ບໍ່ໄດ້ຮຽກຮ້ອງໃຫ້ຜູ້ນຳຢູເຄຼນຍອມຈຳນົນແຕ່ຢາກໃຫ້ປ່ອຍຕົວສາມັນຊົນແລະຢຸດຕໍ່ຕ້ານ

ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ ຣັດເຊຍຈະບໍ່ສະແຫວງຫາການສິ້ນສຸດການເຄື່ອນໄຫວທາງການທະຫານພິເສດກ່ອນວັນທີ 9 ພຶດສະພານີ້

ເວັບໄຊກະຊວງການຕ່າງປະເທດຣັດເຊຍໄດ້ລາຍງານໃນວັນທີ 3 ພຶດສະພານີ້ວ່າ: ທ່ານເຊີເກ ລັຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍຈະບໍ່ສະແຫວງຫາການສິ້ນສຸດການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນກ່ອນວັນທີ 9 ພຶດສະພານີ້ ເຊິ່ງກົງກັບວັນໄດ້ຮັບໄຊຊະນະໃນສົງຄາມປ້ອງກັນປະເທດອະດີດສະຫະພາບໂຊວຽດ.

ທ່ານລັຟຣົຟກ່າວຕື່ມວ່າ: ຄວາມຄືບໜ້າຂອງການເຄື່ອນໄຫວທາງການທະຫານພິເສດຢູ່ອູແກຣນແມ່ນຂຶ້ນກັບຄວາມຈຳເປັນຂອງການຫຼຸດຜ່ອນຄວາມສ່ຽງທີ່ມີຕໍ່ປະຊາຊົນແລະທະຫານຣັດເຊຍໃຫ້ເຖິງລະດັບຕ່ຳສຸດ.

ທ່ານຍັງກ່າວຕື່ມອີກວ່າ: ຣັດເຊຍບໍ່ຮຽກຮ້ອງໃຫ້ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນຍອມຈຳນົນ,

ແຕ່ຮຽກຮ້ອງໃຫ້ທ່ານອອກຄຳສັ່ງປ່ອຍຕົວສາມັນຊົນທັງໝົດແລະຢຸດການຕໍ່ຕ້ານ. ເປົ້າໝາຍຂອງຣັດເຊຍບໍ່ໄດ້ລວມທັງການເຮັດໃຫ້ອູແກຣນຜັນປ່ຽນອຳນາດການປົກຄອງຊຸດໃໝ່.

Leave a Reply

Your email address will not be published. Required fields are marked *

Back to top button