ຊີວິໃຜໆກໍ່ຮັກ. ຄວາຍ ກາບເຈົ້າຂອງກ່ອນຖີຶກຂາຍ

ເມື່ອແອັດເຫັນຄລີບນີ້ ກໍ່ຮູ້ສືກວ່າ ຊື້ງໃຈຢູ່ ນ້ຳຕາກະກັ່ນບໍ່ຢູ່ນຳ.. ບໍ່ວ່າສັດຫລືມະນຸດເຮົາໃຜໆກໍ່ຮູ້ຫ່ວງຊີວິດຕົນເອງເຊັ່ນກັນ

ສັດທຸກຊະນີດມີຄວາມຮູ້ສືກທີຄວາມຜູກພັນຄືຄົນ ຕ່າງແຕ່ເວົ້າບໍ່ໄດ້ ຄືກໍລະນີນີ້ມັນຮູ້ວ່າເຈົ້າຂອງມັນຊີຂາຍມັນໄປເຂົ້າໂຮງຂ້າສັດ

ດັ່ງນັ້ນ ຄວາມຈື່ງຫມົດຫ່ວງທາງບໍ່ຢາກຈາກເຈົ້າຂອງໄປ ຄວາມຕົວນີ້ ຈື່ງກາບຂໍເຈົ້າຂອງຢາກຂາຍຕົນເອງ ເພາະບໍ່ຢາກຈະຈາກເຈົ້າທີ່ເຄີຍຜູກມາກ່ອນໄປ.

ຊົມຄຼິບ

,,

,,,

,,,

,,,

,,,

,,,

,,,

,,,

ຮູ້ວ່າຊ່ວງນີ້ ຫລາຍທ່ານອາດຈະຫວ່າງງານຢູ່ ສະນັ້ນ ຂ່າວດ້ານລຸ່ມນີ້ອາດຈະເປັນຂ່າວດີສຳລັບທ່ານ

ບໍລິສັດທາງລົດໄຟ ລາວ-ຈີນ!..ປະກາດຮັບສະໝັກພະນັກງານຫລາຍຕຳແຫນ່ງ

ສະຖານີລົດໄຟຂົນສົ່ງຜູ້ໂດຍສານທັງໝົດ 10 ສະຖານີຄື: ສະຖານີບໍ່ເຕ່ນ, ນາເຕີຍ, ນາໝໍ້, ເມືອງໄຊ, ເມືອງງາ, ຫຼວງພະບາງ, ກາສີ, ວັງວຽງ, ໂພນໂຮງ, ນະຄອນຫຼວງວຽງຈັນ; ສະຖານີລົດໄຟຂົນສົ່ງສິນຄ້າທັງໝົດມີ 7 ສະຖານີຄື:ສະຖານີບໍ່ເຕ່ນ,ນາເຕີຍ, ຫຼວງພະບາງ,ກາສີ, ວັງວຽງ, ໂພນໂຮງ, ສະຖານີວຽງຈັນໃຕ້, ສະຖານີເມືອງໄຊ(ຍັງບໍ່ເປີດບໍລິການ).

I. ຈໍານວນ, ວິຊາສະເພາະ, ຕໍາແໜ່ງ ແລະ ສະຖານທີ່ເຮັດວຽກ

ບໍລິສັດຕ້ອງການຮັບພະນັກງານທັງໝົດຈໍານວນ 225 ຄົນ, ລະຫັດຕໍາແໜ່ງງານ 202201- 202210, ລາຍລະອຽດຂອງເງືອນໄຂຕໍາແໜ່ງງານ ແລະ ບ່ອນປະຈໍາການ ມີຄືໃນເອກະສານຄັດຕິດ.

II. ເງືອນໄຂຜູ້ສະໝັກ

1. ສາມາດຟັງ,ອ່ານ,ຂຽນ ພາສາຈີນໄດ້, ໄດ້ຈົບການສຶກສາແລ້ວ, ອາຍຸບໍ່ເກີນ 27 ປີ;

2. ປະຕິບັດຕາມລະບຽບກົດໝາຍ, ບໍ່ເຄີຍມີຄະດີອາຍາ, ດຸໝັ່ນ , ມີຄວາມອົດທົນ, ມີຄວາມສາມັກຄີ, ສາມາດຮ່ວມມືກັບເພື່ອນຮ່ວມງານໄດ້, ສາມາດປັບຕົວເຂົ້າກັບສະພາບແວດລ້ອມໃນການເຮັດວຽກລົດໄຟ, ວຽກງານພາກສະໜາມ ແລະ ເຮັດວຽກກະກາງຄືນໄດ້.

3. ມີລະດັບວິຊາສະເພາະ ແລະ ວຸດທິການສຶກສາສອດຄ່ອງກັບຄວາມຕ້ອງການວຽກລົດໄຟ, ມີຜົນການຮຽນດີ.

4. ມີສຸຂະພາບແຂງແຮງດີ, ຮ່າງກາຍສົມບູນ, ບໍ່ມີປະຫວັດການສັກລາຍ, ບໍ່ເມົາລົດເມົາເຮຶອ, ເກນຂອງສາຍຕາຢູ່ໃນລະດັດ 5.0 ຂຶ້ນໄປ, ບໍ່ເປັນພະຍາດຕາບອດສີ ຫຼື ຕາບອດ, ຫູໄດ້ຍິນສຽງປົກກະຕິ, ຮ່າງກາຍແຂງແຮງ, ແຂນຂາໃຊ້ງານໄດ້ດີ, ບໍ່ມີພະຍາດຊໍ້າເຮື້ອ ຫຼື ພະຍາດຕິດຕໍ່, ສາມາດເຮັດວຽກລ້ອນໜ້າທີ່ຮັບຜິດຊອບ.

5. ຊື່ສັດ ແລະ ເຊື່ອຖືໄດ້, ມີຈັນຍາບັນຕໍ່ວຽກງານ, ສາມາດປະຕິບັດຕາມກົດລະບຽບ, ການຄຸ້ມຄອງ, ການຈັດຕັ້ງຂອງບໍລິສັດ. ມັກຮັກໃນວຽກງານລົດໄຟ, ມີຄວາມຕັ້ງໃຈທີ່ຈະເຮັດວຽກລົດໄຟ ໃນໄລຍະຍາວ.

6.ສາມາດປະຕິບັດຕາມການຈັດຕໍາແໜ່ງງານ ແລະ ສະຖານທີເຮັດວຽກ, ການສັບຊ້ອນໜ້າທີ່ ທີບໍລິສັດລົດໄຟລາວ-ຈີນ ຈໍາກັດ ແລະ ສູນທີ່ຂື້ນກັບຈັດຕັ້ງ.

7. ວຸດທິການສຶກສາ: ມ 7 ຂື້ນໄປ.

8.ໄດ້ຮັບວັກຊິນປ້ອງກັນໂຄວິດ 2 ເຂັມຂຶ້ນໄປ, ຕອນສໍາພາດຕ້ອງໄດ້ສະແດງບັດຍັ້ງຢືນການສັກວັກຊິນດັ່ງກ່າວ.

III . ເງິນເດືອນ ແລະ ສະຫວັດດີການ

1. ໄລ​ຍະ​ຝຶກງານແມ່ນ 2 ເດືອນ, ໄລຍະ​ທົດລອງງານແມ່ນ 10-12 ເດືອນ, ເງິນ​ເດືອນກ່ອນຫັກອາກອນ ແລະ ປະກັນສັງຄົມ ແມ່ນລະດັບ 4,000,000 ກີບ ແລະ ຫຼາຍກ່ວາ ຂຶ້ນກັບແຕ່ລະຕໍາແໜ່ງງານ, ໄລ​ຍະ​ຝຶກງານ ແລະ ໄລ​ຍະ​ທົດລອງງານຈະໄດ້ຮັບ​ເງິນ​ເດືອນ90%, ຫຼັງສໍາເລັດຂັ້ນຕອນການເຂົ້າເປັນພະນັກງານແລ້ວ ຈະໄດ້ຮັບສະຫວັດດີການທີ່ກ່ຽວຂ້ອງຂອງບໍລິສັດ.

ອີງຕາມກົດໝາຍທີ່ກ່ຽວຂ້ອງຂອງ ແຕ່ລະເດືອນຈະໄດ້ຫັກຄ່າປະກັນສັງຄົມ 5.5% (ບໍລິສັດຈ່າຍສົມທົບອີກ 6%) ແລະ ຫັກອາກອນລາຍໄດ້ສ່ວນບຸກຄົນ.

2. ພາຍຫຼັງຄົບໄລຍະ​ທົດລອງງານແລ້ວ ແລະ ຜ່ານການສອບເສັງໄດ້ເປັນພະນັກງານສົມບູນແລ້ວ, ຈະໄດ້ຮັບເງິນເດືອນ 100% , ສະຫວັດດີການອື່ນໆແມ່ນເພີ່ມຂຶ້ນຕາມກິດຈະການ ແລະ ການພັດທະນາຂອງບໍລິສັດ.

3. ໂດຍຫຼັກການແລ້ວ, ບໍລິສັດບໍ່ໄດ້ສະໜອງທີ່ພັກ, ພະນັກງານກະກາງເວັນແມ່ນຈັດຫາທີ່ພັກເອງ, ພະນັກງານປ່ຽນກະກັນເຂົ້າຄື:ພະນັກງານຂັບລົດໄຟ, ພະນັກງານຂັບລົດກົນຈັກ,

ເນື່ອງຈາກຄວາມຈໍາເປັນຂອງວຽກຕ້ອງໄດ້ສັບປ່ຽນກັນເຂົ້າປະຈໍາການ,​ ພະນັກງງານທີ່ຕິດພັນກັບການແລ່ນລົດໄຟເຊັ່ນ: ພະນັກງານເຊື່ອມຕໍ່ລົດ,ພະນັກງານຂົນສົ່ງຜູ້ໂດຍສານ, ພະນັກງານຂົນສົ່ງສິນຄ້າ, ແມ່ນຈະໄດ້ລໍເຂົ້າກະເຮັດວຽກຂອງຕົນ ພາກສ່ວນນີ້ແມ່ນຈະສະໜອງທີ່ພັກໃຫ້.

IV. ຊ່ອງທາງ ແລະ ເວລາການຮັບເອກະສານສະໝັກງານ

ດາວໂຫລດ ແລະ ປະກອບຟອມສະໝັກເຂົ້າເປັນພະນັກງານສຳລັບຊ່ວງດຳເນີນການລົດໄຟລາວ-ຈີນ, ໃບຍັ້ງຢືນ HSK (ຖ້າມີ), ໃບປະກາດ, ບັດປະຈໍາຕົວ ສະແກນ ແລ້ວສົ່ງມາທີ່ Email: hr-200@lcrc.ltd (ບໍລິສັດຈະບໍ່ໄດ້ຮັບເອກະສານການສະຫມັກໂດຍຜ່ານຊ່ອງທາງອື່ນໆ). ໄລຍະເວລາເປີດຮັບເອກະສານ: ວັນທີ 10 ກໍລະກົດ ຫາ ວັນທີ 20 ກໍລະກົດ 2022.

V. ອື່ນໆ

1. ສະມາດສົ່ງຟອມສະໝັກທາງ Email: hr-200@lcrc.ltd ເທົ່ານັ້ນ, ບໍ່ຮັບເອກະສານໃນຊ່ອງທາງອື່ນ.

2. ຜູ້ສະໝັກຄວນຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທີ່ກ່ຽວຂ້ອງໃນໃບສະໝັກ ທີ່ສົ່ງມາ. ຖ້າພົບເຫັນມີການແປງປອມເອກະສານ, ແມ່ນຈະຍົກເລີກສິດໃນການສະໝັກທັນທີ.

3. ການຮັບສະໝັກຄັ້ງນີ້ບໍ່ມີປຶ້ມຄູມື, ບໍ່ມີຫຼັກສູດການຮຽນການສອນພິເສດ ແລະ ບໍ່ມອບໃຫ້ພາກສ່ວນໃດຈັດຕັ້ງ, ຜູ້ສະໝັກຄວນລະວັງ ເພື່ອຮັບປະກັນບໍ່ໃຫ້ເກີດມີການຫຼອກລວງກັນ.

4. ຜູ້ສະໝັກຕ້ອງຮັບປະກັນໃຫ້ໂທລະສັບສາມາດຕິດຕໍ່ໄດ້ຕະຫຼອດໄລຍະການຮັບສະໝັ້ກງານ, ຖ້າກໍລະນີເບີໂທຕິດຕໍ່ບໍ່ໄດ້ ເປັນເຫດໃຫ້ພາດໂອກາດການເຂົ້າສໍາພາດ, ​ບໍລິສັດຈະບໍ່ຮັບຜິດຊອບ.ໃນຂັ້ນຕອນການຮັບສະໝັກພະນັກງານ ຖ້າກໍລະນີ ບໍ່ໄດ້ຖືກຄັດເລືອກເຂົ້າຮອບຕໍ່ໄປ ແມ່ນຈະບໍ່ມີການແຈ້ງຫາຜູ້ກ່ຽວ.

5. ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ສະຫງວນສິດໃນການອະທິບາຍປະກາດຮັບສະໝັກພະນັກງານ ແລະ ລະບຽບການທີ່ກ່ຽວຂ້ອງ.

6. ສອບຖາມໄດ້ທີ່ເບີໂທ: 020-95818361, 020-22833285 ຕິດຕໍ່ໄດ້ສະເພາະເວລາ ລັດຖະການ 8:30-11:00,​ 14:30-17:00 ເທົ່ານັ້ນ, ຂໍອາໄພມາຍັງຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ.

ດາວໂຫລດແບບຟອມສະໝັກໄດ້ທີ່: https://docs.google.com/…/1DwpGFAqafZS_HOQarnaX…/edit…

Leave a Reply

Your email address will not be published. Required fields are marked *

Back to top button