ຖືກໄລ່ອອກ​ 5 ຄົນ!​ ທີ່ລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເສຍຫາຍ ເກືອບ 2 ຕື້ກີບ..

ການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເປັນໜຶ່ງໃນສາເຫດຂອງພະລັງງານຕົກເຫ່ຍນອກເຕັກນິກ ແລະ ເປັນປະກົດການຫຍໍ້ທໍ້ທີ່ກໍ່ໃຫ້ເກີດຄວາມເສຍຫາຍທາງຊັບສິນຂອງລັດວິສາຫະກິດໄຟຟ້າລາວ ກໍຄື ຊັບສິນຂອງລັດ.

ຈາກການຕິດຕາມກວດກາຂອງລັດວິສາຫະກິດໄຟຟ້າລາວ ສາມາດພົບເຫັນການລັກກະແສໄຟຟ້າຫລາຍຮູບແບບ. ໜຶ່ງໃນນັ້ນ ແມ່ນຜູ້ຊົມໃຊ້ໄຟຟ້າຮ່ວມມືກັບກຸ່ມຄົນບໍ່ດີດັດແປງໝໍ້ນັບໄຟ ເຮັດໃຫ້ການເຮັດວຽກຜິດປົກກະຕິ ແລະ ບໍ່ຖືກຕາມຕະຖານເຕັກນິກຂອງລັດວິສາຫະກິດໄຟຟ້າລາວ.

ນັບແຕ່ປີ 2021 ຫາ ຕົ້ນປີ 2022 ນີ້, ທົ່ວປະເທດ ກວດພົບການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟທັງໝົດ 31 ກໍລະນີ, ຄິດໄລ່ພະລັງງານຄືນຫລັງຫລາຍກວ່າ 9,6 ລ້ານ ກິໂລວັດໂມງ, ມູນຄ່າເສຍຫາຍຫລາຍກວ່າ 19,3 ຕື້ກີບ.​

ທ່ານ ຈັນສົມ ພິລາລົມ, ຫົວໜ້າຝ່າຍກວດກາ, ລັດວິສາຫະກິດໄຟຟ້າລາວ ໃຫ້ສໍາພາດຕໍ່ນັກຂ່າວໂທລະພາບແຫ່ງຊາດລາວເມື່ອບໍ່ດົນມານີ້ວ່າ: ໃນຈໍານວນພະລັງານໄຟຟ້າທີ່ເສຍໄປ ສາມາດເກັບກູ້ຄືນໄດ້ 4,9 ລ້ານກິໂລວັດໂມງ,

ພ້ອມນີ້ສາມາດເກັບກູ້ເງິນຄືນໄດ້ 5,6 ຕື້ກີບ ແລະ ຍັງຄ້າງຢູ່ 13,6 ຕື້ກີບ ທີ່ຍັງດໍາເນີນຄະດີຢູ່, ຖ້າຫາກລູກຄ້າທີ່ກະທໍາຜິດຍອມຈ່າຍຈະໄດ້ຜ່ອນໂທດຈາກໜັກໃຫ້ເປັນເບົາ ແຕ່ຖ້າບໍ່ຍອມຈ່າຍຄືນຈະໄດ້ຟ້ອງສານຕາມລະບຽບກົດໝາຍທີ່ ກໍານົດໄວ້.​

ຜົນເສຍຫາຍຢ່າງຫລວງຫລາຍຈາກພະລັງງານຕົກເຮ່ຍນອກລະບົບເຕັກນິກ ທີ່ເກີດຈາກການລັກໃຊ້ກະແສໄຟຟ້າ ເຮັດໃຫ້ການຫລຸດຜ່ອນຕົວເລກພະລັງງານຕົກເຮ່ຍ ຍ້ອນຜູ້ຊົມໃຊ້ໄຟຟ້າສົມຮູ້ຮ່ວມຄິດກັບກຸ່ມຄົນບໍ່ດີ, ລວມເຖີງເຈົ້າໜ້າທີ່ໄຟຟ້າລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ໄດ້ກາຍເປັນໜຶ່ງໃນຫລາຍຄາດໝາຍສູ້ຊົນທີ່ລັດວິສາຫະກິດໄຟຟ້າລາວ

ຕ້ອງໄດ້ເອົາໃຈໃສ່ຕິດຕາມກວດກາແກ້ໄຂ ແລະ ມີມາດຕະການລົງໂທດຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະ ເດັດຂາດ. ເຊີ່ງໃນໄຕມາດທີ 1 ຂອງປີ 2022 ນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ປະຕິບັດວິໄນດ້ວຍການປົດປ່ອຍພະນັກງານໄຟຟ້າທີ່ກະທໍາຜິດກ່ຽວກັບການລັກໃຊ້ກະແສໄຟຟ້າອອກຈາກການເປັນພະນັກງານຂອງຕົນແລ້ວ 5 ກໍລະນີ,

ໃນນີ້ 2 ກໍລະນິຢູ່ນະຄອນຫລວງວຽງຈັນ ແລະ 3 ກໍລະນີ ແມ່ນຢູ່ຕ່າງແຂວງ.​ຫົວໜ້າຝ່າຍກວດກາ, ລັດວິສາຫະກິດໄຟຟ້າລາວ ຢືນຢັນວ່າ:

ປັດຈຸບັນ ຖ້າມີພະນັກງານໄຟຟ້າຄົນໃດມີສ່ວນໃນການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຖ້າຜ່ານການສອບສວນຢ່າງລະອຽດວ່າກະທໍາຜິດແທ້ ແມ່ນຈະຖືກໄລ່ອອກທັນທີໂດຍບໍ່ມີການກ່າວຕັກເຕືອນ, ຂຽນໃບສໍາຫລວດ, ປົດຊັ້ນ ຫລື ປົດຕໍາແໜ່ງຄືເມື່ອກ່ອນ.

ນອກຈາກນີ້ ເມື່ອຖືກໄລ່ອອກແລ້ວ ຈະບໍ່ໄດ້ຮັບນະໂຍບາຍໃດໆ ຈາກລັດວິສາຫະກິດໄຟຟ້າລາວ. ໃນໄລຍະຜ່ານມາ ເມື່ອພົບເຫັນການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ, ລັດວິສາຫະກິດໄຟຟ້າລາວ ໄດ້ຢຸດການໃຊ້ກະແສໄຟຟ້າຊົ່ວຄາວ ພ້ອມທັງດໍາເນີນການໄກ່ເກ່ຍທາງແພ່ງດ້ວຍການປັບໄໝ ເຊີ່ງ

ສ່ວນໃຫຍ່ສິ້ນສຸດເມື່ອຜູ້ກະທໍາຜິດຍອມຈ່າຍຄ່າປັບໄໝ ແຕ່ວິທີການດັ່ງກ່າວບໍ່ສາມາດນໍາເອົາຜູ້ມີສ່ວນຮ່ວມກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍ ຈິ່ງເຮັດໃຫ້ການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ປະກົດໃຫ້ເຫັນຢ່າງຕໍ່ເນື່ອງ ແລະ

ກາຍເປັນປະກົດການຫຍໍ້ທໍ້ທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ກໍຄື ລັດຖະບານ ທັງກົດໝ່ວງຖ່ວງດຶງການພັດທະນາປະເທດຊາດ ຈິ່ງຈໍາເປັນຕ້ອງໄດ້ຫາວິທີແກ້ໄຂໃຫ້ໄດ້ຢ່າງເດັດຂາດ.

ຈາກ: FM 90

Leave a Reply

Your email address will not be published. Required fields are marked *

Back to top button