ອ່ານແລ້ວໄຫ້ນຳນ້ອງ! ສາວນ້ອຍ ກະຕັນຍູ ສູ້ຊີວິດ ຂາຍຕຳຫມາກຫຸ່ງ-ລູກຊີ້ນ ຫາລ້ຽງຄອບຄົວ

ເລື່ອງຂອງ ສາວນ້ອຍຍອດກະຕັນຍູ, ສູ້ຊີວິດ ຕຳໝາກຫຸ່ງ – ລູກຊີ້ນ ຫາເງິນເພື່ອລ້ຽງແລະເບິ່ງແຍງຄອບຄົວ ເລື່ອງຂອງສາວນ້ອຍໃຈສູ້ຜູ້ທີ່ເຕັມໃຈທີ່ຈະເມື່ອຍເພື່ອແບ່ງເບົາພາລະຂອງຄອບຄົວ

ນາງ ທານີສາ ຫົງທອງ ອາຍຸ 13 ປີ ສາວນ້ອຍທີ່ເກີດໃນຄອບຄົວທີ່ບໍ່ໄດ້ມີທຸກຢ່າງ ຫລື ຄອບຄົວທຸກຍາກ ຕາມທີ່ໃຈຕ້ອງການ, ແຕ່ນາງກໍ່ສູ້, ຄິດໃນແງ່ດີ, ແລະສືບຕໍ່ໂດຍບໍ່ຍອມແພ້. ນາງໄດ້ ໄດ້ ​​ຊອກ​ຫາ​ເງີນ​ ດ້ວຍການ ​ຂາຍ​ຕຳໝາກ​ຫຸ່ງ ແລະ​ ລູກ​ຊີ້ນ​ຕ່າງໆ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຄອບ​ຄົວ

ນ້ອງຄົນນີ້ ​ເປັນຫຼັກໃນການຫາເງິນລ້ຽງຄອບຄົວ ແລະ ​ນ້ອງຄົນນີ້ ກໍ່ ຢາກ​ເຮັດ​ທຸກຢ່າງ ທຸກວິທີທາງ ​ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ແລະ​ນ້ອງໆ​ຂອງ​ລາວ​ມີ​ຄວາມ​ສຸກສະບາຍ.

ຄວາມຝັນຂອງນ້ອງ ຄົນນີ້ແມ່ນຢາກມີເຮືອນເປັນຂອງຕົນເອງໃຫ້ພໍ່ແມ່ ແລະ ນ້ອງໆໄດ້ອາໄສຢູ່ ເພາະວ່າດຽວນີ້ກໍໄດ້ອາໄສຢູ່ໃນເຮືອນຂອງເຈົ້ານາຍຂອງພໍ່ຂອງລາວ ທາງເຈົານາຍກໍໃຫ້ເຂົາເຈົ້າຢູ່ຟຣີ, ບໍ່ຈ່າຍຄ່ານ້ຳ ແລະ ຄ່າໄຟຟ້າ ເພາະຢາກຊ່ວຍ

ນ້ອງ​ຄົນນີ້ ​ກ່າວ​ວ່າ, ຄອບຄົວ​ໄດ້​ປະສົບ​ກັບ​ສະພາບ​ທີ່​ຮ້າຍ​ແຮງ​ທີ່​ສຸດ ທັງຫມົດຄອບຄົວ ເຫຼືອເງິນຕິຕົວພຽງ 7 ບາດ ຫລື ປະມານ 3000 ກີບ. ສວ່ນນ້ອງໆກໍຈະໄຫ້ ເພາະຕ້ອງການກິນເຂົ້າຫນົມທຸກໆມື້ ແຕ່ບໍ່ມີໃຜມີເງິນຊື້ໃຫ້ ນ້ອງຈື່ງເວົ້າວ່າຂ້ອຍຢາກທຳມາຫາກິນເພື່ອໃຫ້ນ້ອງໆໄດ້ກິນເຂົ້າຫນົມ

ຂອບໃຈແຫຼ່ງຂ່າວ: newsoftheday.club / popularnews / เกษตรผสมผสาน

Leave a Reply

Your email address will not be published. Required fields are marked *

Back to top button