ໄບເດັນ ສັນລະເສີນກຳມະກອນ ອາເມຣິກັນ ທີ່ຜະລິດລູກສອນໄຟ ຕ້ານລົດຖັງ ທີ່ສົ່ງໄປໃຫ້ຢູເຄຣນ

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ໃນວັນອັງຄານວານນີ້ ໄດ້ສັນ​ລະ​ເສີນກຳ​ມະ​ກອນຜະລິດລູກສອນໄຟ ຕໍ່ຕ້ານລົດຖັງ ທີ່ກຳລັງຖືກສົ່ງໄປໃຫ້ພວກ ນັກລົບຢູເຄຣນ ໂດຍກ່າວວ່າ ພວກກຳ​ມະ​ກອນ​ເຫລົ່າ​ນີ້ໄດ້ “ເຮັດໃຫ້ປະຊາຊົນ ຢູເຄຣນສາມາດປ້ອງກັນຕົວເອງໄດ້.”

ທ່ານ​ກ່າວ​ວ່າ “ເວົ້າຢ່າງ​ກົງໆ”, ຊາວ​ຢູ​ເຄ​ຣນ​ “ໄດ້​ເຮັດ​ໃຫ້​ທະ​ຫານ​ຣັດ​ເຊຍຕົກໂງ່​ໄດ້ໃນ​ຫຼາຍໆ​ກໍລະນີ. … ອາວຸດທີ່ຜະລິດດ້ວຍມືຂອງພວກ​ທ່ານ ແມ່ນໄປຢູ່ ໃນກໍາມືຂອງວິລະຊົນຢູ​ເຄ​ຣນ. ຂອບໃຈສໍາລັບສິ່ງທີ່ພວກທ່ານໄດ້ເຮັດນັ້ນ.”

ທ່ານໄບ​ເດັນໄດ້ຍ້ອງຍໍຄົນງານ 265 ຄົນຢູ່ໂຮງງານຜະລິດອາ​ວຸດ ​ລັອກ​ຫີດ ມາ​ຕິນ (Lockheed Martin) ໃນພາກໃຕ້ຂອງເມືອງທ​ຣອຍ, ລັດອາ​ລາ​ບາ​ມາ ໂດຍປຽບທຽບພວກເຂົາເຈົ້າ​ໃສ່ກັບ​ກຳ​ມະ​ກອນອາເມຣິກັນທີ່ຜະ​ລິດອາ​ວຸດ ໃນສະໄໝສົງຄາມໂລກຄັ້ງທີ 2.


ທ່ານໄບ​ເດັນກ່າວ​ວ່າ “ພວກ​ເຮົາ​ຢູ່​ໃນ​ຈຸດ​ທີ່​ມີ​ການ​ປ່ຽນ​ແປງໃນ​ປະ​ຫວັດ​ສາດ​ໃນ​ການ​ສູ້​ລົບ​ກັນ​ລະ​ຫວ່າງ​ການ​ຜະ​ເດັດ​ການ ແລະປະ​ຊາ​ທິ​ປະ​ໄຕ.”

ໂດຍການອ້າງເຖິງ​ແຕ່ບໍ່ເອີ່ຍຊື່ປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ແລະການບຸກລຸກຢູເຄຣນຂອງ​ທ່ານ​ເປັນ​ເວ​ລາ 10 ອາທິດນັ້ນ ທ່ານໄບ​ເດັນ ກ່າວຕື່ມວ່າ “ຖ້າທ່ານບໍ່ຕ້ານຢັນກັບພວກຜະເດັດການ, ພວກເຂົາກໍ​ຈະສືບຕໍ່ມາ ຫາ​ທ່ານ​ຢູ່ເລື້ອຍ.”

ຜູ້​ນໍາ​ສະຫະລັດທ່ານນີ້ກ່າວ​ວ່າ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ຍາວ 1 ​ແມັດ ທີ່​ຕັ້ງ​ໃສ່​ບ່າ​ຍິງນັ້ນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ແກ່ລົດ​ຖັງ​ຣັດ​ເຊຍ ທີ່​ພໍ່​ແມ່​ຊາວ​ຢູ​ເຄຣນ​ບາງ​ຄົນ ໄດ້​ຕັ້ງ​ຊື່​ໃຫ້​ລູກ​ຊາຍ​ທີ່​ເກີດ​ໃໝ່​ຂອງ​ເຂົາ​ເຈົ້າວ່າ ຈາ​ແວ​ລິນ (Javelin) ແລະ​ລູກ​ສາວວ່າ ຈາ​ແວ​ລີ​ນາ (Javelina).

ພວກນັກວິ​ເຄາະ​ດ້ານ​ການ​ທະຫານ​ກ່າວ​ວ່າ ລົດ​ຖັງ​ຂອງຣັດ​ເຊຍ​ຫຼາຍ​ເຖິງ 1,000 ຄັນ ​ຖືກ​ທຳລາຍ​ໃນ​ການ​ສູ້​ລົບກັນ​ ຊຶ່ງ​ໃນ​ນັ້ນ​ຫຼາຍ​ຄັນ​ຖືກຍິງ​ໂດຍ​ລູກ​ສອນ​ໄຟຈາ​ແວ​ລິນ (Javelin) ​ທີ່ຍິງ​ຈາກໄລຍະ​ໄກ​ເຖິງ 2,500 ​ແມັດນັ້ນ.

ລູກ​ສອນ​ໄຟ​ຈາ​ແວ​ລິນມີມູນຄ່າຫຼາຍກວ່າ 2 ແສນໂດລາຕໍ່ລູກ ແລະທ່ານໄບ​ເດັນ ຍອມຮັບວ່າ ການສະໜັບສະໜູນຂອງສະຫະລັດທີ່​ມີ​ຢູ່ນີ້ແກ່ຢູເຄຣນໃນ​ການຕໍ່ສູ້ກັບຣັດເຊຍ “ບໍ່ໄດ້ມີລາຄາຖືກ​ເລີຍ.”

​ແຕ່​ທ່ານ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ດຳ​ເນີນ​ການ​ໂດຍ​ໄວ​ກ່ຽວ​ກັບ​ຄຳ​ຮ້ອງ​ຂໍຊຸດ
​ໃໝ່ທີ່​ມີ​ມູນ​ຄ່າ 33 ຕື້​ໂດ​ລາ​ສຳລັບ​ຊ່ວຍ​ເຫຼືອ​ດ້ານ​ການ​ທະຫານ ​ແລະ​ເສດຖະ ກິດ​ໃຫ້​ແກ່​ຢູ​ເຄ​ຣນ, ​ເຊິ່ງ​ເປັນ​ເງິນ​ຊ່ວຍ​ເຫລືອ​ເພີ້ມ​ໃຫ້ເງິນ 13 ຕື້ 600 ລ້ານ​ໂດ​ລາທີ່​ໄດ້ອະນຸມັດ​ ແລະ​ຈ່າຍໄປ​ແລ້ວນັ້ນ.

ຊົມຄລີບ

ຖ້າໃຜພໍອ່ານໄດ້ພາສາອັງກິດ ກໍ່ສາມາດອ່ານພາກພາສາອັງກິດດ້ານລຸ່ມນີ້

U.S. President Joe Biden on Tuesday praised workers making anti-tank missiles that are being shipped to Ukrainian fighters, saying the workers were “making it possible for the Ukrainian people to defend themselves.”

“Quite frankly,” he said, the Ukrainians were “making fools of the Russian military in many instances. … The weapons manufactured by your hands are in the hands of Ukrainian heroes. Thank you for what you do.”

Biden praised the 265 workers at a Lockheed Martin manufacturing plant in the southern city of Troy, Alabama, comparing them to American munitions workers during World War II.

“We’re at an inflection point in history in the ongoing battle between autocracy and democracy,” Biden said.

In an unnamed reference to Russian President Vladimir Putin and his 10-week invasion of Ukraine, Biden added, “If you don’t stand up to dictators, they keep coming.”

The U.S. leader said the meter-long, shoulder-fired missiles have inflicted such heavy damage on Russian tanks that some Ukrainian parents are naming their new-born sons Javelin and their baby daughters Javelina.

Military analysts say that as many as 1,000 Russian tanks have been destroyed in the fighting, many of them hit by the Javelin missiles, which have a range of up to 2,500 meters.

Javelin missiles cost more than $200,000 apiece and Biden acknowledged that the ongoing U.S. support for Ukraine’s fight against Russia is “not going to be cheap.”

But he urged Congress to act quickly on his new $33 billion request for more military and economic assistance for Ukraine, which comes on top of $13.6 billion already approved and spent.

Russia invaded Ukraine on February 24, claiming the Russian military was seeking the “denazification” but not occupation of its neighboring country. Ukraine and Western nations condemned the actions, with the EU and Western countries leveling harsh economic sanctions against Moscow and providing military, food and medical aid to Kyiv.

ຂອບໃນທີ່ມາ: VOA Lao

Leave a Reply

Your email address will not be published. Required fields are marked *

Back to top button