຶ່ງເທົ່ານັ້ນ ແຕ່ບໍ່ສາມາດບັນເທົາຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນໄດ້ໃນຂະນະນີ້ ພ້ອມທັງລະບຸວ່າ ນີ້ເປັນຄວາມຈິງທີ່ແສນເຈັບປວດ ສຳລັບຊາວເຢຍລະມັນ.

ທັງນີ້, ມາດຕະການຊ່ວຍເຫຼືອພາກທຸລະກິດໃນເຢຍລະມັນ ປະກອບມີ ໂຄງການເງິນກູ້ຜ່ານ KfW ເຊິ່ງເປັນທະນາຄານເພື່ອການພັດທະນາຂອງລັດຖະບານເຢຍລະມັນ

ເຊັ່ນດຽວກັນກັບເງິນອຸດໜູນດ້ານພະລັງງານ ໂດຍພາຍໃຕ້ມາດຕະການດັ່ງກ່າວຈະມີຫົວໜ່ວຍທຸລະກິດ ປະມານ 40.000 ແຫ່ງ ຈະໄດ້ຮັບເງິນອຸດໜູນດ້ານພະລັງງານຈາກລັດຖະບານ.

ທີ່ມາ: https://laoedaily.com.la/

Leave a Reply

Your email address will not be published. Required fields are marked *

Back to top button