ຫວຽດນາມປະກາດຊ່ວຍເຫຼືອຢູເຄຣນ 5 ແສນໂດລາສະຫະລັດ

ນາຍົກລັດຖະມົນຕີຫວຽດນາມ ທ່ານ ຟາມ ໝິນ ຈິນ (Pham Minh Chinh) ປະກາດບໍລິຈາກເງິນຈຳນວນ 500,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃຫ້ຢູເຄຣນ ຜ່ານອົງກອນດ້ານມະນຸດສະທຳລະຫວ່າງປະເທດ ໃນຂະນະທີ່ນາຍົກລັດຖະມົນຕີຂອງຍີ່ປຸ່ນມາຢ້ຽມຢາມ.

,,

ຕາມການລາຍງານຂອງ ຫວຽດນາມ ໃນວັນທີ 1 ພຶດສະພາທີ່ຜ່ານມານີ້, ມີການເຈລະຈາລະຫວ່າງ ທ່ານ ຟາມ ໝິນ ຈິນ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ກິຊິດະ ຟູມິໂອ ນາຍົກລັດຖະມົນຕີຍີ່ປຸ່ນ (Kishida Fumio) ທີ່ ຮາໂນຍ ປະເທດຫວຽດນາມ.

ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ມາຢ້ຽມຢາມສະມາຊິກອາຊຽນ ເຊິ່ງໃນນັ້ນມີ ໄທ, ອິນໂດເນເຊຍ ແລະ ຫວຽດນາມ. ນອກຈາກນີ້ຍັງໄດ້ພົບກັບຜູ້ນຳຂອງລາວ ແລະ ກຳປູເຈຍໃນເດືອນແລ້ວນີ້ ທີ່ການປະຊຸມສຸດຍອດອາຊີ-ປາຊິຟິກ ຄັ້ງທີ 4.

ຫວຽດນາມຍິນດີໃຫ້ຄວາມຊ່ວຍເຫຼືອໃນດ້ານມະນຸດສະທຳ, ຂະບວນການທາງການເຈລະຈາທາງການທູດ, ບົດສົນທະນາ ແລະ ບົດເຈລະຈາ. ໃນຂະນະທ່ານ ກິຊິດະ ແລະ ທ່ານ ຟາມ ໝິນ ຈິນ ໄດ້ຕົກລົງທີ່ຈະສົ່ງເສີມຄວາມສຳພັນທາງດ້ານເສດຖະກິດ ແລະ ຄວາມໝັັ້ນຄົງ ຮຽກຮ້ອງໃຫ້ຢຸດຕິສົງຄາມ.

ຊົມຄລີບ

ທີ່ມາ: ລາວໂພສ Laopost.. ແຫລ່ງຂ່າວຈາກລັດຖະບາຍຫວຽດນາມ: https://bit.ly/3JP42oY

Leave a Reply

Your email address will not be published. Required fields are marked *

Back to top button