ທາງການລາວ ບໍ່ສາມາດທີ່ຈະຄວບຄຸມລາຄາສິນຄ້າອຸປະໂພກບໍລິໂພກໄດ້ ໃນການຈັດຕັ້ງປະຕິບັດໂຕຈິງ

ທາງການລາວ ບໍ່ສາມາດທີ່ຈະຄວບຄຸມລາຄາສິນຄ້າອຸປະໂພກບໍລິໂພກໄດ້ ໃນການຈັດຕັ້ງປະຕິບັດໂຕຈິງ ເພາະສິນຄ້າສ່ວນໃຫຍ່ນໍາເຂົ້າຈາກຕ່າງປະເທດ ໃນຂະນະທີ່ອັດຕາເງິນເຟີ້ເພີ້ມສູງຂຶ້ນເກືອບເຖິງ 10 ເປີເຊັນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກົມການຄ້າ ກະຊວງອຸດສາຫະກໍາ ແລະການຄ້າເປີດເຜີຍວ່າ ນາຍົກລັດຖະມົນຕີໄດ້ມີຄໍາສັ່ງແຕ່ງຕັ້ງຄະນະຊີ້ນໍາວຽກງານການຄຸ້ມຄອງລາຄາສິນຄ້າໃນທົ່ວປະເທດລາວເມື່ອບໍ່ດົນມານີ້ ພາຍໃຕ້ເປົ້າໝາຍເພື່ອໃຫ້ດໍາເນີນການກວດກາ ແລະຄວບຄຸມບໍ່ໃຫ້ເກີດການສວຍໂອກາດປັບລາຄາສິນຄ້າຂຶ້ນຕາມໃຈຕົນເອງ

ຂອງບັນດາຜູ້ປະກອບກິດຈະການການຄ້າດ້ວຍ 8 ດ້ານດ້ວຍກັນຄື ອຸດສາຫະກໍາ-ຫັດຖະກໍາ, ກະສິກໍາ-ປ່າໄມ້, ສາທາລະນະສຸກ, ເທັກໂນໂລຈີ, ການສື່ສານ-ໂທລະຄົມມະນາຄົມ, ຄົມມະນາຄົມ-ຂົນສົ່ງ, ພະລັງງານ ແລະບໍ່ແຮ່, ການສຶກສາ ແລະທ່ອງທ່ຽວ ຫາກແຕ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາພສິນຄ້າທີ່ໄດ້ມີການປັບລາຄາຂຶ້ນນັ້ນ

ຈາກລາຄານໍ້າມັນເຊື້ອໄຟທີ່ປັບໂຕຂຶ້ນສູງຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ຄະນະຊີ້ນໍາຊຸດນີ້ ສາມາດດໍາເນີນການໄດ້ພຽງແຕ່ການຕັກເຕືອນຜູ້ປະກອບກິດຈະການການຄ້າ ທີ່ໄດ້ມີການປັບຂຶ້ນລາຄາສິນຄ້າເທົ່ານັ້ນ ທັງຍັງບໍ່ສາມາດຈັດຕັ້ງປະຕິບັດຕາມລໍາດໍາລັດທີ 74 ວ່າດ້ວຍການຄວບຄຸມລາຄາສິນຄ້າອຸປະໂພກ ແລະບໍລິໂພກໄດ້ຢ່າງແທ້ຈິງອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ໃນຮອບການຈັດຕັ້ງປະຕິບັດໂຕຈິງຫັ່ນ ບໍ່ສາມາດຈັດຕັ້ງປະຕິບັດມາດຕະການຄຸ້ມຄອງຕາມດໍາລັດທີ 74 ໄດ້ເທື່ອເນາະ ເຊິ່ງການຕິດຕາມໂຕຈິງກໍເຫັນວ່າ ຍັງມີການສວຍໂອກາດ ຂຶ້ນລາຄາສິນຄ້າ, ການກັກຕຸນສິນຄ້າ, ການຈໍາໜ່າຍສິນຄ້າໂດຍບໍ່ມີໂຄງປະກອບລາຄາ, ການບໍ່ຕິດປ້າຍລາຄາເປັນເງິນກີບ, ການວັດແທກ, ການຊັ່ງເຄື່ອງ, ຕາຊິງຕ່າງໆຫັ່ນ ກໍຍັງບໍ່ໄດ້ມາດຕະຖານ ແລະບັນ ຫາອື່ນໆ, ຜ່ານມາ ພວກເຮົາກໍໄດ້ມີການກ່າວເຕືອນເນາະ ແລະກໍໄດ້ໃຊ້ມາດຕະການປັບໄໝຕາມໝວດທີ 6 ຂອງດໍາລັດທີ 74.”

ທັງນີ້ ສິນຄ້າອຸປະໂພກ-ບໍລິໂພກທີ່ມີການປັບລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍທີ່ພາກສ່ວນຮັບຜິດຊອບບໍ່ສາມາດຄວບຄຸມລາຄາໄດ້ເລີຍ ໃນການປະຕິບັດໂຕຈິງ ເພາະວ່າສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ສ່ວນສິນຄ້າທີ່ຜະລິດໃນລາວກໍມີຕົ້ນທຶນສູງ ເພາະການນໍາເຂົ້າປັດໄຈການຜະລິດທີ່ສໍາຄັນຈາກຕ່າງປະເທດເຊັ່ນ ນໍ້າມັນ, ເຄື່ອງມື-ອຸປະກອນໃນການຜະລິດສິນຄ້າຕ່າງໆນັ້ນ ໂດຍການນໍາເຂົ້າສິນ ຄ້າດັ່ງກ່າວ ຍັງເຮັດໃຫ້ອັດຕາເງິນເຟີ້ເພີ້ມຂຶ້ນເຖິງ 9.84 ເປີເຊັນ ໃນຕົ້ນເດືອນເມສາ 2022 ນີ້ອີກດ້ວຍ.

ທັງນີ້ ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ຈັດຕັ້ງໜ່ວຍສະເພາະກິດເພື່ອຄວບຄຸມລາຄາສິນຄ້າໃນທ່າມກາງການລະບາດໄວຣັສໂຄວິດ-19 ຕາມຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 15 ທີ່ຕ້ອງການຈະຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ເກີດຈາກການສວຍໂອກາດປັບຂຶ້ນລາຄາສິນຄ້າ ຂອງບັນດາພໍ່ຄ້າຄົນກາງ ແລະເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບຢ່າງແທ້ຈິງ ໜ່ວຍສະເພາະກິດຊຸດນີ້ ກໍຍັງມີອໍານາດລົງໂທດພໍ່ຄ້າ ທີ່ສວຍໂອ ກາດດັ່ງກ່າວໄດ້ດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກໍາແລະການຄ້າ ໄດ້ໃຫ້ການຢືນຢັນວ່າ:

“ຄະນະອັນນີ່ນີ້ ມີໜ້າທີ່ຕິດຕາມ, ກວດກາ, ຄຸ້ມຄອງລາຄາ, ພ້ອມນີ້ ກໍໃຫ້ດໍາເນີນມາດຕະການປັບໄໝລົງໂທດຕໍ່ຜູ້ທີ່ກັກຕຸນ, ຂຶ້ນລາຄາສິນຄ້າອຸປະໂພກ ແລະບໍລິໂພກ ເປັນຕົ້ນ ຜ້າປິດປາກ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະ ກອນທາງການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະອື່ນໆຢ່າງເດັດຂາດ ຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກ, ບົດແນະນໍາຂອງຄະນະສະເພາະກິດ, ຄໍາແນະນໍາຂອງກະຊວງສາທາລະນະສຸກ ແລະບັນດານິຕິກໍາ, ມາດຕະການອື່ນໆຂອງຄະ ນະສະເພາະກິດ ຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ.”

ກ່ອນໜ່ານີ້ ລັດຖະບານລາວໄ ດ້ກໍານົດລາຄາຈໍາໜ່າຍສິນຄ້າອຸປະໂພກ-ບໍລິ ໂພກ ທີ່ຈໍາເປັນໄວ້ຫຼາຍລາຍການເຊັ່ນ ເຂົ້າໜຽວຊັ້ນ 1 ແລະຊັ້ນ 2 ກໍານົດລາຄາຈໍາໜ່າຍໄວ້ທີ່ລະດັບ 9,000 ກີບ ແລະ 8,000 ກີບຕໍ່ກິໂລ, ເຂົ້າຈ້າວຊະນິດພິເສດ ແລະທໍາມະດາ ລາຄາ 10,000 ກີບກັບ 8,000 ກີບຕໍ່ກິໂລ, ຊີ້ນງົວ-ຄວາຍປະເພດ 1 ແລະ 2 ລາຄາ 70,000 ກີບ ແລະ 65,000 ກີບຕໍ່ກິໂລ,

ຊີ້ໝູປະເພດ 1 ກັບ 2 ລາຄາ 40,000 ກີບ ແລະ 35,000 ກີບຕໍ່ກິໂລ, ໄຂ່ໄກ່ເບີ 1 ແລະ ເບີ 2 ລາຄາແຕະລະ 35,000 ກີບ ແລະ 30,000 ກີບ, ສ່ວນໄຂ່ໄກ່ເບີ 3-4-5 ແຕະລະບໍ່ເກີນ 28,000 ກີບ, ຊີ້ນໄກ່ພັນ-ໄກ່ ລາດລາຄາ 25,000 ກີບ ແລະ 50,000 ກີບຕໍ່ກິໂລ, ປານິນ-ປາດຸກ 25,000 ກີບຕໍ່ກິໂລ, ໝີ່ໄວໄວ-ໝີ່ຍໍາຍໍາ 45,000 ກີບຕໍ່ແກັດເປັນຕົ້ນ.

ຫາກແຕ່ວ່າ ລາຄາຂາຍໂຕຈິງກໍສູງກວ່າລາຄາທີ່ກໍານົດເກີນ 10 ເປີເຊັນ ເຊັ່ນ ເຂົ້າຈ້າວຊະນິດພິເສດ ແລະທໍາມະດາລາຄາ 11,000 ກີບກັບ 8,800 ກີບຕໍ່ກິໂລ, ຊີ້ນງົວ-ຄວາຍ ປະເພດ 1 ແລະ 2 ລາຄາ 49,000 ກີບ ແລະ 44,000 ກີບຕໍ່ກິໂລ, ຊີ້ນໄກ່ລາດລາຄາ 50,000 ກີບຕໍ່ກິໂລ ແລະໝີ່ໄວໄວ 55,000 ກີບຕໍ່ແກັດ ເປັນຕົ້ນ.

ຂໍ້ມູນຈາກ: VOA LAOS

Leave a Reply

Your email address will not be published. Required fields are marked *

Back to top button