ຂ່າວຊຶ້ງ ! ນໍ້າຕາຍ້ອຍ . !.. ພະແນກການເງິນແຂວງ ມອບລດຈັກ ເປ່ເພໃຊ້ບໍ່ໄດ້ເປັນເຫຼັກເສດໃຫ້ ໂຮງຮຽນເຕັກນິກວິຊາຊີບ

ເພື່ອໃຫ້ນັກສຶກສາ ເອົາໄປສຶກສາ ແລ້ວມາເປີດຮ້ານຊ້ອມແປງໄດ້ ກະປະມານນີ້ລະ ຂ່າວ 😂ຊຶ້ງ ! ນໍ້າຕາຍ້ອຍ 🥺. ພະແນກການເງິນແຂວງອັດຕະປື ມອບລົດຈັກໃຫ້ໂຮງຮຽນເຕັກນິກວິຊາຊີບ ແລະ ສູນພັດທະນາສີມືແຮງງານ.

ພະແນກການເງິນແຂວງອັດຕະປື ມອບລົດຈັກໃຫ້ໂຮງຮຽນເຕັກນິກວິຊາຊີບ ແລະ ສູນພັດທະນາສີມືແຮງງານ

ວັນທີ 27 ເມສາ 2022 ນີ້ ທີ່ພະແນກການເງິນແຂວງ, ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໂດຍການກ່າວມອບຂອງທ່ານ ທູນໄຊ ເມກດາວົງ ຮອງຫົວໜ້າພະແນກການເງິນ ແຂວງອັດຕະປື ແລະ

ຕ່າງໜ້າກ່າວຮັບໂດຍແມ່ນທ່ານ ຖາວອນ ສຸກດາວົງ ອໍານວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ

ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ການມອບ-ຮັບລົດຈັກຄັ້ງນີ້ແມ່ນປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍ ມອບ-ຮັບລົດຈັກ ໃຫ້ບຸກຄົນ ທີ່ສານໄດ້ຕັດສິນຮິບເປັນຂອງລັດ,ທີ່ມີການເປ່ເພ ເປັນໂຄງເຫຼັກເສດ ແລະ ອີງຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ,

ດັ່ງນັ້ນພະແນກການເງິນແຂວງອັດຕະປື ຈຶ່ງໄດ້ເຫັນດີມອບລົດຈັກ ທີ່ເປ່ເພໃຊ້ບໍ່ໄດ້ເປັນເຫຼັກເສດໃຫ້ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງອັດຕະປື ຈຳນວນ 17 ຄັນ ແລະ ມອບໃຫ້ສູນພັດທະນາສີມືແຮງງານຈໍານວນ 10 ຄັນ.

ເພື່ອໃຫ້ໂຮງຮຽນເຕັກນິກວິຊາຊີບ ແລະ ສູນພັດທະນາສີມືແຮງງານຂອງແຂວງ ນໍາໄປໝູນໃຊ້ເຂົ້າໃນການຮຽນ-ການສອນຂອງນັກສຶກສາ ແລະ ຜູ້ທີ່ເຂົ້າມາເຝີກອົບຮົມດ້ານສີມືແຮງງານຢູ່ສູນພັດທະນາສີມືແຮງງານຂອງແຂວງ,

ທັງນີ້ກໍເພື່ອເປັນການສົ່ງເສີມ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ລວມທັງເປັນການສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ-ໄວໜຸ່ມ ພາຍໃນແຂວງອັດຕະປື ມີວິຊາຊີບທີ່ໝັ້ນຄົງ ແລະ ສ້າງລາຍຮັບແກ້ໄຂຄວາມທຸກຍາກ .

ຂ່າວ: ໄຊຈະເລີນ#ຂ່າວທ້ອງຖິ່ນລາວພັດທະນາ​ #ອັດຕະປື

Leave a Reply

Your email address will not be published. Required fields are marked *

Back to top button