ຮັກສາປວດຂໍ້ ແລະ ໂລກເກົ໋າ ແບບງ່າຍໆດ້ວຍໃບກະລໍ່າປີ ຄວາມປວດຫາຍຂາດ

ເປັນທີ່ຮູ້ກັນວ່າກະລໍ່າປີມີປະໂຫຍດຕໍ່ສຸຂະພາບ ຜັກຊະນິດນີ້ອຸດົມໄປດ້ວຍວິຕາມິນ ຊີ  ແລະ ບີ 6 ແລະເປັນແຫຼ່ງລວມຂອງໄຟເບີ ທອງແດງ ວິຕາມິນບີ 1 ໂພເທສຊ້ຽມ ແລະ ແມງການີສ ກະລໍ່າປີຂື້ນຊື່ວ່າມີວິຕາມິນບີ2 ,ແຄລຊ້ຽມ ,ເຫຼັກ ,ໂຄລີນ ,ແມັກນີຊ້ຽມ ,ກົດແພນໂທເທນິກ , ໄນອາຊິນ ໂປຣຕີນ ຟອສຟໍຣັສ ແລະ ແຄລຊ້ຽມ ຢູ່ສູງຫຼາຍ


ໃນທາງການແພດພື້ນເມືອງໄດ້ນໍາໃບກະລໍ່າມາໃຊ້ສໍາລັບການຮັກສາພະຍາດຫຼວງຫຼາຍ ເຊັ່ນ ອາການບວມ ແລະ ບາດແຜ ໂລກຂໍ້ອັກເສບ ແລະ ການບາດເຈັບຈາກການລົງຫຼີ້ນກິລາ ເນື່ອງຈາກໃບກະລໍ່າປີມີຄຸນສົມບັດຕ້ານການອັກເສບຊ່ວຍຫຼຸດອາການປວດຂໍ້ໄດ້ເປັນຢ່າງດີ ໃບກະລໍ່າໄດ້ຖືກມາໃຊ້ເປັນຢາທໍາມະຊາດທີ່ມີລາຄາຖືກເໝາະສໍາລັບການຮັກສາອາກາດປວດ ແລະ ການອັກເສບແມ່ນວ່າປະໂຫຍດຂອງມັນຍັງບໍ່ໄດ້ຮັບການຢືນຢັນຈາກຜູ້ຊ່ຽວຊານກໍ່ຕາມ


ວິທີຄືໃຊ້ໃບກະລໍ່າປີສໍາລັບການຮັກສາປວດຂໍ້ ແລະ ໂລກເກົ໋າ

ຄົນທີ່ກໍາລັງພະຍາຍາມຈັດການກັບອາການປວດໂລກເກົ໋າ ພຽງແຕ່ນໍາໃບກະລໍ່າປີໃສ່ຖົງ ແລະ ແຊ່ໄວ້ໃນຕູ້ເຢັນ ເມື່ອໃດກໍ່ຕາມທີ່ຮູ້ສືກເຈັບປວດພຽງແຕ່ໃຊ້ໃບກະລໍ່າປີແຊ່ເຢັນມາວາງທັບໄວ້ໃນບໍລິເວນທີ່ເຈັບປວດ ແລະ ຫໍ່ດ້ວຍຜ້າຂົນໜູອີກຊັ້ນ ສານຕ່າງໆໃນໃບກະລໍ່າຈະຊືມເຂົ້າສູ່ຜິວ ແລະ ລະລາຍຜະລຶກຢູຣິກຊ່ວຍຫຼຸດອາການປວດບວມໄດ້ຢ່າງມີປະສິດທິພາບ


ໃບກະລໍ່າປີຮັກສາອາການຕີນບວມ

ໃຊ້ໃບກະລໍ່າປີເຢັນໆ ຫໍ່ໃຫ້ຮອບຕີນທີ່ບວມປະໄວ້ 30 ນາທີ ໃບກະລໍ່າປີຈະຊ່ວຍດູດຊືມນໍ້າ ແລະ ດຶງຂອງແຫຼວສ່ວນເກີນໃນຕີນອອກໄປ ໝາຍເຖິງ ຫາກມີອາການແພ້ໃບກະລໍ່າ ໃຫ້ສັງເກດວ່າມີອາການບວມ ຫຼື ຄັນບໍ່ ຫາກມີອາການເຫຼົ່ານັ້ນໃຫ້ລ້າງອອກແຕ່ອາການຍັງບໍ່ດີຂື້ນໃຫ້ໄປພົບແພດ

Leave a Reply

Your email address will not be published. Required fields are marked *

Back to top button