ລົດໄຖນາ ຍຽບລະເບີດຂະນະໄຖ່ດິນ ຄົນຂັບໄດ້ຮັບບາດເຈັບສາຫັດຂາຂວາຫັກ

ຂ່າວສານຕ່າງປະເທດລາຍງານວ່າ ໃນວັນທີ 29 ເມສາ 2022 ລົດໄຖ່ນາໄດ້ຍຽບກັບລະເບີດທີ່ ແຂວງພະວິຫານ ທີ່ຈຸດໂອເຊີງໃກ້ກັບໝູ່ບ້ານໃນເມືອງກັນຕວດ ປະເທດກຳປູເຈຍ ເຊີ່ງບ່ອນເກີດເຫດແມ່ນຫ່າງຈາດຫມູ່ບ້ານຕວດ ປະມານ 3 ກິໂລແມັດ,

ເຊີ່ງຜູ້ໄດ້ຮັບບາດເຈັບເປັນຊາຍອາຍຸປະມານ 43 ປີ ທີ່ມີອາຊີບຮັບຈ້າງໄຖ່ດິນ ຢູ່ທີ່ບ້ານ Chambok Sen Chey ເມືອງ Choam Ksan ແຂວງ Preah Vihear: ຈາກລາຍງານຜູ້ເຫັນເຫດການບອກວ່າ ຊາຍຄົນນີ້ໄດ້ໄປຮັບຈ້າງໄຖ່ດິນ ແລະ ລາວໄດ້ພົບລູກລະເບີດທຳອິດ ແລະ

ໄດ້ແຈ້ງເຈົ້າຂອງດິນໃຫ້ຮູ້ ພ້ອມທັງໝາຍປັກທົງແດງໄວ້ເພື່ອແຈ້ງພິກັດອັນຕະລາຍ ແລະ ຕໍ່ມາລາວໄດ້ໄຖ່ດິນຕໍ່ບັງເອີນລົດໄຖ່ໄດ້ໄປຍຽບກັບລະເບີດລູກທີ່ 2 ຄວາມຮຸ່ນແຮງເຮັດໃຫ້ລົດໄຖ່ໄດ້ຮັບຄວາມເສຍຫາຍເປເພດັ່ງໃນຮູບ ຈົນເຮັດໃຫ້ຄົນຂັບຂາຂວາຫັກ ແລະ

ໄດ້ຮັບບາດເຈັບທີ່ຫົວແບບຮຸ່ນແຮງ ແລະ ຖືກສົ່ງໄປໂຮງໝໍແຂວງເຂົ້າຫ້ອງສຸກເສີນທັນທີ່

,,

ຊົມຄລີບ

ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ

Leave a Reply

Your email address will not be published. Required fields are marked *

Back to top button