ຄວາມຮັກຈາກໃຈ!..ພໍ່ຕູ້ 71 ລາກລົດເຂັນພາ ແມ່ຕູ້ໄປຫາຫມໍ

ນັກຂ່າວລາຍງານວ່າ ມີເລື່ອງລາວຊີວິດຂອງຄູ່ຂອງຜູ້ສູງອາຍຸໄດ້ເປີດເຜີຍ ພາຍຫຼັງການປະກົດຕົວ ໃນຂະນະທີ່ ທ້າວ ບຸນມີ ກະລິ່ນຊື່ນ ອາຍຸ 71 ປີ ພານາງ ເຍື້ອນ ເຫມືອນມາໂນດ ອາຍຸ 74 ປີ ຜູ້ເປັນເມຍທີ່ຮັກແພງ ທີ່ຂາຂວາໄດ້ຮັບ ບາດເຈັບ ຖືກຂອງແຫຼມແທງ
ເຮັດໃຫ້ລາວຍ່າງບໍ່ໄດ້ ໄດ້ຂຶ້ນລົດລໍ້ 3 ລໍ້ ໄດ້ອອກຈາກເຮືອນພັກ ໃນເຂດຊຸມຊົນບ້ານບໍ່ 2 ໄປຕາມຖະໜົນຫົນທາງຢ່າງສະເປະສະປະ ໄປຍັງໂຮງໝໍສົ່ງເສີມສຸຂະພາບ ບ້ານເຕົາຖ່ານ ເມືອງສັດຫີບ ແຂວງຊົນບູລີ, ລວມໄລຍະທາງໄປກັບທັງໝົດກວ່າ 3 ກິໂລແມັດ

,,,

ທ້າວ ບຸນມີ ໄດ້ເປີດເຜີຍເລື່ອງລາວຊີວິດຂອງລາວວ່າ ໄດ້ຮັບຄວາມເມດຕາຈາກກອງທັບເຮືອ ການອະນຸຍາດໃຫ້ນໍາໃຊ້ທີ່ດິນເປັນທີ່ຢູ່ອາໄສ ແລະ ບ່ອນທຳມາຫາກິນ ມາເປັນເວລາ 30 ກວ່າປີ, ເຮັດໃຫ້ມີຊີວິດຢູ່ລອດມາຮອດປະຈຸບັນນີ້

,,

ຫວນຄືນເວລາກັບໄປເມື່ອ 10 ກ່ວາປີກ່ອນ ໄດ້ເດີນທາງໄປເຮັດທຸລະກິດຢູ່ພາກກາງ ກ່ອນທີ່ຈະໄດ້ພົບຮັກຄັ້ງທຳອິດກັບ ນາງ ເຍື້ອນ ຢູ່ສະຖານີລົດໄຟ ແຂວງນະຄອນປະຖົມ ຈົນໄດ້ຕັດສິນໃຈມາໃຊ້ຊີວິດຢູ່ຮ່ວມກັນທີ່ ເມືອງສັດຫີບ ດ້ວຍອາຊີບເກັບວັດຖຸບູຮານເພື່ອລ້ຽງຊີບ ຕັ້ງແຕ່ນັ້ນເປັນຕົ້ນມາ
ຈົນກ່ວາຊ່ວງ 1 ເດືອນກ່ອນຫນ້ານີ້ ໃນຂະນະທີ່ຂີ່ລົດຈັກ ພາເມຍໄປທ່ຽວເກັບວັດຖຸບູຮານໃນຊຸມຊົນບ້ານພູຕາຫຼວງ ໄດ້ເກີດອຸບັດຕິເຫດຂື້ນ ຖືກລົດຕູ້ຕ່ຳທ້າຍ ເຮັດໃຫ້ບາດເຈັບຊ້ຳໃນ ທັງສອງແລະລົດຄູ່ໃຈ ທີ່ເຂົາເຈົ້າໃຊ້ເພື່ອຫາເງິນຂອງເຂົາເຈົ້າ ມັນກໍໄດ້ເສຍຫາຍ ເຮັດໃຫ້ບໍ່ສາມາດຂັບລົດໄດ້
ດ້ານຄູ່ກໍລະນີ ກໍ່ບໍ່ຮັບຜິດຊອບໃດໆເລີຍ ເຮັດໃຫ້ບໍ່ມີລົດອອກໄປເກັບຂອງເກົ່າຂາຍ ນອກຈາກນັ້ນ ພັນລະຍາ(ເມຍ) ກໍຍັງໄດ້ຮັບບາດເຈັບ ທີ່ຕີນບໍ່ສາມາດຍ່າງໄດ້ ດັ່ງນັ້ນ, ລາວຈຶ່ງອຸ້ມໃສ່ລົດເຂັນເພື່ອພາໄປຫາໝໍເພື່ອປິ່ນປົວບາດແຜ

ນັກຂ່າວເປີດເຜີຍວ່າ ເພື່ອເປັນການຢືນຢັນເຖິງຄວາມຮັກທີ່ທັງສອງຄົນມີຕໍ່ກັນ ທ້າວ ບຸນມີ ແລະ ນາງ ເຍື້ອນ ໄດ້ກ່ຽວນິ້ວມືນ້ອຍເພື່ອສັນຍາວ່າຈະຮັກກັນຢ່າງໝັ້ນຄົງ ແລະຈະບໍ່ປະຖິ້ມກັນແລະກັນ
ບໍ່ວ່າອຸປະສັກໃດໆກໍຕາມ ບໍ່ວ່າຈະລຳບາກຍາດເຂັນ ກໍຈະຂໍຢູ່ຄຽງຂ້າງກັນຈົນເຖິງວິນາທີສຸດທ້າຍຂອງຊີວິດPublished เมษายน 28, 2022
ຊົມຄລີບ