ອຸປະທູດຢູເຄຣນ ປະຈໍາລາວ ຖະແຫຼງ ກ່ຽວກັບສະພາບໃນປະເທດ ຕໍ່ສື່ມວນຊົນລາວວ່າ

ທ່ານ ໂອເລັກຊານ ລີຊາກ (Oleksanrd Lysak) ອຸປະທູດ ສະຖານທູດຢູເຄຣນປະຈຳປະເທດໄທ ແລະ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ລາຊະອານາຈັກໄທ ໄດ້ຖະແຫຼງກ່ຽວກັບສະພາບການໃນປະເທດ ໃນວັນທີ 29 ເມສາ 2022 ນີ້

ໃຫ້ສື່ມວນຊົນລາວຮັບ ຊາບ ຜ່ານລະບົບທາງໄກ ໂດຍມີທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາລາວ ແລະ ທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບປະຈໍາລາວ, ພ້ອມດ້ວຍ ສື່ມວນຊົນລາວຈາກຫລາຍພາກສ່ວນເຂົ້າຮ່ວມ.

ທ່ານອຸປະທູດຢູເຄຣນໄດ້ກ່າວວ່າ: ເປັນເວລາຫລາຍກວ່າສອງເດືອນແລ້ວ ທີ່ມີການຕໍ່ສູ້ ທາງການທະຫານລະຫວ່າງ ຢູເຄຣນ ແລະ ຣັດເຊຍ. ນັບແຕ່ເລີ່ມມີການຕໍ່ສູ້ເປັນຕົ້ນມາ ເກືອບ 50% ຂອງວິສາຫະກິດອູແກຣນ ແມ່ນໄດ້ເຮັດວຽກພຽງບາງສ່ວນເທົ່ານັ້ນ ແລະ 9% ໄດ້ຢຸດສະງັກລົງ, ພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ, ຂົວ ຈໍານວນຫລາຍແຫ່ງຖືກທໍາລາຍ.

ລັດຖະບານຢູເຄຣນຄາດຄະເນວ່າ ຄວາມເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ເສດຖະກິດ ອູແກຣນ ທັງໝົດຈະມີຫລາຍກວ່າ 1 ຕື້ໂດລາສະຫະລັດໃນຊຸມປີ ຕໍ່ໜ້າ.

ພ້ອມນີ້, ທ່ານ ປີເຕີ ເຮມ໋ອນ ເອກ ອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາລາວ ໄດ້ມີຄໍາເຫັນວ່າ: ການຕໍ່ສູ້ທາງທະຫານໃນປະເທດຢູເຄຣນ ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດຢູ່ຫລາຍຂົງເຂດໃນໂລກ ຍ້ອນບັນຫາການຂາດແຄນພະລັງງານ ໂດຍສະ ເພາະນໍ້າມັນ, ແກັສ, ບັນຫາເງິນເຟີ້ ແລະ ຄ່າຄອງຊີບຕ່າງໆແມ່ນສູງຂຶ້ນ.

ທ່ານນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບປະຈໍາລາວ ກ່າວວ່າ: ສະຫະພາບເອີຣົບ ໄດ້ຮັບເອົາຜູ້ອົບພະຍົບຈາກຢູເຄຣນ ເປັນຈໍານວນຫລາຍ ແລະ ປັດຈຸບັນ ພວມມີການລະດົມ ການຊ່ວຍເຫລືອດ້ານມະນຸດສະທໍາເປັນຕົ້ນ ອາຫານ, ຢາປົວພະຍາດ ແລະ ອື່ນໆ ເພື່ອສາມາດຮັບປະກັນ ຄວາມປອດໄພ ແລະ ໃຫ້ພວກເຂົາຜ່ານພົ້ນເຫດການນີ້ໄປໄດ້ໂດຍໄວ.

ຢ່າງໃດກໍຕາມ, ບັນຫາຕ່າງໆເຫລົ່ານີ້ ຈະຫລຸດຜ່ອນລົງໄດ້ ກໍເມື່ອການຕໍ່ສູ້ກັນໃນຢູເຄຣນຢຸດຕິລົງໂດຍໄວ. ຂະນະດຽວກັນ ສະຫະລັດອາເມລິກາ ຈະເພີ່ມ ທະວີການເຮັດວຽກຮ່ວມກັບບັນດາປະເທດອື່ນໆ ເພື່ອຫາວິທີການຮັບມືການຂາດແຄນດ້ານພະລັງງານດ້ວຍການ ເພີ່ມກໍາລັງການຜະລິດພະລັງງານຕ່າງໆໃຫ້ຫລາຍຂຶ້ນ.

ທີ່ມາ:ຂປລ

Leave a Reply

Your email address will not be published. Required fields are marked *

Back to top button