ກັກຕົວກຸ່ມຄົນເຜີຍແຜ່ພາບ…​

*** ກັກຕົວກຸ່ມຄົນເຜີຍແຜ່ພາບສິ່ງລາມົກຜ່ານແອັບ BIGO LIVE ***

24 ກຸມພາ 2022 ເວລາ 15:05 ໂມງ ປກສ ເມືອງສີສັດຕະນາກ ສົມທົບບ້ານດອນນົກຂຸ້ມ ລົງແກ້ໄຂເຫດການການເຜີຍແຜ່ພາບສິ່ງລາມົກຜ່ານລະບົບອອນລາຍ ຢູ່ບ້ານດອນນົກຂຸ້ມ ເຮືອນເລກທີ 044 ໜ່ວຍ 2 ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

ຜ່ານການເຂົ້າກວດຄົ້ນເຄຫະສະຖານ ພົບເຫັນກຸ່ມໄວລຸ້ນກໍາລັງຖ່າຍພາບ ແລະ ວີດີໂອ ເຜີຍແຜ່ການມີເພດສຳພັນ ຜ່ານທາງສື່ສັງຄົມອອນໄລ ຜ່ານແອັບ BIGO LIVE ມີ 10 ຄົນ ຍິງ 6 ຄົນ ຄື

1. ນາງ ຊັນນີ້ ອາຍຸ 21 ປີ ເຈົ້າຂອງເຮືອນເຊົ່າ

2. ນາງ ນໍ້າເຜິີ້ງ ອາຍຸ 21 ປີ,

3. ນາງ ໄຂ່ມຸກ ອາຍຸ 23 ປີ,

4. ນາງ ຕຸກຕາ ອາຍຸ 22 ປີ,

5. ນາງ ຈີງ ອາຍຸ 18 ປີ,

6. ນາງ ມຸກ ອາຍຸ 20 ປີ,

7. ທ້າວ ໄພທູນ ອາຍຸ 19 ປີ,

8. ທ້າວ ແສງເພັດ ອາຍຸ 32 ປີ,

9. ທ້າວ ມິ້ກກີ້ ອາຍຸ 19 ປີ ແລະ

10. ທ້າວ ຫວັງ ມິງຄາຍ (WANG Mingkai) ອາຍຸ 36 ປີ ເຊື້ອຊາດ-ສັນຊາດ ຈີນ, ຄ້າຂາຍ ພັກເຊົາຢູ່ໂຮງແຮມ ສືສວນ ບ້ານວັດໄຕນ້ອຍທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ພັທ ສຸບັນໄຊ ບຸນມາວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ໃຫ້ຮູ້ໄດ້ວ່າ: ເຫດການເຜີຍແຜ່ພາບສິ່ງລາມົກຜ່ານລະບົບອອນລາຍ ຢູ່ບ້ານດອນນົກຂຸ້ມ ໂດຍແມ່ນທ້າວ ຫວັງ ມິງຄາຍ ກັບນາງ ຊັນນີ ເປັນແຟນກັນ,

ປະກອບອາຊີບຄ້າຂາຍເຄື່ອງທາງອອນໄລ, ເຊົ່າເຮືອນຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ທັງສອງມີຄວາມຄິດພາກັນຊັກຊວນເອົາຍີງສາວລາວ ແລະ ຊາຍໜຸ່ມ ມາສະແດງຖ່າຍພາບນີ້ ແລະ ວີດີໂອ ສີ່ງລາມົກ ຖ່າຍທອດສົດຜ່ານແອັບ BIGO LIVE ຜູ້ສະແດງຈະໄດ້ຮັບຄ່າຕອບແທນເປັນເງິນເດືອນ,

ພາຍຫຼັງເຈົ້າໜ້າທີ່ ເຂົ້າແກ້ໄຂ ຈິ່ງໄດ້ນຳຕົວພວກກ່ຽວມາກັກກັນຕາມມາດຕະການປ້ອງກັນຄວບຄຸມການແຜ່ລະບາດພະຍາດ ໂຄວິດ ຮອດກຳນົດຈິ່ງຈະນຳຕົວມາດຳເນີນຄະດີຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *

Back to top button