ລັດຖະມົນຕີກະຊວງການເງິນ ອອກຄໍາສັ່ງ ຍົກເລີກການເກັບອາກອນ ແບບຈີກປີ້ປະຈໍາວັນ-ອອກບັດປະຈໍາເດືອນນໍາວິສາຫະກິດຂະຫນາດນ້ອຍ

ລັດຖະມົນຕີກະຊວງການເງິນ ອອກຄໍາສັ່ງກ່ຽວກັບການຍົກເລີກການເກັບອາກອນ ແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາວິສາຫະກິດຂະຫນາດນ້ອຍ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:

1. ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາບຸກຄົນ ແລະ ຊາວ ກະສິກອນ ທີ່ເປັນພົນລະເມືອງລາວ ທີ່ຄ້າຂາຍສິນຄ້າຈາກຜົນຜະລິດກະສິກໍາ ຢູ່ໃນຕະຫຼາດທົ່ວໄປ, ຕະຫຼາດຂາຍຜະລິດ ຕະພັນປອດສານພິດ, ຕະຫຼາດນັດ ແລະ ບັນດາຈຸດຂາຍຜົນຜະລິດກະສິກໍາ;

2. ໃຫ້ຍົກເລີກການເກັບອາກອນແບບຈີກປີປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາວິສາຫະກິດຂະຫນາດ ນ້ອຍ ທີ່ມີໃບທະບຽນວິສາຫະກິດ ຫຼື ບໍ່ມີໃບທະບຽນວິສາຫະກິດ ທີ່ມີລາຍຮັບປະຈໍາປີແຕ່ 50,000,000 ກີບລົງມາ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ 1 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2013;

3. ໃຫ້ສ່ວຍສາອາກອນ ປະຈໍາ ແຂວງ, ນະຄອນຫຼວງ, ສ່ວຍສາອາກອນ ປະຈໍາ ເມືອງ, ນະຄອນ ເປັນເຈົ້າ ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນ ດໍາເນີນການປະເມີນລາຍຮັບທຸລະກິດຂອງບັນດາ ຫົວຫນ່ວຍທຸລະກິດ ທີ່ຂື້ນກັບການຄຸ້ມຄອງຂອງຕົນ ໃຫ້ມີຄວາມຖືກຕ້ອງຊັດເຈນ ຕາມການເຄື່ອນໄຫວທຸລະກິດຮົ້ວ ຈິງ, ເພື່ອເຮັດໃຫ້ການຄຸ້ມຄອງເກັບອາກອນ ຖືກຕ້ອງສອດຄອງ ຕHມກົດຫມາຍ;

4. ສໍາລັບຫົວຫນ່ວຍທຸລະກິດ ທີ່ມີລາຍຮັບປະຈໍາປີ ແຕ່ 50,000,000 ກີບ ຫາ 400,000,000 ກີບ, ໃຫ້ ຄິດໄລ່ເກັບອາກອນໃນຮູບແບບຈຸນລະວິສາຫະກິດ ຕາມອັດຕາທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂໍ້ 2 ຂອງກົດຫມາຍວ່າ ດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2013 ໂດຍການສ້າງບົດບັນທຶກຮັບຮູ້ຣວມກັນ ແລະ ກໍານົດເວລາໃນການມອບອາກອນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂໍ້ 5 ຂອງກົດຫມາຍວ່າດ້ວຍການຄຸ້ມ ຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ,

5. ເຈົ້າຫນ້າທີ່ສ່ວຍສາອາກອນ ຕ້ອງເປັນເຈົ້າການ ຕິດຕາມ, ຊຸກຍູ້ ແລະ ເລັ່ງລວງ ໃຫ້ຫົວຫນ່ວຍທຸລະກິດ ແຈ້ງ ແລະ ມອບອາກອນ ຢ່າງເປັນປົກກະຕິ ແລະ ທັນກໍານົດເວລາ ຕາມທີ່ໄດ້ລະບຸໄວ້ໃນສັນຍາ;

6. ຫ້າມເຈົ້າຫນ້າທີ່ສ່ວຍສາອາກອນ ແລະ ອໍານາດການປົກຄອງຂັ້ນຕ່າງໆ ເກັບອາກອນ ຕາມທີ່ໄດ້ກໍານົດໃນ ຂໍ້ 1 ແລະ 2 ຂ້າງເທິງນີ້ຢ່າງເດັດຂາດ, ຖ້າລະເມີດຈະຖືກປະຕິບັດວິໄນ ຕາມກົດຫມາຍ ແລະ ລະບຽບການ;

7, ກົມສ່ວຍສາອາກອນ, ສາອາກອນ ປະຈໍາແຂວງ ນະຄອນຫລວງ, ສ່ວຍສາອາກອນ ປະຈໍາ ເມືອງ, ນະຄອນ ແລະ ອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ;

8. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຄໍາສັ່ງ ສະບັບເລກທີ 1034/ກງ, ລົງວັນທີ 04 ເມສາ 2019.

,

Leave a Reply

Your email address will not be published. Required fields are marked *

Back to top button