ໄມເຄິນ ໄວສ໌ ຄູຝຶກທີມຊາດລາວ ພ້ອມນຳທີມສູ້ສຸດຂີດ ນັດທີ່ຈະພົບກັບ ທີມຊາດໄທ

ໄມເຄິນ ໄວສ໌ ຄູຝຶກທີມຊາດລາວຊາວເຢຍລະມັນ ພ້ອມນຳທີມສູ້ສຸດຂີດ ນັດທີ່ຈະພົບກັບ ທີມຊາດໄທ ຮອບ 4 ທີມສຸດທ້າຍ

ການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດກຳປູເຈຍ ໃນວັນທີ 24 ກຸມພານີ້.

ໄວສ໌ ໃຫ້ສຳພາດກ່ອນການແຂ່ງຂັນໂດຍບໍ່ກ່າວຫຍັງຍາວ ເນັ້ນວ່າ:

..

ນັດນີ້ ຂໍພາທີມສູ້ເຕັມທີ່ ເພື່ອຜົນອອກມາໃຫ້ດີທີ່ສຸດ, ສ່ວນສະພາບທີມຂະນະນີ້ ທຸກທີມມີບັນຫາໂຄວິດ-19 ລົບກວນ ໄດ້ຍ້າຍທີ່ພັກຈາກໂຮງແຮມເກົ່າມາໂຮງແຮມໃໝ່ ເພື່ອຫລຸດຄວາມສ່ຽງຕິດເຊື້ອ, ຂະນະທີ່ ນັກກິລາມີອາການບາດເຈັບ 2 ຄົນຄື: ກ້ວຍເຈັງ ໜູພັກດີ (ເຈັບບໍລິເວນຂາໜີບ) ແລະ ຈັນນິຈອນ ຈັນທະວົງ (ຂໍ້ພິກ).

ສຳລັບຕາຕະລາງການແຂ່ງຂັນ ຮອບ 4 ທີມສຸດທ້າຍ ລາວ ພົບ ໄທ ເປັນຄູ່ທຳອິດ ເວລາ 16:00 ແລະ ຄູ່ທີ 2 ຕີມໍເລັສເຕ້ ພົບ ຫວຽດນາມ ເວລາ 19:30 ແຂ່ງຢູ່ສະໜາມ Morodok Techo National Sports Complex, ນະຄອນຫລວງພະນົມເປັນ.

ນອກນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ມອບເງິນສະໜັບສະໜູນ (ເງິນລາງວັນ) ຈຳນວນ 400 ລ້ານກີບ ໃຫ້ແກ່ຄະນະນັກກິລາບານເຕະທີມຊາດລາວ U23 ພາຍຫລັງສາມາດເອົາຊະນະ ທີມຊາດມາເລເຊຍ ທັງ 2 ນັດໃນກຸ່ມ B ຄວ້າອັນດັບ 1 ຂອງກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ ເຕະບານຊິງແຊ້ມອາຊຽນ 2022 ທີ່ປະເທດກຳປູເຈຍ

#ລາວສູ້ໆ!! Cr: ຂ່າວກິລາLaoNationalTV

Leave a Reply

Your email address will not be published. Required fields are marked *

Back to top button