ຍ້ອນບັນຫານີ້..​ການສັນຈອນຈື່ງແອອັດ ຫຼື ລົດຕິດ ໃນນະຄອນຫຼວງວຽງຈັນ

ຍ້ອນຫຍັງການສັນຈອນແອອັດ ຫຼື ລົດຕິດ ໃນນະຄອນຫຼວງວຽງຈັນ..​ ການສັນຈອນແອອັດ ຫຼື ລົດຕິດນັ້ນ ເຫັນໄດ້ຢ່າງຊັດເຈນຕາມທ້ອງຖະໜົນ ໂດຍສະເພາະການຈະລາຈອນຢູ່ໃນນະຄອນຫຼວງວຽງຈັນ ແມ່ນເກີດມີສະພາບແອອັດເຄື່ອນຕົວຊ້າ

ຕັ້ງແຕ່ເວລາ 7:30 ເຖິງ 9:00 ໂມງ ແລະ 16:30 ເຖິງ 18:00 ໂມງ ໃນວັນລັດຖະການຕາມຈຸດທາງຄົບສາມແຍກສີ່ແຍກ, ທາງວົງວຽນ, ຍ້ອນສະພາບຜັງເມືອງເກົ່າ, ເສັ້ນທາງແຄບ, ບໍ່ສາມາດຂະຫຍາຍຕົວ ໃຫ້ກວ້າງອອກໄດ້

ຈຸດປ່ຽນທາງຫຼາຍຈຸດເກີນມາດຕະຖານ, ມີຕະຫຼາດ, ຮ້ານຄ້າ, ຮ້ານອາຫານ, ສໍານັກງານ-ຫ້ອງການຕິດແຄມທາງຂອດລົດກວມພື້ນທີ່ໆຄວນໃຊ້ແລ່ນ. ນອກຈາກນີ້ເຫັນໄດ້ວ່າ ເກືອບທຸກເສັ້ນທາງ ແມ່ນເອົາເສັ້ນທາງຍ່າງເປັນບ່ອນວາງວັດສະດຸກໍ່ສ້າງ, ຂາຍເຄື່ອງ, ຜູ້ຂັບຂີ່ຈອດລົດຊະຊາຍຕາມຈຸດທີ່ມີເຄື່ອງໝາຍຫ້າມຕ່າງໆ;

ການເຂົ້າ ວຽກ-ເລີກວຽກ, ເຂົ້າຮຽນ-ເລີກຮຽນຍັງແມ່ນເວລາດຽວກັນ, ການຈັດສັນເສັ້ນທາງການສັນຈອນຂອງລົດບັນທຸກຂົນສົ່ງໂດຍສານບໍ່ທັນເໝາະສົມ, ການອະນຸຍາດບ່ອນຈອດລົດເກັບເງິນຍັງແມ່ນເອກະຊົນເປັນຜູ້ຮັບຜິດ ຊອບທັງໝົດ ແຕ່ການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງແມ່ນບໍ່ເຂັ້ມງວດ; ພ້ອມດຽວກັນນັ້ນ,

ລະບຽບກົດໝາຍກ່ຽວກັບຈະລາຈອນທາງບົກບາງສະບັບຍັງມີຊ່ອງຫວ່າງ, ການບັງຄັບໃຊ້ລະບຽບກົດໝາຍຕໍ່ຜູ້ລ່ວງລະເມີດແມ່ນຍັງບໍ່ທັນເຂັ້ມງວດ. ແນວໃດກໍ່ຕາມ ສາເຫດຕົ້ນຕໍທີ່ພາໃຫ້ເກີດຈະລາຈອນແອອັດ,

ສ່ວນຫຼາຍແມ່ນເກີດຈາກຄົນ, ຍ້ອນຄວາມຮັບຮູ້ດ້ານລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກຂອງຜູ້ໃຊ້ລົດ-ໃຊ້ຖະໜົນຈຳນວນໜຶ່ງຍັງບໍ່ທັນສູງ ຂາດຄວາມຊຳນິ -ຊຳນານໃນການຂັບຂີ່ຍານພາຫະນະຕາມເສັ້ນທາງສັນຈອນ ເຮັດໃຫ້ມີ ການລ່ວງລະເມີດເກີດຂຶ້ນ ແລະ ອີກຈຳນວນໜຶ່ງມີຄວາມຮັບຮູ້ທາງດ້ານລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ.

ແຕ່ມີແນວຄິດມັກງ່າຍ-ຂາດສະຕິ, ຂາດຄວາມຮັບຜິດຊອບເຫັນແຕ່ຄວາມສະດວກສະບາຍເຈດຕະນາລະເມີດ ເຊັ່ນ:

ຂັບຂີ່ລົດບໍ່ໄປຕາມຊ່ອງ ທາງຈະລາຈອນ, ຈອດລົດຊະຊາຍ, ລ່ວງໄຟແດງ, ປ້າຍຫ້າມ, ບໍ່ປ່ອຍສິດເວລາທາງນ້ອຍອອກສູ່ ທາງໃຫຍ່, ມີການສວຍໃຊ້ເສັ້ນທາງເປັນບ່ອນຝາກລົດ, ຂາຍເຄື່ອງ ວັດສະດຸກໍ່ສ້າງ, ກອງດິນ, ຫີນ, ຊາຍ ແລະ ສິ່ງຂອງຕ່າງໆ.

ເກີດຈາກການຄວບຄຸມ, ບໍລິຫານ ແລະ ຈັດການຂອງເຈົ້າໜ້າທີ່ ໂດຍມີ ການກຳນົດເສັ້ນທາງ ແລະ ເວລາໃຫ້ລົດບັນທຸກໜັກລົດຂົນສົ່ງສິນຄ້າ, ລົດບໍລິຫານອະນາໄມທາງທີ່ແລ່ນຕາມເສັ້ນທາງໃນຕົວເມືອງບໍ່ທັນເຂັ້ມງວດ, ການກຳນົດເວລາເຂົ້າການ, ເລີກການຂອງພະນັກງານລັດ, ເອກະຊົນ, ເວ ລາເຂົ້າ-ເລີກ ໂຮງຮຽນຂອງນັກຮຽນ-ນັກສຶກສາແມ່ນເວລາດຽວກັນ, ການຈັດສັນບ່ອນຈອດລົດສາທາລະນະທີ່ມີແລ້ວຍັງບໍ່ທັນເໝາະສົມ ແລະ ພຽງ ພໍ.

ການກວດກາບັງຄັບໃຊ້ກົດໝາຍຂອງກຳລັງຕຳຫຼວດຈະລາຈອນ ແລະ ພາກສ່ວນກ່ຽວຂ້ອງບາງຄັ້ງຍັງບໍ່ທັນເຂັ້ມງວດ, ຕໍ່ເນື່ອງ ແລະ ບໍ່ເອກະພາບ ບວກກັບພາຫະນະເພີ່ມຂຶ້ນຈຳນວນຫຼວງຫຼາຍເຮັດໃຫ້ປະລິມານຄວາມໜາແໜ້ນຂອງພາຫະນະ, ເສັ້ນທາງໃນຕົວເມືອງບໍ່ສາມາດຕອບສະໜອງໄດ້ ແລະ ພາຫະນະບໍ່ໄດ້ຮັບການກວດກາທາງດ້ານເຕັກນິກ ເຮັດໃຫ້ພາຫະນະຕິດຂັດຕາມເສັ້ນທາງ.

ຈາກ: ຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *

Back to top button