ເບີ່ງແລ້ວນ້ຳຕາຊິໄຫຼ! ຄຳວ່າລຳບາກຂອງແຕ່ລະຄົນບໍ່ຄືກັນແທ້ໆ ໃຜທີ່ກຳລັງທໍ້ເບິ່ງລຸງຄົນນີ້ເປັນຕົວຢ່າງເດີ້

ຈາກຜູ້ໃຊ້ເຟສບຸກຊື່Noui Simoukda ໄດ້ໂສວ່າ: ຖາມທຳອິດ ກິນເຂົ້າແລ້ວບໍ່ລຸງ? ບໍ່ຢາກເຂົ້າ ກິນບໍ່ແຊບ (ນ່ານພັດຊິມາຕວະ ຄົນຂີ້ຕວະຄືເຮົາ ບໍ່ຄືໜາາ)

ຖາມຈີ້ເຂົ້າໄປ ຈື່ງຮູ້ວ່າບໍ່ມີເງິນ ຊື້ຂອງກິນ (ເພາະຫາກໍ່ເລີ່ມມາເຮັດວຽກ ຍັງບໍ່ໄດ້ເງິນເດືອນ ຕ້ອງໄດ້ອົດປະຫຍັດ) ເຂົ້າໜຽວ ແມ່ນບໍລິສັດເອົາໃຫ້

ສ່ວນອາຫານ ບາງມື້ຂໍກິນນໍາໝູ່ ບາງມື້ກິນເຂົ້າລ້າ (ມື້ນີ້ກິນແຈ່ວປາກະເຕົາ ກັບເຮົານີ້ນໍລຸງ ແຊບຄືກັນ) ມື້ຕໍ່ໄປຈື່ງວ່າກັນນໍ ປ່ອນຍື່ນ ຊ່ວຍກັນເພື່ອນມະນຸດ.

ຊິວິດໃນເມືອງ ຜັກ1ເສັ້ນກໍ່ໄດ້ຊື້ກິນ ບໍ່ຄືຢູ່ເຂດນອກນໍລຸງ ພໍໄດ້ເຂົ້າປ່າຫາກິນ ເກັບຜັກຫັກໜໍ່ ປະທັງຊີວິດໄປ.

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button