ແຈ້ງດ່ວນ!..ລະບຽບການທ່ຽວງານບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2023 ມີຄື

ຄະນະປະທານຈັດງານບຸນ ອອກລະບຽບການທ່ຽວງານບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2023 ມີຄື:

1. ທຸກຄົນທີ່ມາທ່ຽວງານບຸນຕ້ອງຍົກສູງສະຕິລະວັງຕົວ ເປັນເຈົ້າການຕ້ານທຸກການກະທໍາ ແລະ ເລ່ຫຼ່ຽມກົນອຸບາຍຂອງພວກຄົນບໍ່ດີທີ່ຫວັງກໍ່ຄວາມບໍ່ສະຫງົບໃນງານບຸນ.

2. ອໍານາດການປົກຄອງໃນແຕ່ລະບ້ານ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງການເຄື່ອນໄຫວກວດກາ ເວນຍາມຕາມສະຖານທີ່ຄຸ້ມບ້ານຂອງຕົນຕະຫຼອດ 24 ຊົ່ວໂມງ.

3. ທຸກຄອບຄົວຕ້ອງເອົາໃຈໃສ່ຄຸ້ມຄອງສະມາຊິກໃນຄອບຄົວຂອງຕົນ ບໍ່ໃຫ້ມີການເຄື່ອນ ໄຫວທີ່ຜິດຕໍ່ກົດຫມາຍບ້ານເມືອງ, ຖ້າມີຍາດພີ່ນ້ອງ ຫຼື ບຸກຄົນມາພັກຢູ່ໃນເຮືອນແມ່ນຕ້ອງຮີບ ຮ້ອນໄປລາຍງານຫົວຫນ້າຫນ່ວຍ ຫຼື ປກສ ບ້ານໂດຍໄວ.

4. ກ່ອນຈະໄປທ່ຽວງານຕ້ອງເອົາໃຈໃສ່ກວດກາມ້ຽນມັດວັດຖຸສິ່ງຂອງອັນສໍາຄັນ ພ້ອມທັງຮັບປະກັນລະບົບຟືນໄຟຢູ່ເຮືອນຢ່າງຄັກແນ່ ການໄປມາທ່ຽວງານບຸນຕ້ອງມີຄູ່ຕິດຕາມສາມຫາສີ່ຄົນ.

5. ກໍານົດຂອບເຂດຂອງງານບຸນ ນັບແຕ່ທາງໂຄ້ງກົກໂພບ້ານປາກຊີມັງຮອດສາມແຍກກົກໂພ ບ້ານມ່ວງສຸມ ລົດທຸກປະເພດທີ່ແລ່ນຜ່ານເຂົ້າ ໃນຂອບເຂດດັ່ງກ່າວແມ່ນຈະໄດ້ຕິດກາທ່ຽວງານທີ່ ທາງອານຸປ້ອງກັນໄດ້ກໍານົດໄວ້.

6. ຈຸດຮັບສົ່ງຜູ້ໂດຍສານທີ່ມາທ່ຽວງານບຸນໄດ້ກໍານົດດັ່ງນີ້:

+ ຈຸດທີ 1: ທິດເຫນືອແມ່ນກໍານົດເອົາທາງໂຄ້ງກົກໂພໃກ້ຮອດພຣະທາດ (ຫາງບ້ານ ປາກຊີມັງ)
+ ຈຸດທີ 2: ທິດໃຕ້ແມ່ນກໍານົດເອົາ 3 ແຍກບ້ານມ່ວງສຸມ.

7. ທຸກພາກສ່ວນທີ່ມີພື້ນທີ່ເປົ່າຫວ່າງ ເປັນຂອງຕົນເອງ, ຂອງລວມຫມູ່ຕາມແຄມທາງ ຂອບເຂດ ສະຖານທີ່ຈັດງານບຸນຕ້ອງໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ຮັບຜິດຊອບຈັດງານບຸນ
ເພື່ອຈັດສັນສະຖານທີ່ຈອດລົດໃຫຍ່ໃຫ້ແກ່ຜູ້ທີ່ມາທ່ຽວງານບຸນ.

ຖ້າຫາກບຸກຄົນໃດມີຈຸດປະສົງຢາກເຮັດບ່ອນ ຈອດລົດໃນງານບຸນໃສ່ພື້ນທີ່ຂອງຕົນເອງ ຫຼື ພື້ນທີ່ຂອງຄົນອື່ນຕ້ອງໄດ້ມາພົວພັນຂໍອະນຸຍາດຈາກ ຄະນະຮັບຜິດຊອບ ແລະ ຕ້ອງຈ່າຍພັນທະຕາມການກໍານົດຂອງຄະນະຮັບຜິດຊອບວາງອອກ.

8. ທຸກຄົນທີ່ເຂົ້າມາທ່ຽວໃນງານບຸນຫ້າມຖືອາວຸດທຸກຊະນິດຢ່າງເດັດຂາດ (ຍົກເວັ້ນແຕ່ເຈົ້າຫນ້າ ທີ່) ຜູ້ທີ່ເຮັດຫນ້າທີ່ປ້ອງກັນເທົ່ານັ້ນ ແລະ ທຸກຄົນຕ້ອງເຄື່ອນໄຫວຢູ່ໃນທີ່ໂລ່ງແຈ້ງເທົ່ານັ້ນ ຫ້າມບໍ່ ໃຫ້ເຂົ້າໄປອາໄສຢູ່ຕາມຮົ້ວເງົາມືດ ຫຼື ບ່ອນລັບໆລີ້ໆຢ່າງເດັດຂາດ.

9. ທຸກຄົນທີ່ມາທ່ຽວໃນງານບຸນຕ້ອງເອົາໃຈໃສ່ ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບ ຮ້ອຍ, ການຫຼິ້ນ, ການທ່ຽວ, ການກິນດື່ມຕ້ອງລະມັດລະວັງ, ບໍ່ຄວນດື່ມເມົາເກີນຂອບເຂດເຊິ່ງຈະ ສ້າງເງື່ອນໄຂກໍ່ໃຫ້ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍໃນງານບຸນ.

10. ສໍາລັບຜູ້ປົກຄອງທີ່ພາລູກຫຼານມາທ່ຽວໃນງານບຸນ ເພື່ອຢ້ານຫຼົງໃຫ້ຂຽນນໍ້າເບີໂທລະສັບ
ທີ່ຢູ່ໄວ້ນໍາຖົງເສື້ອລູກຫຼານຂອງຕົນ.

11. ບໍ່ໃຫ້ພາຫະນະທຸກປະເພດແລ່ນຜ່ານມວນຊົນທີ່ຫນາແຫນ້ນບໍ່ວ່າກາງຄືນ ຫຼື ກາງເວັນ ນັບ ແຕ່ວັນທີ 3-6 ກຸມພາ 2023 ນັບແຕ່ທາງໂຄ້ງກົກໂພ (ຫາງບ້ານ ປາກຊີມັງ) ຫາ ສາມແຍກບ້ານ ມ່ວງສຸມ (ລົດຂົນສົ່ງສິນຄ້າ).

12. ບໍ່ໃຫ້ຜູ້ປະກອບການຕັ້ງຮ້ານຂາຍເຄື່ອງ, ຮ້ານກິນດື່ມ ຫຼື ກິດຈະກໍາຕ່າງໆ ທີ່ເປັນການກີດ ຂວາງການສັນຈອນ.

13. ບໍ່ໃຫ້ຫຼິ້ນການພະນັນທຸກປະເພດຢ່າງເດັດຂາດ ຖ້າເຈົ້າຫນ້າທີ່ກວດພົບເຫັນຈະໄດ້ກັກຕົວ
ດໍາເນີນຄະດີຕາມລະບຽບການ.

14. ບໍ່ໃຫ້ພໍ່ຄ້າຊາວຂາຍນໍາເອົາບັ້ງໄຟທຸກຊະນິດ, ປືນຍິງດ້ວຍລົມ, ຍິງດ້ວຍແກ໊ບ, ບັ້ງກະໂພກ, ພ້າ ແລະ ວັດຖຸອື່ນໆ ທີ່ເປັນອັນຕະລາຍ ເຂົ້າມາຈໍາຫນ່າຍວາງຂາຍໃນງານບຸນຢ່າງເດັດຂາດ.

ບັນດາ ຫ້າງຮ້ານໃຫຍ່-ນ້ອຍ ທີ່ນໍາເອົາມີດ, ພ້າ ເຂົ້າມາບໍລິການຄົວກິນຢູ່ໃນບໍລິເວນງານບຸນ ຕ້ອງມີຄວາມ ຮັບຜິດຊອບຕໍ່ວັດຖຸດັ່ງກ່າວໄວ້ເປັນຢ່າງດີ, ຖ້າຫາກວ່າພວກບໍ່ດີນໍາເອົາວັດຖຸນີ້ໄປກໍ່ຄວາມບໍ່ສະຫງົບ ແມ່ນເຈົ້າຂອງຮ້ານເປັນຜູ້ຮັບຜິດຊອບຕໍ່ເຫດການດັ່ງກ່າວ.

15. ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ກໍາມະກອນ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າທຸກທົ່ວຫນ້າ ຖ້າຫາກພົບເຫັນປະກົດການບຸກຄົນບໍ່ດີກໍາລັງເຄື່ອນໄຫວຜິດຕໍ່ ລະບຽບງານບຸນ ຫຼື ກົດຫມາຍບ້ານເມືອງ ຕ້ອງລາຍງານໃຫ້ເຈົ້າຫນ້າທີ່ຢ່າງຮີບດ່ວນ.

16. ບັນດາຫ້າງຮ້ານກິນ-ດື່ມ ຫ້າມຂາຍສິ່ງທີ່ມີທາດເຫຼົ້າເດັດຂາດ ພ້ອມທັງເອົາໃຈໃສ່ກວດກາ ລະອຽດ ເພື່ອຮັກສາຄວາມປອດໄພຕໍ່ຜູ້ມາທ່ຽວງານບຸນ, ເພາະອາດຈະພາໃຫ້ເກີດອຸບັດຕິເຫດ, ກໍ່ ອາລະວາດຕີກັນ ແລະ ອື່ນໆ…

(ຖ້າມີເຫດການເກີດຂຶ້ນແມ່ນມອບໃຫ້ເຈົ້າຂອງຮ້ານເປັນຜູ້ ຮັບຜິດຊອບ) ຫ້າມບໍ່ໃຫ້ເດັກຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນສະຖານທີ່ບັນເທີງຕ່າງໆເດັດຂາດ.

17. ບັນດາຍານພາຫະນະທຸກຊະນິດທີ່ເຂົ້າມາໃນງານບຸນ ແມ່ນໃຫ້ເອົາໄປຝາກໄວ້ຕາມສະຖານ ທີ່ໆຄະນະກໍາມະການກໍານົດໄວ້ເທົ່ານັ້ນ (ຍົກເວັ້ນລົດທີ່ຕິດກາ VIP ສາມາດແລ່ນເຂົ້າ-ອອກໄດ້ ໃນເດີ່ນພຣະທາດສີໂຄດຕະບອງ).

18. ທຸກຄົນທີ່ມາທ່ຽວໃນງານບຸນຕ້ອງແຕ່ງກາຍສຸພາບຮຽບຮ້ອຍ ຖືກຕ້ອງຕາມຮີດຄອງ ປະເພນີລາວ, ໂດຍສະເພາະແມ່ນການເຂົ້າໄປໄຫວ້ພຣະທາດ ຫ້າມເດັດຂາດ ຜູ້ຍິງບໍ່ໃຫ້ນຸ່ງໂສ້ງ ຫຼື ກະໂປ່ງ.

ພໍ່ຄ້າ-ຊາວຂາຍທຸກພາກສ່ວນຕະຫຼອດຮອດຜູ້ມາທ່ຽວໃນງານບຸນ ຫ້າມຖິ້ມຂີ້ເຫຍື້ອ ຊະຊາຍ ໂດຍສະເພາະແມ່ນຜູ້ທີ່ມີກິດຈະການຫາລາຍໄດ້ຕ້ອງມ້ຽນມັດສິ່ງເສດເຫຼືອຕ່າງໆຂອງຕົນ ເອງໃຫ້ເປັນລະບຽບຈົບງາມ.

19. ສໍາລັບຄ່າບໍລິການໃນການຝາກລົດມີດັ່ງນີ້: ປະເພດລົດ 4ລໍ້ຂຶ້ນໄປ ຄັນລະ 20.000ກີບ ແລະ ລົດຈັກຄັນລະ 10.000ກີບ

*ມາດຕະການຕໍ່ຜູ້ລະເມີດ* ຖ້າບຸກຄົນໃດຫາກລະເມີດແຈ້ງການສະບັບນີ້ ຈະໄດ້ຖືກສຶກສາອົບຮົມກ່າວເຕືອນ, ຖ້າບໍ່ ປ່ຽນແປງແມ່ນກັກວັດຖຸໃດຫນຶ່ງທີ່ກ່ຽວຂ້ອງ ຖ້າຮ້າຍແຮງຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ ຕາມສະຖານຫນັກ ຫຼື ເບົາ.

Leave a Reply

Your email address will not be published. Required fields are marked *

Back to top button