ຂໍຫລີ້ນໂທລະສັບບໍ່ໄດ້ ຈົງລົງມືຂ້າ

ຂໍຫລີ້ນໂທລະສັບບໍ່ໄດ້ ຈົງລົງມືຂ້າ!!

———————//————————

ຄັ້ງວັນທີ 30 ເມສາ 2023 ເວລາ 7 ໂມງ 10 ນາທີ ເຈົ້າໜ້າທີ່ ຕໍາຫຼວດ ປກສ ແຂວງອຸດົມໄຊໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ໃນເວລາປະມານ 5 ໂມງໄດ້ມີເຫດການທໍາຮ້າຍຮ່າງກາຍ ຢູ່ຈຸດຮັບຝາກລົດຂອງຫ້ານອາຫານ ແຫ່ງໜຶ່ງ ເຂດບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ

ດັ່ງນັ້ນທາງຄະນະບັນຊາຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊຈຶ່ງແຕ່ງຕັ້ງໜ່ວຍງານວິຊາສະເພາະ ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາ ຊັນນະສູດສະຖານທີເກີດເຫດຈຶ່ງຮູ້ໄດ້ວ່າ:

ມີມູນຄວາມຈິງແທ້, ຜູ້ຖືກທໍາຮ້າຍຮ່າງກາຍເປັນເພດຊາຍ ຊື່ທ້າວ ຢ່າຊົງ ອາຍຸ 12 ປີ,ຢູ່ບ້ານພູຂຽວ ເມືອງໄຊ,ຕາມຮ່າງກາຍມີຮ່ອງຮອຍບາດແຜຖືກແທງດ້ວຍຂອງມີຄົມຫຼາຍກ່ວາ 10 ຈຸດ,ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ແລະ ເຈົ້າໜ້າທີ່ໄດ້ທໍາການປະຖົມພະຍາບານຂັ້ນເບື້ອງຕົ້ນ ແລ້ວນໍາສົ່ງໂຮງໝໍ ແຕ່ຜູ້ບາດເຈັບໄດ້ເສຍຊີວິດໃນເວລາຕໍ່ມາ.

ຈາກເຫດການດັ່ງກ່າວ ທາງເຈົ້າໜ້າທີ່ກໍ່ໄດ້ຮີບຮ້ອນສືບຄົ້ນຫາ ແລະ ຂຶ້່ນບັນຊີເປົ້າໝາຍທີ່ລົງມືກໍ່ເຫດຄັ້ງນີ້ມາດໍາເນີນຄະດີຕາມລະບຽບກົດໝາຍ, ມາໃນວັນທີ 01 ພຶດສະພາ 2023 ຈຶ່ງກັກຕົວຜູ້ລົງມືກໍ່ເຫດໄດ້ 01 ຄົນ ຊື່ທ້າວ ຕູ່ວາ ອາຍຸ 18 ປີ, ອາຊີບ ວາງງານ ຢູ່ບ້ານມົກກົກ ເມືອໄຊ ແຂວງອຸດົມໄຊ

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ (ທ້າວ ຕູ່ວາ)ຜູ້ກໍ່ເຫດໄດ້ໃຫ້ສາລະພາບວ່າ:ໄດ້ລົງມືທໍາຮ້າຍຮ່າງກາຍ(ທ້າວ ຢ່າຊົງ) ຜູ້ເສຍຊີວິດແທ້,ສ່ວນແຮງຈູງໃຈແມ່ນຍ້ອນຂໍຫຼິ້ນໂທລະສັບນຳ ທ້າວ ຢ່າຊົງ ຫຼາຍຄັ້ງແຕ່ຜູ້ກ່ຽວບໍ່ຍິນຍອມໃຫ້ຫຼິ້ນຈຶ່ງເອົາຟາມືຟາດໃສ່ຫົວ ທ້າວຢ່າຊົງ 1 ບາດ ແລ້ວເອົາ(ມີດຕັດ)ທີ່ພົກພາໃນມື ແທງໃສ່ບໍລິເວນຮ່າງກາຍ ແລະ ຫົວຈົນເຮັດໃຫ້ ທ້າວຢ່າຊົງ ໝົດສະຕິ

ຈາກນັ້ນໄດ້ເອົາ(ມີດຕັດ)ທີ່ໃຊ້ກໍ່ເຫດຖິ້ມໃສ່ຮ່ອງລະບາຍນໍ້າໃກ້ກັບຈຸດເກີດເຫດ ແລ້ວເອົາຕົວລົບໜີໄປເສັ້ນທາງເລກທີ 13 ເໜືອ ຮອດກິໂລແມັດທີ 7 ເຂດບ້ານໂຮມໄຊ ເມືອງໄຊ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ. ທ້າວໃຈ ຜູ້ຮູ້ເຫັນເຫດການ ( ນ້ອງຊາຍຜູ້ເສຍຊິວິດ ) ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ອີກວ່າ:

ເວລາປະມານ 00 ໂມງ ຂອງວັນທີ 29 ເມສາ 2023, ຜູ້ກ່ຽວກັບອ້າຍ ຊື່ ທ້າວຢ່າຊົງ ( ຜູ້ເສຍຊີວິດ ) ແລະ ທ້າວ ຍີ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໄດ້ພາກັນໄປຂໍເງິນ ( ຂໍທານ ) ຢູ່ຮ້ານອາຫານ ໃກ້ຄຽງຈຸດເກີດເຫດ ແຕ່ຮ້ານໄດ້ປິດແລ້ວ ພວກຕົນ ຈຶ່ງພາກັນນອນຢູ່ຕູບບ່ອນຮັບ-ຝາກລົດຂອງຮ້ານ, ຈົນຮອດເວລາປະມານ 4 ໂມງ ຂອງວັນທີ 30 ເມສາ 2023 ມື້ຕໍ່ມາ ຈຶ່ງໄດ້ມີ ທ້າວຕູ່ວາ ບໍ່ຮູ້ທີ່ຢູ່,

ໄດ້ເດີນເຂົ້າມາບ່ອນພວກຕົນນອນພັກຢູ່, ແລ້ວຂໍຫຼີ້ນໂທລະສັບນໍາທ້າວ ຢ່າຊົງ ( ຜູ້ເສຍຊີວິດ ) ແຕ່ຜູ້ກ່ຽວ ປະຕິເສດ ບໍ່ໃຫ້ຫຼີ້ນເພາະຢ້ານໂທລະສັບເປ່ເພ, ຈາກນັ້ນທ້າວ ຕູ່ວາ ຈຶ່ງໄດ້ຖາມຫຼີ້ນຕື່ມອີກ, ພ້ອມທັງຈະເອົາເງີນໃຫ້ ແຕ່ທ້າວຢ່າຊົງ

ກໍ່ບໍ່ຍອມໃຫ້ ຈາກນັ້ນທ້າວ ຕູ່ວາ ໄດ້ເອົາຟາມືຟາດໃສ່ຫົວຂອງທ້າວ ຢ່າຊົງ ຈໍານວນ 1 ບາດ, ເຮັດໃຫ້ທ້າວ ຢາຊົງ ລົ້ມລົງ, ແລ້ວ ທ້າວ ຕູ່ວາ ໄດ້ເອົາວັດຖຸຄ້າຍຄືມີດ ແທງໃສ່ທ້າວ ຢ່າຊົງ ຈໍານວນ ຫຼາຍບາດ, ຫຼັງຈາກແທງແລ້ວ ທ້າວ ຕູ່ວາ ກໍ່ໄດ້ເອົາຕົວລົບໜີ.

ປະຈຸບັນຄະດີດັ່ງກ່າວ ພວມດໍາເນີນຕາມຂັ້ນຕອນຂອງລະບຽບກົດໝາຍ

Leave a Reply

Your email address will not be published. Required fields are marked *

Back to top button