ຊ່ວຍເຫຼືອຄົນຍາກຈົນ ນັບສິບປີ ຊ່ວຍເຫລືອ ໄປແລ້ວ 2 ລ້ານຄົນ ຈົນໂດງດັງໄປທົ່ວໂລກ

ເປັນເລື່ອງລາວທີ່ໜ້າຊື່ນຊົມ. ມື້ນີ້ເຮົາຈະມາຕິດຕາມເລື່ອງລາວຂອງອະດີດຊາຍໜຸ່ມໄຟແຮງປະຈຳໂຮງແຮມຫລູລາ ລະດັບ 5 ດາວໃນອິນເດຍ. ເປັນຄົນທີ່ມີຊື່ໂດງດັງໃນໂຊຊຽວ ໄປຕ່າງນາໆ ພາຍໃນ ແລະ ຕ່າງປະເທດ. ແຕ່ຊາຍຄົນນີ້ ມີຈຸດພິເສດຄື ເມື່ອພົບຄົນທຸກຍາກ ບໍ່ມີເຂົ້າກິນປະທັງຊີວິດ ເພີ່ນກໍ່ບໍ່ລັງເລ ເຂົ້າຊ່ວຍເຫຼືອຢ່າງສຸດໃຈຕາມຄວາມສາມາດ

ຊາຍໜຸ່ມ ມີຊື່ວ່າ “ນາລາຍານານ” ເພີ່ນເປັນຄົນທີ່ມີສິມືທີ່ດີ ແລະ ມີໂຮງແຮມສຸດຫຼູລາ ໃນສະວິດເຊີແລນ ເວົ້າໄປກໍ່ເໝືອນຍິ່ງກ່ວາຝັນທີ່ຈະໄດ້ໄປເຮັດວຽກຕ່າງປະເທດສຸດແສນໄກ

ເມື່ອຊາຍຄົນນີ້ກັບປະເທດ ຫລື ກັບບ້ານເກີດ ພູມລຳເນົາເດີມເມືອງທີ່ພໍ່ແມ່ອາໄສຢູ່ ທາງຕອນໃຕ້ຂອງອິນເດຍ ແລະໄດ້ແວ່ວັດແຫ່ງໜຶ່ງໃນເມືອງມາດູລາຍ ເຂົາບັງເອີນຜ່ານໄປເຫັນຊາຍຊະລາບໍ່ມີເຮືອນ ກຳລັງກິນຂີ້ເຫຍື້ອປະທັງຊີວິດ ຈຶ່ງຮີບແລ່ນໄປຊື້ອາຫານມາໃຫ້ຊາຍຊະລາຄົນນັ້ນ

ພາບທີ່ເຫັນສ້າງຄວາມສະເທືອນໃຈໃຫ້ເຂົາຢ່າງແຮງ ເຂົາຈຶ່ງຕັດສິນໃຈຖິ້ມອະນາຄົດອັນສົດໃສ ແລ້ວ ອຸທິຕົນດູແລ ແລະ ເຮັດອາຫານລ້ຽງດູຄົນຍາກຈົນ ທີ່ບໍ່ສາມາດດູແລຕົວເອງໄດ້ ເຖິງພໍ່ແມ່ຈະບໍ່ເຫັນດີນຳໃນການເລືອກທາງເດີນໃນຄັ້ງນີ້ກໍ່ຕາມ

ກ່ອນເດີນທາງເລາະແຈກອາຫານໃຫ້ຄົນບໍ່ມີເຮືອນຢູ່ແລະ ອາຫານກິນ ແລະ ສ່ວນໃຫຍ່ເປັນຄົນຊະລາທີ່ຖືກລູກຫຼານທອດຖິ້ມ ໂດຍເຂົາໄດ້ເດີນທາງໄກກ່ວາ 200 ກິໂລແມັດ ແຈກອາຫານໝົດແລ້ວຄ່ອຍກັບ ເຮັດແບບນີ້ມາຕະຫຼອດມາດົນນານນັບຫຼາຍສິບປີ

ເຂົາກ່າວວະລີເດັດ “ຄວາມຫິວໂຫຍຂອງຜູ້ຄົນ ເປັນແຮງໃຈໃນການເຮັດອາຫານແຈກ ຂ້ອຍມີຄວາມສຸກທຸກຄັ້ງທີ່ໄດ້ຊ່ວຍເຫຼືອຄົນທີ່ລຳບາກ ແລະ ຂ້ອຍກໍ່ຈະເຮັດແບບນີ້ຕໍ່ໄປ ເພາະຂ້ອຍຮູ້ພວກເຂົາຕ້ອງການຂ້ອຍ” ເຂົາບໍ່ເຄີຍນັບວ່າຊ່ວຍໃຫ້ຜູ້ຄົນອີ່ມທ້ອງໄປຢ່າງຫຼວງຫຼາຍເທົ່າໃດ ໂດຍຜູ້ສື່ຂ່າວໃນພື້ນທີ່ໄດ້ປະເມີນວ່າເຂົາຊ່ວຍລ້ຽງອາຫານ ຄົນທຸກຍາກໄປແລ້ວກ່ວາ 2 ລ້ານຄົນ ໃນເວລາຕໍ່ມາເຂົາກາຍເປັນຄົນດັງ

ແລະໄດ້ຮັບຍົກຍ້ອງຈາກ CNN ໃຫ້ເປັນ 1 ໃນ 10 CNN ວີລະບຸລຸດແຫ່ງຊາດ ແລະ ຕໍ່ມາໄດ້ລາງວັນດ້ານມະນຸດທຳລະດັບໂລກໃນປີ 2014 ນອກຈາກນີ້ ເຂົາຍັງເປັນນັກສ້າງແຮງບັນດານໃຈ ເທິງເວທີ TED Talks ຫຼາຍຄັ້ງຫຼາຍຄາວ

ຢ່າຊັງຄົນທີ່ອິດສາເຈົ້າ ແຕ່ຈົ່ງໃຫ້ກຽດທີ່ເຂົາອິດສາເຈົ້າ ເພາະວ່າເຂົາເປັນໜຶ່ງໃນຄົນທີ່ຄິດວ່າ…ເຈົ້າດີກ່ວາເຂົາ

Leave a Reply

Your email address will not be published. Required fields are marked *

Back to top button