ນາຍົກ ຄົ້ນຄວ້າ ປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ ໃຫ້ເຫມາະກັບ ລາຄາສີນຄ້າປະຈຸບັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26​ ເມສາ ແລະ ປິດລົງ ໃນວັນທີ 27 ເມສາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ,

ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມ ໄດ້ ຮັບຟັງການລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ ແລະ ໄດ້ເຫັນດີ

ດ້ານຫຼັກການໃຫ້ມີການປັບຄ່າແຮງຂັ້ນຕ່ຳໃໝ່, ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປຶກສາຫາລື ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ທີ່ມີການໃຊ້ແຮງງານ ຈຳນວນຫຼວງຫຼາຍ ຕື່ມອີກ ກ່ຽວກັບ ອັດຕາຄ່າແຮງງານຂັ້ນຕ່ຳໃໝ່ ແລະ ກຳນົດເວລາເລີ່ມຕົ້ນຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ,

ຈາກນັ້ນ ນຳໄປລາຍງານໃນກອງປະຊຸມສູນກາງ ໃນເດືອນພຶດສະພາ 2022 ເພື່ອຂໍການຊີ້ນຳ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ ໃນຕໍ່ໜ້າ.

ສຳລັບທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022, ກອງປະຊຸມ ໄດ້ມີທິດຊີ້ນຳ ບາງດ້ານ ດັ່ງນີ້:ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ມີຜົນໄດ້ຮັບຕົວຈິງຫຼາຍຂື້ນກວ່າເກົ່າ,

ໃນນັ້ນ ໃຫ້ສຸມໃສ່ບາງວຽກງານຈໍານວນໜຶ່ງ ດັ່ງນີ້:ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະ ການປະຢັດລາຍຈ່າຍບໍລິຫານ, ລາຍຈ່າຍສໍາລັບການຈັດຊື້ຖ້າບໍ່ຈໍາເປັນແທ້ ກໍໃຫ້ເລື່ອນໄປກ່ອນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຖ້າບໍ່ຈໍາເປັນແທ້ ກໍ່ອາດມອບໃຫ້ເອກະອັກຄະລັດຖະທູດ ຂອງ ສປປ ລາວ ທີ່ຢູ່ປະເທດນັ້ນເຂົ້າຮ່ວມແທນ ຫຼື

ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ; ພ້ອມກັນນັ້ນ ກໍຮີບຮ້ອນຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໂດຍໄວ.

ຂ່າວ: ກົມ​ປະ​ຊາ​ສໍ​າພັນ ສ​ຫນຍ

Leave a Reply

Your email address will not be published. Required fields are marked *

Back to top button