ດ່ວນ! ຕ້ອງການ ແຮງງານ ໄປເຮັດວຽກ ບໍ່ຈຳເປັນມີການສືກສາ, ໄປເປັນຄູ່ຜົວເມຍກໍ່ໄດ້

ບໍລິສັດສະຫວັນບໍລິການຈັດຫາງານຕ້ອງການຮັບແຮງງານ ລະດູການ5ເດືອນ ໄປເຮັດວຽກຢູ່ ສ. ເກົາຫລີ ..ຮັບດ່ວນຈຳນວນ200ຄົນ ເງິນເດືອນເລີ່ມຕົ້ນ1600$-2000$ ບໍ່ໄດ້ນັບ OT

ໜ້າວຽກແມ່ການກະເສດ ເຮັດວຽກ8ຊົ່ວໂມງ/ມື້

ເງື່ອນໄຂ້ຜູ້ສະໝັກ: ອາຍຸ 30-50ປີ ບໍ່ຈຳກັດປະເພດ ( ຄູ່ຜົວເມຍກໍ່ໄດ້ ) ສຸຂະພາບແຂງແຮງ, ຫ້າວຫັນ ຕາເຫັນແຈ້ງ, ຕາບໍ່ບອດສີ ເປັນຄົນດີບໍ່ເຄີຍມີໂທດມາກ່ອນ,ບໍ່ເສບຢາເສບຕິດ

ເອກະສານຕ້ອງມີ:

●ສຳມະໂນຄົວ ( ສຳເນົາສີ 1ຊຸດ )

●ບັດປະຈຳຕົວ ( ສຳເນົາສີ1 ສະບັບ)

●ໃບຢັ້ງຢືນທີ່ຢູ່ ( ສະບັບແທ້ 1ຊຸດ)

●ໃບແຈ້ງໂທດ ( ສະບັບແທ້1ຊຸດ )

●ຮູບ 3,5×4,5 ແລະ 4×6 ເປັນ 1ຊຸດ

●ບັດສັກວັກຊີນ (ໃຫ້ຄົບ 3ເຂັ້ມຂື້ນໄປ)ເຂົ້າມາສະໝັກໂດຍຕົງທີ່ບໍລິສັດ, ເພາະຈະມີການກວດສຸພາບຢູ່ທີບໍລິສັດສະຖານທີ: ບໍລິສັດສະຫວັນບໍລິການຈັດຫາງານ, ບ.ສົມສະຫງ່າ, ຮອມ4, ມ.ໄຊເສດຖາ, ນະຄອນຫລວງວຽງຈັນ

ສອບຖາມຂໍ້ມຸນເພີ່ມເຕີມໄດ້📞0305658802📞0305658803 ຂໍໃຫ້ໂທມາພາຍໃນໂມງທາງລັດຖະການເທົ່ານັ້ນເດີ ບໍ່ສະດວກຮັບສາຍນອກໂມງລັດຖະການ

ເຊີ່ງຊຸດທີ່ບໍລິສັດພວກເຮົາສົ່ງໄປເຮັດວຽກຢູເກົາຫລີແລ້ວ 76..ຄົນ…​ແມ່ສົ່ງລູກຊາຍເດີນທາງໄປເຮັດວຽກທີ່ເກົາຫຼີໃຕ້ ພ້ອມໝູ່ທັງໝົດ 76 ຄົນ

“ເດີນທາງປອດໄພເດີນ້ອງໆ ” ຕັ້ງໃຈເຮັດວຽກຫາເງິນມາສ້າງສາຄອບຄົວເຮືອນຊານໃຫ້ມີຊີວິດທີ່ດີຂື້ນ

ພາບບັນຍາກາດການເດີນທາງຂອງແຮງງານທີ່ໄປເຮັດວຽກຢູ່ປະເທດເກົາຫລີໂດຍຜ່ານລະບົບອະນຸຍາດການຈ້າງງານ(E-9), ສູນບໍລິການຈັດຫາງານ ໄດ້ຈັດສົ່ງ ແຮງງານຈຳນວນທັງຫມົດ 76 ຄົນເດີນທາງໃນວັນທີ່ 28. 4. 2022 ທີ່ສະຫນາມບິນວັດໄຕ.

ຂັ້ນການກວດກາຂອງສູນບໍລິການຈັດຫາງານໃນສະຫນາມບິນມີຄື: ການກວດກະເປົາສຳພາລະຂອງແຮງງານວ່າມີການນຳສິ່ງຕ້ອງຫ້າມໄປນຳຫລືບໍ່ ຫລື ສິ່ງຂອງທີ່ຕ້ອງໄດ້ແຈ້ງລ່ວງຫນ້າຢູ່ສະຫນາມບິນຕົ້ນທາງມີຫຍັງແນ່,

ການຝຶກອົບຮົມກ່ອນຂື້ນໄປດ່ານກວດຄົນອອກເມືອງ(ການຕິດຕັ້ງແອພຕ່າງໆທີ່ທາງເກົາຫລີໃຫ້ຕິດຕັ້ງລ່ວງຫນ້າ, ຄວາມຮູ້ຮອບຕົວຕ່າງໆທີ່ຈຳເປັນຕໍ່ກັບແຮງງານທີ່ຫາກໍຂື້ນຍົນເປັນຄັ້ງທຳອິດ ) ,

ພ້ອມທັງ ຫວັງວ່າຈະເຫັນຊາວຫນຸ່ມລາວ ຈຳນວນຫລາຍທີ່ກຳລັງຊອກວຽກມາສະຫມັກ ແລະ ເດີນທາງໄປເຮັດວຽກຢູ່ເກົາຫລີໂດຍຜ່າລະບົບອະນຸຍາດການຈ້າງງານໃນຈຳນວນທີ່ຫລາຍຂື້ນເລື້ອຍໆ.

ໂດຍ: ຂ່າວສານແຮງງານແລະ ສະຫວັດດິການສັງຄົມ

Leave a Reply

Your email address will not be published. Required fields are marked *

Back to top button