ດ່ວນ!..ປັບຂຶ້ນລາຄານໍ້າມັນເຊື້ອໄຟ

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 30/3/2023

.

ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0273/ອຄ ລົງວັນທີ 22 ມນ 2023.

ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລາຄາຂາຍຍ່ອຍ

ນ້ຳມັນແອັດຊັງພິເສດ ປັບຂຶ້ນ 580 ກີບ/ລິດ,

ນໍ້າມັນແອັດຊັງທຳມະດາ ປັບຂຶ້ນ 440 ກີບ/ລິດ ແລະ

ນໍ້າມັນກາຊວນ ປັບຂຶ້ນ 100 ກີບ/ລິດ

– ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ເລກທີ 0233/ອຄ ລົງວັນທີ 29 ມນ2023…,ຈົນກວ່າຈະມີການປ່ຽນແປງ.

– ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ

.ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ເລກທີ 0233/ອຄ ລົງວັນທີ 29ມນ2023..,

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ

Leave a Reply

Your email address will not be published. Required fields are marked *

Back to top button