ຂ່າວດີ!! ພົບລູກ’ປາໂລມານ້ຳຈືດ ຫລື ປ່າຂ່າ’ ເກີດໃໝ່ຢູ່ນໍ້າຂອງເຂດ

ຂ່າວດີ!! ພົບລູກ’ປາໂລມານ້ຳຈືດ ຫລື ປ່າຂ່າ’ ເກີດໃໝ່ຢູ່ນໍ້າຂອງເຂດ ປະເທດ ກຳປູເຈຍ!ອົງການ WWF ກຳປູເຈຍ ໄດ້ອອກມາບອກຂ່າວດີໃນອາທິດແລ້ວນີ້ວ່າ

ຂະນະທີ່ຄະນະຄົ້ນຄ້ວາຊັບພະຍາກອນນ້ຳຈືດຂອງແມ່ນໍ້າຂອງຈາກ WWF ແລະກົມປະມົງກຳປູເຈຍ ທີມວິໄຈໄດ້ພົບເຫັນລູກປາຂ່າ ເກີດ ໃໝ່ລອຍຢູ່ກັບປາຂ່າ ທີ່ໃຫຍ່ເຕັມທີ່ອີກ 9 ໂຕ ເຊິ່ງລູກປ່າຂ່ານີ້ອາຍຸໄດ້ 5 ມື້ເທົ່ານັ້ນ.

ນີ້ແມ່ນຂ່າວດີສຳລັບການອະນຸລັກປາຂ່າ ຫລືໂລມານ້ຳຈືດໃນແມ່ນ້ຳຂອງ ເພາະຖ້າຜູ້ໃດຈື່ໄດ້ຂ່າວ ຊ່ວງເດືອນກຸມພາທີ່ຜ່ານມາໄດ້ ສປປລາວ ເຮົາຫາກໍ່ສູນເສຍປ່າຂ່າໂຕສຸດທ້າຍ ໃນເຂດນ້ຳຂອງລາວ, ອົງການ WWF ສປປ ລາວກ່າວວ່າ: ເປັນການສູນພັນລະດັບຊາດຂອງປະຊາກອນປາໂລມານໍ້າຈືດ ໃນ ສປປ ລາວ.

ທີ່ມາ: WWF ກຳປູເຈຍ

Leave a Reply

Your email address will not be published. Required fields are marked *

Back to top button