ຂ່າວເສົ້າ! ພົບລູກປາຂ່າ ນ້ຳຂອງ ໂຕແມ່ ເສຍຊີວິດ ຢູ່ເຂດ ອະນຸລັດປາຂ່າ

🔥 ຂ່າວເສົ້າ 😢 ! ໝັງສືພິມ Phnompenh Post ຂອງກໍາປູເຈຍ ລາຍງານໃຫ້ຊາບວ່າ ໄດ້ພົບລູກປາຂ່າ ເພດຍິງ ເສຍຊີວິດ ຢູ່ເຂດ ອະນຸລັດປາຂ່າ Anlong Kampi ໃນວັນທີ 24 ເມສາ 2022 ທີ່ຜ່ານມາ ໃນແຂວງ Kratie ຂອງປະເທດກໍາປູເຈຍ.

ໂດຍຜູ້ພົບເຫັນ ເປັນສະມາຊິກຊຸມຊົນ ຊາວປະມົງ ທີ່ອອກເດີນເຮືອລາດຕະເວນ ແລະ ໄປພົບເຫັນ ປາຂ່າຕາຍ ຟູຂຶ້ນເທິງໜ້ານໍ້າ ຈຶ່ງໄປເກັບຊາກປາກຂ່າ ທີ່ເສຍຊີວິດ ເພື່ອໄປມອບໃຫ້ອົງການ WWF ເພື່ອກວດສອບຫາສາເຫດການຕາຍ ທີ່ແທ້ຈິງ ໃນເທື່ອນີ້

.

ອີງຕາມຂໍ້ມູນກົມປະມົງ ຂອງກໍາປູເຈຍ ໄດ້ມີການບັນທຶກພາບ ເຫັນລູກປາຂ່າໂຕໃຫມ່ 2 ໂຕ ໂດຍໂຕທໍາອິດ ພົບເຫັນໃນວັນທີ 07 ມີນາ 2022 ແລະ ໂຕທີ່ສອງ ພົບເຫັນໃນວັນທີ 22 ເມສາ 2022 ທີ່ຜ່ານມາ.

ປ່າຂ່າ ເປັນປາທີ່ຢູ່ໃນບັນຊີ ສັດທີ່ໃກ້ຈະສູນພັນ ຂອງອົງການ IUCN. ປະຈຸບັນ ເຫຼືອປາຂ່າ ພຽງ 89 ໂຕ ທີ່ຍັງອາໃສ ຢູ່ເຂດຊາຍແດນຝັ່ງປະເທດກໍາປູເຈຍ.

ຂ່າວກ່ອນຫນ້ານີ້ ຫາກກໍພົບ ລູກປາຂ່າ ໃນ 2-3 ວັນຜ່ານມາ

ຂ່າວດີ!! ພົບລູກ’ປາໂລມານ້ຳຈືດ ຫລື ປ່າຂ່າ’ ເກີດໃໝ່ຢູ່ນໍ້າຂອງເຂດ ປະເທດ ກຳປູເຈຍ!ອົງການ WWF ກຳປູເຈຍ ໄດ້ອອກມາບອກຂ່າວດີໃນອາທິດແລ້ວນີ້ວ່າ

This image has an empty alt attribute; its file name is 78601590_722188994940754_7872362538862641152_n.jpg

ຂະນະທີ່ຄະນະຄົ້ນຄ້ວາຊັບພະຍາກອນນ້ຳຈືດຂອງແມ່ນໍ້າຂອງຈາກ WWF ແລະກົມປະມົງກຳປູເຈຍ ທີມວິໄຈໄດ້ພົບເຫັນລູກປາຂ່າ ເກີດ ໃໝ່ລອຍຢູ່ກັບປາຂ່າ ທີ່ໃຫຍ່ເຕັມທີ່ອີກ 9 ໂຕ ເຊິ່ງລູກປ່າຂ່ານີ້ອາຍຸໄດ້ 5 ມື້ເທົ່ານັ້ນ.

This image has an empty alt attribute; its file name is 134676607_1353802874960469_4050319135157448911_n.jpg

ນີ້ແມ່ນຂ່າວດີສຳລັບການອະນຸລັກປາຂ່າ ຫລືໂລມານ້ຳຈືດໃນແມ່ນ້ຳຂອງ ເພາະຖ້າຜູ້ໃດຈື່ໄດ້ຂ່າວ ຊ່ວງເດືອນກຸມພາທີ່ຜ່ານມາໄດ້ ສປປລາວ ເຮົາຫາກໍ່ສູນເສຍປ່າຂ່າໂຕສຸດທ້າຍ ໃນເຂດນ້ຳຂອງລາວ, ອົງການ WWF ສປປ ລາວກ່າວວ່າ: ເປັນການສູນພັນລະດັບຊາດຂອງປະຊາກອນປາໂລມານໍ້າຈືດ ໃນ ສປປ ລາວ.

ທີ່ມາ: WWF ກຳປູເຈຍ

Leave a Reply

Your email address will not be published. Required fields are marked *

Back to top button