ອິດສະລາເອວຮຽກຮ້ອງຣັດເຊຍໃຫ້ຂໍໂທດຫຼັງຈາກທີ່ໄດ້ກ່າວວ່າ “ຮິດເລີມີເຊື້ອສາຍຢິວ”

ໃນວັນຈັນ ອິດສະລາເອວ ໄດ້ກ່າວໂຈມຕີຣັດເຊຍຢ່າງໜັກ ສືບເນື່ອງມາຈາກຄຳກ່າວຂອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່ຽວກັບລັດນາຊີ ແລະ ແນວຄິດຕໍ່ຕ້ານຢິວ ລວມທັງກ່າວອ້າງວ່າ “ອະດັອບ ຮິດເລີ ເປັນຢິວ”.

ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ເຊີເກ ລາຟກັອບຟ ຕອບຄຳຖາມຕໍ່ສື່ມວນຊົນອີຕາລີ ເລື່ອງການບຸກລຸກຢູເຄຣນເຊິ່ງທາງຣັດເຊຍອ້າງວ່າ:

“ເປັນການກຳຈັດອິດທິພົນຂອງນາຊີໃນຢູເຄຣນ”, ໂດຍລັດຖະມົນຕີ ລາຟກັອບຟ ໄດ້ກ່າວວ່າ: “ຢູເຄຣນອາດຍັງມີອົງປະກອບຂອງຄວາມເປັນນາຊີຢູ່ ເຖິງວ່າບຸກຄົນສຳຄັນຂອງຢູເຄຣນ ລວມທັງປະທານາທິບໍດີກໍເປັນຊາວຢິວ”.

ລັດຖະມົນຕີ ລາຟກັອບຟ ໄດ້ກ່າວວ່າ: “ຮິດເລີກໍຍັງມີເຊື້ອສາຍຢິວ ດັ່ງນັ້ນເລື່ອງນີ້ບໍ່ມີຄວາມສຳຄັນແຕ່ຢ່າງໃດ”.ອິດສະລາເອວໄດ້ເອີ້ນຕົວເອກອັກຄະລະທູດຣັດເຊຍເຂົ້າພົບເພື່ອປະທ້ວງຄວາມເຫັນດັ່ງກ່າວ ພ້ອມລະບຸວ່າຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ເປັນການກ່າວຫາຊາວຢິວວ່າກໍ່ເຫດສັງຫານລ້າງເຜົ່າພັນຊາວຢິວດ້ວຍກັນເອງໃນຊ່ວງສົງຄາມໂລກຄັ້ງທີ2.

ສຳນັກຂ່າວຣອຍເຕີລາຍງານວ່າ: “ກະຊວງການຕ່າງປະເທດອິດສະລາເອວຍັງຮຽກຮ້ອງໃຫ້ ເຄຣມລິນ ອອກມາຂໍໂທດຢ່າງເປັນທາງການ”.

ລັດຖະມົນຕີກະຊວງການຕ່າງອິດສະລາເອວ ຢາອີ ລາປິດ ໄດ້ກ່າວວ່າ “ຄຳເວົ້າຂອງຂອງລັດຖະມົນຕີ ຣາຟລອຟ ໃນຄັ້ງນີ້ບໍ່ສາມາດໃຫ້ອະໄພໄດ້, ໜ້າອັບອາຍ ແລະ ມີຄວາມຜິດພາດຢ່າງຮຸນແຮງໃນທາງປະຫວັດສາດ ແລະ ຊາວຢິວບໍ່ເຄີຍລ້າງສັງຫານເຜົ່າພັນຕົນເອງໃນສົງຄາມໂລກຄັ້ງທີ2”.

ແລະໄດ້ກ່າວປິດເພິ່ມອີກວ່າ: “ການແບ່ງແຍກເຊື້ອຊາດໃນລະດັບຕ່ຳທີ່ສຸດຂອງຊາວຢິວ ຄືການກ່າວຫາວ່າຊາວຢິວມີແນວຄິດຕໍ່ຕ້ານຊາດພັນຕົວເອງ”.ທາງດ້ານອານຸສອນສະຖານການສັງຫານລ້າງເຜົ່າພັນຂອງອິດສະລາເອວ ຢາດ ວາເຊມ (Yad Vashem) ມີການຖະແຫຼງການວ່າ:

“ຄຳກ່າວຂອງລັດຖະມົນຕີຕ່າງປະເທດຣັດເຊຍນັ້ນ ໄຮ້ສາລະ, ຫຼົງຜິດ, ອັນຕະລາຍ ແລະ ສົມຄວນຖືກປະນາມ ແລະ ລາຟກັອບຟ ພະຍາຍາມໂຄສະນາເພື່ອບິດເບືອນເຫດການສັງຫານລ້າງເຜົ່າພັນ ດ້ວຍການສະໜັບສະໜູນຄຳກ່າວອ້າງທີ່ບໍ່ມີຫຼັກຖານເລື່ອງ ຮິດເລີ ທີເຊື້ອສາຍຢິວ”.ອານຸສອນສະຖານ ຢາດ ວາເຊມ ກ່າວວ່າ:

“ສິ່ງທີ່ຮ້າຍແຮງຄືກັນ ຄືການເອີ້ນຊາວຢິວ ແລະ ປະທານາທິບໍດີ ເຊເລນສະກີ ວ່າເປັນນາຊີ ເຊິ່ງຖືວ່າເປັນການບິດເບືອນປະຫວັດສາດ ແລະ ສົບປະໝາດເຫຍື່ອຂອງລັດນາຊີ”ໃນຊ່ວງເລີ່ມຕົ້ນສົງຄາມໃນຢູເຄຣນ ປະທານາທິບດີ ວະລາດິເມຍ ປູຕິນ ພະຍາຍາມອ້າງວ່າການບຸກລຸກຢູເຄຣນ ເປັນການລົບລ້າງອິດທິພົນ ແລະ

ແນວຄິດນາຊີໃນຢູເຄຣນ ເຖິງວ່າໃນຄວາມເປັນຈິງ ຢູເຄຣນມີລັດຖະບານທີ່ມາຈາກການເລືອກຕັ້ງ ແລະ ປະທານາທິບໍດີ ເຊເລນສະກີ ເຊິ່ງມີເຊື້ອສາຍຊາວຢິວ ກໍສູນເສຍຍາດຕິພີ່ນ້ອງຫຼາຍຄົນໃນເຫດການສັງຫານລ້າງເຜົ່າພັນເຊັ່ນກັນ.ໃນຂະນະດຽວກັນນັ້ນ,

ທາງການຢູເຄຣນອອກມາປະນາມຄວາມຄິດເຫັນຂອງ ຣາຟລອຟ ເຊັ່ນກັນ ໂດຍມີທີ່ປຶກສາປະທານາທິບໍດີລະບຸວ່າ “ຣັດເຊຍພະຍາຍາມສ້າງຄວາມຊອບທຳໃນການສັງຫານໝູ່ໃນຢູເຄຣນ ດ້ວຍການຂຽນປະຫວັດສາດຂຶ້ນມາໃໝ່”.

ເຫດການດັ່ງກ່່າວນີ້ຖືເປັນການສ້າງຄວາມບາດໝາງລະຫວ່າງສອງປະເທດ ໃນຊ່ວງເວລາທີ່ອິດສະລາເອວກຳລັງສະແດງຈຸດຢືນບໍ່ເຂົ້າຂ້າງໃດໃນສົງຄາມຢູເຄຣນ ເພາະເຖິງວ່າ

ອິດສະລາເອວໄດ້ສົ່ງຄວາມຊ່ວຍເຫຼືອດ້ານມະນຸດສະທຳໄປໃຫ້ແກ່ຢູເຄຣນ ອິດສະລາເອວກໍຍັງບໍ່ອອກມາປະນາມ ແລະ ໃຊ້ມາດຕະການລົງໂທດຣັດເຊຍຮ່ວມກັບປະເທດອື່ນໃນປະຊາຄົມໂລກເຊັ່ນກັນ.

ຊົມຄລີບ

ຂອບໃຈທີ່ມາ: ລາວໂພສ ​laopost

Leave a Reply

Your email address will not be published. Required fields are marked *

Back to top button