ການນຳເຂົ້ານໍ້າມັນເຊື້ອໄຟຫຼຸດລົງ ເຮັດໃຫ້ນໍ້າມັນຂາດປໍ້າຮຽກຮ້ອງທົ່ວສັງຄົມຊ່ວຍກັນປະຢັດ

ການນຳເຂົ້ານໍ້າມັນເຊື້ອໄຟຫຼຸດລົງ ເຮັດໃຫ້ນໍ້າມັນຂາດປໍ້າຮຽກຮ້ອງທົ່ວສັງຄົມຊ່ວຍກັນປະຢັດ ..ດັ່ງທີ່ຮູ້ນຳກັນແລ້ວວ່າ, ລາຄາ ນ້ຳມັນເຊື້ອໄຟໄດ້ເໜັງຕີງ ຂຶ້ນຢ່າງ ຕໍ່ເນື່ອງ ໂດຍໃນຕົ້ນປີ 2022 ໄດ້ປັບຂຶ້ນ-ລົງລາຄານ້ຳມັນເຖິງ 11 ຄັ້ງ

ສາເຫດທີ່ເຮັດໃຫ້ລາຄາ ນ້ຳມັນເຊື້ອໄຟສູງຂຶ້ນ ເກີດຈາກ ຄວາມຂັດແຍ່ງລະຫວ່າງບັນດາ ປະເທດ ທີ່ຜະລິດນ້ຳມັນອອກຮັບ ໃຊ້ໃນໂລກ ເຮັດໃຫ້ປະເທດທີ່ນຳ ເຂົ້ານ້ຳມັນ ລວມທັງປະເທດລາວ ພວກເຮົາ ໄດ້ຮັບຜົນກະທົບ,

ທົ່ວປະເທດ ມີບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອ ໄຟຈຳນວນທັງໝົດ 13 ບໍລິສັດ ແຕ່ປະຈຸບັນມີພຽງ 4 ບໍລິສັດ ທີ່ສາມາດນຳເຂົ້ານ້ຳມັນໄດ້ຈຶ່ງມີ ຜົນກະທົບຕໍ່ການນຳເຂົ້ານ້ຳມັນ ເຊື້ອໄຟບໍ່ພຽງພໍກັບຄວາມຕ້ອງ ການຂອງສັງຄົມ,

ການນຳເຂົ້ານ້ຳ ມັນມີຈຳນວນຫຼຸດລົງແຕ່ຄວາມ ຕ້ອງການຊົມໃຊ້ສູງຂຶ້ນບັນຫາ ທີ່ກ່າວມາທັງໝົດນີ້, ລ້ວນແລ້ວ ແຕ່ເປັນສາເຫດທີ່ພາໃຫ້ການນຳ ເຂົ້ານ້ຳມັນມາຈຳໜ່າຍພາຍໃນ ໂດຍສະເພາະແມ່ນນ້ຳມັນແອັດ ຊັງບໍ່່ບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ປ້ຳນ້ຳມັນຫຼາຍປ້ຳຂາດ ນ້ຳມັນ.

ນອກນີ້, ກໍ່ຍັງມີຜູ້ທີ່ ສວຍໂອກາດຊື້ນ້ຳມັນແອັດຊັງ ມາຮ່າຍໃສ່ກະຕຸກຂາຍຕາມແຄມທາງ ແລະ ມີລາຄາສູງກວ່າໃນປ້ຳ ທີ່ເປັນການເອົາລັດເອົາປຽບຜູ້ຊົມ ໃຊ້ຕໍ່ກັບຫານີ້,ຖ້າພົບເຫັນຈະໄດ້ປັບໃໝຕາມລະບຽບການ

ຈາກນີ້, ກໍ່ຂໍຮຽກຮ້ອງການນຳພັກ-ລັດ ທຸກຂັ້ນ ຄວນມີມາດຕະການສຸກ ເສີນໃນການຫຼຸດຜ່ອນພາສີ, ອາກອນລົງ ເພື່ອເຮັດໃຫ້ບໍລິສັດນຳ ເຂົ້າສາມາດນຳເຂົ້ານ້ຳມັນໄດ້ ຫຼາຍຂຶ້ນ ນອກນີ້ກໍ່ຮຽກຮ້ອງພາກ ລັດ, ເອກະຊົນ ແລະຜູ້ຊົມໃຊ້ ຊ່ວຍ ກັນປະຢັດມັດທະຍັດບໍ່ໃຊ້ຟຸມ ເຟືອຍ ໂດຍສະເພາະໃນຍຸກເຂົ້າ ຍາກໝາກແພງຄືແບບນີ້.

ທີ່ມາ: FM90

Leave a Reply

Your email address will not be published. Required fields are marked *

Back to top button