ນາຍົກຂວັນໃຈປະຊາ! ເມື່ອເຫັນນ້ຳມັນຂື້ນ ກໍ່ນອນບໍ່ລັບ ເລັ່ງຊອກວິທີແກ້ໄຂບັນຫາ ເພື່ອປະຊາ

ນາຍົກຂວັນໃຈປະຊາ! ເມື່ອເຫັນນ້ຳມັນຂື້ນ ກໍ່ນອນບໍ່ລັບ ເລັ່ງຊອກວິທີແກ້ໄຂບັນຫາ ເພື່ອປະຊາ ເພາະວ່າ ທຸກມື້ນີ້ ທັງປະຊາຊົນທັງປະເທດໃຜໆກໍ່ລ້ວນແຕ່ຖືກວິດຢ່າງຫນັກ ຍ້ອນບັນຫາ ລາຄານ້ຳມັນແພງ ແລະ ອັດຕາການແລກປ່ຽງເງີນຕາແມ່ນສູງ

ເມື່ອເຫັນແນວນັ້ນລັດຖະບານຈື່ງໄດ້ກຳນົດ 7 ວຽກ ໂດຍສະເພາະແມ່ນຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆ ໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ; ກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.


ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ ທີ່ສໍາຄັນ ໃນການແກ້ໄຂບັນຫາລວມຂອງຊາດໃນເດືອນເມສາ 2022 ແລະ ວາງ ທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022 ດັ່ງນີ້

1) ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ມີຜົນໄດ້ຮັບຕົວຈິງຫຼາຍຂຶ້ນກວ່າເກົ່າ, ໃນນັ້ນ ໃຫ້ສຸມໃສ່ບາງວຽກງານຈໍານວນໜຶ່ງ ດັ່ງນີ້:

– ສືບຕໍ່ປະຕິຮູບບັນດາບໍລິສັດ, ລັດວິສາຫະກິດ ຕາມມະຕິຂອງລັດຖະບານ ສະບັບເລກທີ 10/ລບ, ລົງວັນທີ 15 ຕຸລາ 2021 ໃຫ້ສໍາເລັດໂດຍໄວ ໃນນັ້ນໃຫ້ສຸມໃສ່ປະຕິຮູບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະການບິນລາວ; ປັບປຸງຮູບແບບການເຄື່ອນໄຫວ ແລະ ການດໍາເນີນທຸລະກິດ ຂອງລັດວິສາຫະກິດຫວຍພັດທະນາລາວ ເພື່ອເຮັດໃຫ້ການເກັບລາຍຮັບເພີ່ມຂຶ້ນ.

– ສືບຕໍ່ຕິດຕາມ ແລະ ຊຸກຍູ້ການເຮັດທົດລອງການຂຸດຄົ້ນແຮ່ທາດ ໂດຍຊຸກຍູ້ໃຫ້ບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດເຮັດທົດລອງແຮ່ເຫຼັກ ຮີບຮ້ອນດໍາເນີນການຂຸດຄົ້ນ ແລະ ສົ່ງອອກ ເພື່ອໃຫ້ສາມາດເກັບລາຍຮັບໄດ້ໄວ, ພ້ອມກັນນັ້ນ ໂຄງການໃດທີ່ມີການທັບຊ້ອນເນື້ອທີ່ ກໍໃຫ້ແກ້ໄຂຢູ່ຂັ້ນຂະແໜງການ ແລະ ທ້ອງຖິ່ນ ໃຫ້ສໍາເລັດກ່ອນ ຈຶ່ງສະ ເໜີລັດຖະບານ ພິຈາລະນາ.

– ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ໃຫ້ດີກວ່າເກົ່າ ເພື່ອດຶງດູດນັກລົງທຶນຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ເຂດເສດຖະກິດພິເສດ ແລະ ໂຄງການສໍາຄັນອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

– ຮີບຮ້ອນກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.

– ສຸມໃສ່ການເກັບລາຍຮັບງົບປະມານ ຂອງລັດໃຫ້ໄດ້ຕາມແຜນການທີ່ວາງໄວ້, ໃນນັ້ນ ໃຫ້ສຸມໃສ່ຄົ້ນຄວ້າແຫຼ່ງລາຍຮັບໃໝ່ ແລະ ການຫັນການເກັບລາຍຮັບເປັນທັນສະໄໝ ໂດຍສະເພາະ ການຫັນການເກັບລາຍຮັບຢູ່ບັນດາດ່ານສາກົນທົ່ວປະເທດ.

– ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະ ການປະຢັດລາຍຈ່າຍບໍລິຫານ, ລາຍຈ່າຍສໍາລັບການຈັດຊື້ຖ້າບໍ່ຈໍາເປັນແທ້ ກໍໃຫ້ເລື່ອນໄປກ່ອນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຖ້າບໍ່ຈໍາເປັນແທ້ ກໍອາດມອບໃຫ້ເອກະອັກຄະລັດຖະທູດ ຂອງ ສປປ ລາວ ທີ່ຢູ່ປະເທດນັ້ນເຂົ້າຮ່ວມແທນ ຫຼື ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ; ພ້ອມກັນນັ້ນ ກໍຮີບຮ້ອນຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໂດຍໄວ.

– ຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆ ໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ ໂດຍໃຫ້ມີມາດຕະການສະເພາະໜ້າ, ມາດຕະການໄລຍະກາງ ແລະ ໄລຍະຍາວ ທັງມີກົນໄກ ແລະ ວິທີການຄຸ້ມຄອງໃຫ້ລະອຽດ ແລະ ຮັດກຸມ.

2) ສືບຕໍ່ປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະ ການແກ້ໄຂບັນຫາຢາເສບຕິດ ແລະ ອຸປະຕິບັດເຫດຕາມຖະໜົນຫົນທາງ.

3) ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍກໍານົດບັນຊີໂຄງການຕົວຈິງທີ່ຈະສົ່ງເສີມ ແລະ ດຶງດູດການລົງທຶນ ໃຫ້ລະອຽດ.

4) ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນເງື່ອນໄຂໃໝ່ ພ້ອມທັງຮີບຮ້ອນຈັດຕັ້ງປະຕິບັດມາດຕາການຜ່ອນຜັນ ສໍາລັບການເຂົ້າ-ອອກ ສປປ ລາວ ເພື່ອເປີດຮັບນັກທ່ອງທ່ຽວ ໂດຍໃຫ້ເບິ່ງບົດຮຽນຂອງບັນດາປະເທດອ້ອມຂ້າງ ແລະ ຮັບປະກັນກະກຽມຄວາມພ້ອມຂອງແຕ່ລະພາກສ່ວນ ເພື່ອໃຫ້ສາມາດຟື້ນຟູເສດຖະກິດໄດ້ໄວຂຶ້ນ.

5) ສືບຕໍ່ກະກຽມຄວາມພ້ອມ ກອງປະຊຸມສະຫຼຸບຕີລາຄາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ.

6) ສືບຕໍ່ລົງຕິດຕາມ, ຊຸກຍູ້ ແລະ ແກ້ໄຂວຽກງານຕົວຈິງຢູ່ທ້ອງຖິ່ນ ໃຫ້ເປັນປົກກະຕິ, ຖ້າມີບັນ ຫາໃດຫຍຸ້ງຍາກກໍໃຫ້ຮີບຮ້ອນແກ້ໄຂໃຫ້ໄວ ໂດຍສະເພາະ ບັນຫາທີ່ຕິດພັນກັບການສົ່ງອອກສິນຄ້າ.

7) ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆ ຕໍ່ປະເທດເຮົາ; ສືບຕໍ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຮ່ວມມື ໃຫ້ແກ່ການສ້າງສາພັດທະນາປະເທດເຮົາ.

ພ້ອມດຽວກັນນີ້ ສຸມໃສ່ຈັດຕັ້ງປະຕິບັດຜົນການພົບປະລະຫວ່າງ ຜູ້ນໍາພັກ-ລັດ ປະເທດເຮົາ ກັບປະເທດເພືື່ອນມິດຕ່າງໆ ລວມທັງສົນທິສັນຍາ ທີ່ປະເທດເຮົາເປັນພາຄີ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ທີ່ມາ: ເສດຖະກິດ-ການຄ້າ

Leave a Reply

Your email address will not be published. Required fields are marked *

Back to top button