ມື້ນີ້ ປົວຫາຍດີ +468 ຄົນ

ສະຖານະການ ໂຄວິດປະຈຳວັນວັນທີ 16/11/2021 ນີ້ . ທິມເເພດຫລືນັກຊຸດຂາວ ສາມາດຮັກສາ ຜູ້ຕິດເຊື້ອຫາຍດີ ໄດ້ກັບບ້ານແມ່ນ 468 ຄົນ. ໃນນັ້ນຕິດເຊື້ອໃຫມ່ 1306 ຄົນ ມີຜູ້ຕິດເຊື້ອສະສົມ 56324 ຄົນ,. ເສັຍຊີວິດໃຫມ່ 6 ຄົນ, ເສຍຊີວິດສະສົມ 110 ຄົນ

ເຖິງປົວຫາຍດີເຖີງ 468 ຄົນ ກໍ່ຍັງບໍ່ດີປານໃດ ເພາະຍອດຜູ້ຕິດເຊື້ອໃຫມ່ແມ່ນ ເພີ່ມເຖິງ 1306 ຄົນ . ຮູ້ໄດ້ຊັດເຈນວ່າ ຕິດເພີ່ມສູງກວ່າ ປົວຫາຍດີ,ຖ້າເປັນແບບນີ້ ໄປວັນໆ ແນ່ນອນແລ້ວ ໂພງຫມໍ ຫລື ຕຽງນອນຮັກສາຜູ້ຕິດເຊື້ອອາດຈະບໍ່ພໍ ຫລື ຄົນຕິດເຊື້ອລົ້ນໂຮງຫມໍ.

ສະນັ້ນ ທຸກຄົນຈົ່ງຊ່ວຍກັນຮ່ວມມືກັນແທ້ໆ ແລະ ຕ້ອງປະຕິບັດຕາມຄຳແນະນຳຂອງຂັ້ນເທິງງ ເພື່ອໄລ່ຕ້ານເຊື້ອໂຄວິດ ນີ້ ອອກຈາກປະເທດລາວໃຫ້ຫມົດໄປ.

ແຕ່ແນວໃດກໍ່ຕາມ ພາກສ່ວນກໍ່ໄດ້ເອົາໃຈໃສ່ຢ່າງເຕັມທີ່ ໂດຍສະເພາະກັບທີມແພດໝໍທີ່ເຮັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ສົ່ງກັບບ້ານສູ່ອ້ອມກອດຄອບຄົວ ຖືເປັນຊ່ວງເວລາທີ່ໜ້າຍິນດີສຸດ.

ກ່ອນຈະມີການສົ່ງຕົວທີມແພດໝໍກ່າວແນະນຳວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ,

ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ທີມແພດໝໍຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ,

ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ

Leave a Reply

Your email address will not be published. Required fields are marked *

Back to top button